ຕາມນັກຂ່າວ VNA ປະຈໍາ ອາຊີໃຕ້ແລ້ວ, ຈຸດປະສົງຂອງເຫດການທີ່ຈັດຂຶ້ນໃນວັນທີ 31 ຕຸລານີ້ ຢູ່ນະຄອນຫຼວງ Colombo ຂອງ ສີລັງກາ ແມ່ນເພື່ອແນະນຳທ່າແຮງ ແລະ ກາລະໂອກາດລົງທຶນທຸລະກິດຢູ່ ຫວຽດນາມ, ພ້ອມທັງປຶກສາຫາລືກ່ຽວກັບທິດທາງ ແລະ ຍຸດທະສາດຊຸກຍູ້ການຮ່ວມມື ດ້ານເສດຖະກິດ ສອງຝ່າຍໃນໄລຍະຈະມາເຖິງ.
ກອງປະຊຸມໄດ້ດຳເນີນໄປໂດຍທ່ານເອກອັກຄະລັດຖະທູດ Trinh Thi Tam ແລະ ປະທານ MBC ທ່ານ Nimal Ratnayake ເປັນປະທານ. ເຂົ້າຮ່ວມມີຜູ້ຕາງໜ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ຫ້ອງການການຄ້າ ຫວຽດນາມ ປະຈຳ ອິນເດຍ, ພະນັກງານສະຖານທູດ, ພ້ອມກັບຜູ້ແທນເກືອບ 100 ຄົນທີ່ມາຈາກບັນດາສະມາຄົມ MBC ແລະ ບັນດາວິສາຫະກິດ ສີລັງກາ ທີ່ມີຄວາມສົນໃຈໃນຕະຫຼາດ ຫວຽດນາມ ແລະ ພາກພື້ນ ອາຊຽນ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານ MBC Nimal Ratnayake ໄດ້ຕີລາຄາສູງຂໍ້ລິເລີ່ມນີ້ຂອງສະຖານທູດ, ຖືວ່າ: ນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດສີລັງກາ, ພິເສດແມ່ນບັນດາວິສາຫະກິດສະມາຊິກ MBC ເຂົ້າໃຈສະພາບການຕະຫຼາດຂອງຫວຽດນາມ ໂດຍສະເພາະແມ່ນບັນດາລະບຽບການ, ຜ່ານນັ້ນເພີ່ມທະວີຄວາມຕັດສິນໃຈດຳເນີນທຸລະກິດ ແລະ ລົງທຶນຢູ່ ຫວຽດນາມ.
ຄຽງຂ້າງນັ້ນ, ທ່ານປະທານປະເທດ ສີລັງກາ Dissanayake ໄດ້ຕີລາຄາສູງວົງເງິນການຄ້າ 1 ຕື້ USD ເຊິ່ງສອງຝ່າຍໄດ້ກ່າວໃນຖະແຫຼງການຮ່ວມໃນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານປະທານປະເທດ ສີລັງກາ Dissanayake ໃນເດືອນ 5/2025, ໂດຍຖືວ່າ: ເພື່ອບັນລຸໄດ້ຄາດໝາຍດັ່ງກ່າວ, ຕ້ອງໄດ້ຮັບຄວາມມານະພະຍາຍາມ ແລະ ມີວິທີການຈາກ ລັດຖະບານ ແລະ ວິສາຫະກິດ 2 ປະເທດ.
ທ່ານເອກອັກຄະລັດຖະທູດ Trinh Thi Tam ໃຫ້ຮູ້ວ່າ: ວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ ສີລັງກາ ບັນລຸປະມານ 300 ລ້ານ USD/ປີ ຫວ່າງມໍ່ໆມານີ້. ປະຈຸບັນ ສີລັງກາ ມີປະມານ 30 ໂຄງການລົງທຶນຢູ່ ຫວຽດນາມ ດ້ວຍຍອດຈຳນວນເງິນກ່ວາ 42 ລ້ານ USD. ທ່ານເອກອັກຄະລັດຖະທູດຕີລາຄາວ່າ: ການພົວພັນດ້ານເສດຖະກິດລະຫວ່າງສອງປະເທດຍັງຄົງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ພິເສດແມ່ນໃນຂົງເຂດກະສິກຳ, ການປະມົງ, ການທ່ອງທ່ຽວ ແລະ ການສຶກສາ.
