ຕອນຄ່ຳວັນທີ 13/5, ບໍລິສັດຫວຍຄອມພິວເຕີ (Vietlott) - ກະຊວງການເງິນ ຫວຽດນາມ ໄດ້ປະກາດວ່າ, ໄດ້ມີ 1 ປີ້ທີ່ໄດ້ຮັບລາງວັນ Jackpot 1 ໃນການຈັບສະຫລາກ 00878 ຂອງສິນຄ້າ Power 6/55 ດ້ວຍຍອດມູນຄ່າກວ່າ 76,3 ຕື້ດົ່ງ.
ຕອນຄ່ຳວັນທີ 13 ພຶດສະພານີ້, ບໍລິສັດ Vietlott ໄດ້ປະກາດປີ້ຊະນະເລີດ Jackpot 1 ດ້ວຍມູນຄ່າກວ່າ 76 ຕື້ດົ່ງ.
ປີ້ທີ່ໂຊກດີມີຕົວເລກດັ່ງນີ້: 22 – 24 – 35 – 43 – 45 – 54. ດັ່ງນັ້ນ, ຜູ້ໂຊກດີຈະໄດ້ຮັບເງິນປະມານ 68,6 ຕື້ດົ່ງ ຫຼັງຈາກຫັກພາສີລາຍໄດ້ສ່ວນບຸກຄົນ 10% ຕາມທີ່ໄດ້ກໍານົດໄວ້.
ກ່າວຄຳເຫັນຕໍ່ ວົງການຂ່າວ VTC, ຜູ້ຕາງໜ້າຂອງ Vietlott ໃຫ້ຮູ້ວ່າ, ປີ້ໂຊກດີແມ່ນໄດ້ອອກຈຳໜ່າຍຢູ່ຈຸດຂາຍຢູ່ຖະໜົນ ຫງວຽນຊູຍ, ເມືອງ ເຕີນຝູ, ນະຄອນ ໂຮ່ຈີມິນ.
ວັນທີ 20 ເມສາ, Vietlott ໄດ້ມອບລາງວັນ jackpot Mega 6/45 ມູນຄ່າກວ່າ 73 ຕື້ດົ່ງ ໃຫ້ແກ່ທ່ານ NDP (ອາໄສຢູ່ນະຄອນ ໂຮ່ຈີມິນ). ທ່ານ P. ໄດ້ຮັບລາງວັນເມື່ອຊື້ຫວຍຜ່ານແອັບພລິເຄຊັນ Vietlott SMS. ເລກທີ່ຊະນະຂອງ ທ່ານ ພີ ແມ່ນ 04 – 07 – 27 – 28 – 32 – 43 .
ໄດຫວຽດ
ເປັນປະໂຫຍດ
ອາລົມ
ສ້າງສັນ
ເປັນເອກະລັກ
ພຣະພິໂລດ
ທີ່ມາ
(0)