ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ເມືອງ ​ເຫ້ວ ແລະ ແຂວງ​ຈຸງ​ຈ່າງ​ນາມ

ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຫງວຽນ​ວັນ​ເຟືອງ ຢືນ​ຢັນ​ວ່າ ການ​ພົວ​ພັນ​ຫວຽດ​ນາມ - ສ. ນະຄອນ​ເຫ້ວ​ມີ​ການ​ພົວພັນ​ຮ່ວມ​ມື​ກັບ​ຫຼາຍ​ຄູ່​ຮ່ວມ​ມື ສ.​ເກົາຫຼີ, ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ນະຄອນ​ເຫ້ວ ຍັງ​ບໍ່​ທັນ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ຂັ້ນ​ທ້ອງ​ຖິ່ນ​ກັບ​ແຂວງ ​ຫຼື ນະຄອນ​ໃດ​ຂອງ ສ.​ເກົາຫຼີ.

ນະຄອນເຫ້ວ ຫວັງວ່າຈະຕັ້ງໜ້າຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືກັບບັນດາຄູ່ຮ່ວມມື ສ.ເກົາຫຼີ ໃນໄລຍະຈະມາເຖິງ, ພິເສດແມ່ນແຂວງ Chungcheongnam, ຊຸກຍູ້ການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນລະຫວ່າງ 2 ທ້ອງຖິ່ນບົນພື້ນຖານຄວາມສະເໝີພາບ, ເຄົາລົບເຊິ່ງກັນ ແລະ ກັນ, ມິດຕະພາບ ໂດຍຜ່ານບັນດາການເຄື່ອນໄຫວຊຸກຍູ້ການພົວພັນແລກປ່ຽນ, ຮ່ວມມື.

ທ່ານ Kim Tae Heum, ຜູ້​ວ່າການ​ນະຄອນ Chungcheongnam ​ໄດ້​ຂອບ​ໃຈ​ບັນດາ​ການ​ນຳ​ນະຄອນ Hue ​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະ ຖື​ວ່າ ນີ້​ແມ່ນ​ໂອກາດ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ຜະລິດ​ຕະພັນ ​ແລະ ວິ​ສາ​ຫະກິດ Chungcheongnam ຢູ່ ຫວຽດນາມ. ທ່ານ​ຫວັງ​ວ່າ​ນະຄອນ​ເຫ້ວ​ຈະ​ສືບ​ຕໍ່​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ຂອງ​ເມືອງ Chungcheongnam ​ແລະ ການ​ຢ້ຽມຢາມ​ຄັ້ງ​ນີ້​ຈະ​ເປີດ​ໂອກາດ​ໃຫ້​ແກ່​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ລະຫວ່າງ​ສອງ​ທ້ອງ​ຖິ່ນ.

​ເພື່ອ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຄວາມ​ວັດທະນາ​ຖາວອນ, ການ​ນຳ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ມິດຕະພາບ.

ການ​ນຳ​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຂອງ​ທີ່​ລະ​ນຶກ

ສຸມໃສ່ຊຸກຍູ້ການແລກປ່ຽນ ແລະ ຮ່ວມມືໃນຂົງເຂດນະໂຍບາຍ ແລະ ບໍລິຫານລັດ, ຜ່ານບັນດາການເຄື່ອນໄຫວຄື: ແລກປ່ຽນຄະນະຜູ້ແທນການນຳ ແລະ ພະນັກງານ, ຈັດຕັ້ງໂຄງການຝຶກອົບຮົມ, ແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການຕົວຈິງ. ເປີດກວ້າງການຮ່ວມມືດ້ານວັດທະນະທຳຜ່ານການແລກປ່ຽນເອກະສານ, ຂໍ້ມູນຂ່າວສານ ແລະ ຈັດຕັ້ງບັນດາການເຄື່ອນໄຫວໂຄສະນາກ່ຽວກັບມໍລະດົກວັດທະນະທຳ, ສິລະປະ, ແນໃສ່ເຄົາລົບ, ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ກ່ຽວກັບປະຫວັດສາດ, ວັດທະນະທຳຂອງ 2 ປະເທດ. ສົມທົບ​ກັນ​ກໍ່ສ້າງ​ພື້ນຖານ​ການ​ຮ່ວມ​ມື​ພາກ​ພື້ນ​ທີ່​ແທດ​ຈິງ​ໃນ​ບັນດາ​ຂົງ​ເຂດ​ຄື: ອຸດສາຫະກຳ, ການ​ຄ້າ ​ແລະ ກະສິກຳ , ພ້ອມ​ທັງ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຄື​ການ​ດຶງ​ດູດ​ການ​ລົງທຶນ, ປັບປຸງ​ຄວາມ​ສາມາດ​ແກ່ງ​ແຍ້​ງ, ​ເປີດ​ກວ້າງ​ການ​ຄ້າ​ເພື່ອ​ຜົນ​ປະ​ໂຫຍ​ດ​ເຊິ່ງກັນ​ແລະ​ກັນ.

ພ້ອມ​ກັນ​ນັ້ນ, ​ໄດ້​ແບ່ງປັນ​ຂໍ້​ມູນ​ກ່ຽວ​ກັບ​ງານ​ວາງສະ​ແດງ, ​ເວທີ​ປາ​ໄສ​ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ, ​ເພີ່ມ​ທະວີ​ການ​ເຊື້ອ​ເຊີນ​ເຊິ່ງກັນ​ແລະ​ກັນ ​ແລະ ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ. ຮັດແໜ້ນການຮ່ວມມືດ້ານ ການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ຮ່ວມກັນສ້າງ ແລະ ຈັດຕັ້ງປະຕິບັດໂຄງການແລກປ່ຽນນັກຮຽນ-ຊາວໜຸ່ມ, ຂະຫຍາຍການຮ່ວມມືລະຫວ່າງສະຖາບັນການສຶກສາ ເພື່ອເພີ່ມຄວາມເຂົ້າໃຈ ແລະ ເຊື່ອມຈອດລະຫວ່າງຄົນລຸ້ນຫຼັງ.

ສັນຕິພາບ

ທີ່ມາ: https://huengaynay.vn/chinh-tri-xa-hoi/theo-dong-thoi-su/thanh-pho-hue-va-tinh-chungcheongnam-han-quoc-thuc-day-hop-tac-toan-dien-157291.html