ທ່ານເອກອັກຄະລັດຖະທູດຢືນຢັນວ່າ ດ້ວຍການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ຫວຽດນາມ ແລະ ສີລັງກາ ມີທຸກເງື່ອນໄຂເພື່ອຜັນຂະຫຍາຍການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ສະຖານທູດ ຫວຽດນາມ ປະຈຳ Colombo ຍາມໃດກໍ່ພ້ອມແລ້ວທີ່ຈະໜູນຊ່ວຍບັນດາວິສາຫະກິດ ສີລັງກາ ໃນການຊອກຫາກາລະໂອກາດດຳເນີນທຸລະກິດ ແລະ ການລົງທຶນຢູ່ ຫວຽດນາມ, ພ້ອມທັງແກ້ໄຂບັນດາຄວາມຫຍຸ້ງຍາກ, ບັນຫາທີ່ເກີດຂຶ້ນໃນຂະບວນການຮ່ວມມື.
ໃນການນຳສະເໜີ, ສະຖານທູດຫວຽດນາມ ໄດ້ແນະນຳບັນດານະໂຍບາຍລະອຽດເພື່ອດຶງດູດການລົງທຶນ, ປະຕິຮູບລະບຽບການບໍລິຫານ, ການຫັນເປັນດີຈີຕອນໃນຂົງເຂດເສດຖະກິດ, ແລະ ບັນດາຂົງເຂດທີ່ຫວຽດນາມ ໃຫ້ບຸລິມະສິດໃນການຮ່ວມມືຄື: ກະສິກຳເຕັກໂນໂລຊີສູງ, ອຸດສາຫະກຳປຸງແຕ່ງ, ແຜ່ນແພ, ພະລັງງານທົດແທນ, logistics, ການທ່ອງທ່ຽວ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ.
ດ້ວຍທີ່ຕັ້ງພູມສາດຍຸດທະສາດຢູ່ໃຈກາງອາຊີຕາເວັນອອກສ່ຽງໃຕ້, ພື້ນຖານໂຄງລ່າງທ່າກຳປັ່ນທະເລທີ່ພັດທະນາ, ລາຄາແຮງງານທີ່ສາມາດແຂ່ງຂັນ ແລະ ເຄືອຂ່າຍສັນຍາການຄ້າເສລີ (FTAs), ຫວຽດນາມ ໄດ້ຮັບຖືວ່າແມ່ນຈຸດໝາຍທີ່ເໝາະສົມສຳລັບວິສາຫະກິດ ສີລັງກາ ທີ່ຊອກຫາກາລະໂອກາດຂະຫຍາຍການຜະລິດ ຫຼື ເຂົ້າຮ່ວມຕ່ອງໂສ້ການສະໜອງຂອງພາກພື້ນ.
ຜູ້ຕາງໜ້າ MBC ຕີລາຄາວ່າ ຫວຽດນາມ ພວມກາຍເປັນ “ປະຕູເສດຖະກິດ” ຂອງອະນຸພາກພື້ນແມ່ນ້ຳຂອງ, ມີບົດບາດສຳຄັນໃນການເຊື່ອມຕໍ່ການຄ້າລະຫວ່າງອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້. MBC ສະເໜີໃຫ້ບັນດາວິສາຫະກິດ ສີລັງກາ ພິຈາລະນາລົງທຶນໃນຂົງເຂດປຸງແຕ່ງສະບຽງອາຫານ, ສົ່ງອອກຊາ ແລະ ກາເຟ, ແຜ່ນແພ, ອີຄອມເມີຊ ແລະ ການສຶກສາວິຊາຊີບ, ພ້ອມທັງຢັ້ງຢືນຄວາມພ້ອມໃນການປະສານງານ, ຈັດຕັ້ງບັນດາໂຄງການເຊື່ອມຕໍ່ວິສາຫະກິດ, ໃຫ້ຄຳແນະນຳຍຸດທະສາດການລົງທຶນສະເພາະເພື່ອໜູນຊ່ວຍບັນດາຄູ່ຮ່ວມມືຂອງ ສີລັງກາ ເປີດກວ້າງການຮ່ວມມືຢູ່ ຫວຽດນາມ.
