
ຕາມພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄຕນິງ ແລ້ວ, ຮອດປີ 2030, ແຂວງ ໄຕນິງ ມຸ່ງໄປເຖິງການຫັນການຄ້າຊາຍແດນເປັນກຳລັງແຮງຊຸກຍູ້ການພັດທະນາ ເສດຖະກິດ - ສັງຄົມ; ສູ້ຊົນເຮັດໃຫ້ໄຕນິງກາຍເປັນຈຸດສົ່ງອອກສິນຄ້ານຳເຂົ້າ ແລະ ສົ່ງອອກສິນຄ້າຂອງເຂດເສດຖະກິດສຳຄັນທາງພາກໃຕ້ໄປຍັງຕະຫຼາດກຳປູເຈຍ, ລາວ, ໄທ ແລະ ອາຊຽນ.
ຮອດປີ 2050, ເຂດເສດຖະກິດຊາຍແດນຈະກາຍເປັນເຂດເສດຖະກິດທີ່ຂະຫຍັນຂັນເຄື່ອນໃນດ້ານອຸດສາຫະກຳ, ການຄ້າ, ການບໍລິການ, ກະສິກຳ ແລະ ເສດຖະກິດດ່ານຊາຍແດນກ້າວໄປສູ່ການພັດທະນາແບບດຸ່ນດ່ຽງ ແລະ ຍືນຍົງ. ຍອດມູນຄ່າສິນຄ້ານຳເຂົ້າ ແລະ ສົ່ງອອກຜ່ານດ່ານຊາຍແດນແຂວງ ໄຕນິງ ຈະເພີ່ມຂຶ້ນສະເລ່ຍ 7,5% ຕໍ່ປີ ຫຼື ຫຼາຍກວ່ານັ້ນ.
ໄລຍະ 2026-2030, ໄຕນິງ ຈະຜັນຂະຫຍາຍບັນດາລາຍການ 41 ໂຄງການບຸລິມະສິດ, ໂດຍສຸມໃສ່ເຂົ້າໃນບັນດາຂົງເຂດຄື: ພັດທະນາພື້ນຖານໂຄງລ່າງດ່ານຊາຍແດນ, ອຸດສາຫະກຳ - ການຄ້າ - ການບໍລິການຢູ່ເຂດຊາຍແດນ, ພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ແລະ ອື່ນໆ.
ໃນນັ້ນ, ມີບາງໂຄງການທີ່ເປັນປົກກະຕິຄື: ການລົງທຶນກໍ່ສ້າງດ່ານຊາຍແດນ, ພື້ນຖານໂຄງລ່າງດ່ານຊາຍແດນຢູ່ວັງຊາ, ວັງຈ່າງເຈົາ, ລອງເຟືອກ, ດ່ານຊາຍແດນຕົ່ງເລຈັນ; ການລົງທຶນໃສ່ພື້ນຖານໂຄງລ່າງດ້ານເຕັກນິກຂອງໂຄງການກຸ່ມອຸດສາຫະກຳ My Quy Tay, ກຸ່ມອຸດສາຫະກຳ Thanh Long; ກໍ່ສ້າງຕະຫຼາດຊາຍແດນຕົວແບບຢູ່ເຂດດ່ານຊາຍແດນ ເຕີນນາມ ແລະ ດ່ານຊາຍແດນລອງເຟືອກ; ຍົກລະດັບ ແລະ ຂະຫຍາຍເສັ້ນທາງໃນແຂວງ ແລະ ຂົວຂະໜາດໃຫຍ່.
ຄຽງຄູ່ກັນນັ້ນ, ແຂວງ ໄຕນິງ ກວດກາ ແລະ ປັບປຸງລະບຽບການບໍລິຫານຢູ່ດ່ານຊາຍແດນ ເພື່ອອໍານວຍຄວາມສະດວກ, ຊຸກຍູ້ການເຄື່ອນໄຫວນໍາເຂົ້າ-ສົ່ງອອກສິນຄ້າ, ຂາເຂົ້າ-ອອກຂອງປະຊາຊົນ ແລະວິທີການຂົນສົ່ງຜ່ານດ່ານຊາຍແດນ; ຈັດຕັ້ງກອງປະຊຸມເຊື່ອມຕໍ່ການຄ້າຂາເຂົ້າຂາອອກລະຫວ່າງ ໄຕນິງ ແລະ ກຳປູເຈຍ ເປັນປະຈຳ...
ຄະນະກຳມະການປະຊາຊົນແຂວງ ໄຕນິງ ໄດ້ມອບໜ້າທີ່ສະເພາະໃຫ້ແຕ່ລະທ້ອງຖິ່ນ, ສາຂາຮັບຜິດຊອບຜັນຂະຫຍາຍບັນດາໂຄງການ ແລະ ໂຄງການດັ່ງກ່າວ.
ພ້ອມກັນນັ້ນ, ກໍ່ສ້າງແຜນການ ແລະ ຜັນຂະຫຍາຍບັນດາໂຄງການ, ຈັດຕັ້ງບັນດາໂຄງການລົງທຶນບຸລິມະສິດ; ຍົກສູງປະສິດທິຜົນຂອງການຄຸ້ມຄອງເຂດຊາຍແດນ, ສຸມໃສ່ພັດທະນາເສດຖະກິດຕິດພັນກັບການປົກປັກຮັກສາອະທິປະໄຕ, ຄວາມສະຫງົບປອດໄພຢູ່ເຂດຊາຍແດນ.
ທີ່ມາ: https://daibieunhandan.vn/tay-ninh-dau-tu-nhieu-du-an-phat-trien-thuong-mai-bien-gioi-10394325.html






(0)