ບັນດາວິສາຫະກິດ ສີລັງກາ ໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນ ແລະ ສະຖຽນລະພາບຂອງສະພາບແວດລ້ອມແຫ່ງການລົງທຶນຂອງ ຫວຽດນາມ, ສະແດງຄວາມປະທັບໃຈຕໍ່ການພັດທະນາເສດຖະກິດສີຂຽວ ແລະ ນະໂຍບາຍຫັນເປັນດີຈີຕອນຂອງລັດຖະບານ ຫວຽດນາມ. ມີຫຼາຍວິສາຫະກິດສະແດງຄວາມປາດຖະໜາຢາກຊອກຮູ້ກາລະໂອກາດຮ່ວມມືໃນຂົງເຂດທ່ອງທ່ຽວ, ຂົນສົ່ງ, ກະສິກຳ, ກໍ່ສ້າງ, ບຳບັດນ້ຳເສຍ, ອຸດສາຫະກຳໜູນຊ່ວຍ, ນຳເຂົ້າ ແລະ ສົ່ງອອກສິນຄ້າອຸປະໂພກ-ບໍລິໂພກ ແລະ ວັດສະດຸກໍ່ສ້າງ, ການບໍລິການດ້ານນອກຂະບວນການທຸລະກິດ (BPO).
ບາງຄວາມເຫັນສະເໜີຜ່ອນຜັນເງື່ອນໄຂວີຊາ ແລະ ການເປີດສາຍການບິນໂດຍກົງລະຫວ່າງ 2 ປະເທດ ເພື່ອແນໃສ່ອຳນວຍຄວາມສະດວກໃຫ້ການພົວພັນດ້ານການຄ້າ ແລະ ການລົງທຶນ; ພ້ອມກັນນັ້ນ, ກໍມີຄວາມສົນໃຈເຖິງຄວາມເປັນໄປໄດ້ຂອງການລົງນາມໃນສັນຍາ FTA/BTA ສອງຝ່າຍໃນໄລຍະຈະມາເຖິງ.
ຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ຊີ້ແຈ້ງວ່າ, ບັນດາວິສາຫະກິດຫວຽດນາມ ປະສົບກັບຄວາມຫຍຸ້ງຍາກເມື່ອສົ່ງອອກໄປສີລັງກາ ຍ້ອນອັດຕາພາສີສູງ, ພິເສດແມ່ນຜະລິດຕະພັນໄຟຟ້າ ແລະ ຢາງ; ແລະສະເໜີໃຫ້ສອງຝ່າຍສືບຕໍ່ປຶກສາຫາລືດ້ານນະໂຍບາຍເພື່ອລົບລ້າງສິ່ງກີດຂວາງດ້ານການຄ້າ, ຊຸກຍູ້ການຄ້າສອງສົ້ນ.
ສິ້ນສຸດກອງປະຊຸມ, ບັນດາຝ່າຍໄດ້ເຫັນດີເພີ່ມທະວີກົນໄກແລກປ່ຽນຂໍ້ມູນຂ່າວສານເປັນປະຈຳລະຫວ່າງສະຖານທູດຫວຽດນາມ ປະຈຳສີລັງກາ, MBC ແລະ ສະມາຄົມນັກທຸລະກິດສີລັງກາ; ແລະ ສະເໜີໃຫ້ຈັດຕັ້ງຄະນະຜູ້ແທນວິສາຫະກິດ ສີລັງກາ ປະຈຳຫວຽດນາມ ສຳຫຼວດພາກສະຫນາມໃນປີ 2026 ເພື່ອຊຸກຍູ້ການຮ່ວມມືດ້ານການລົງທຶນ ແລະ ການຄ້າຢ່າງຫຼວງຫຼາຍກວ່າ.
ເນື່ອງໃນໂອກາດນີ້, ສະຖານທູດຫວຽດນາມ ກໍ່ແນະນຳບັນດາເຍື່ອງອາຫານ ແລະ ກາເຟ ຫວຽດນາມ ໃຫ້ບັນດາວິສາຫະກິດ ສີລັງກາ, ປະກອບສ່ວນໂຄສະນາວັດທະນະທຳ ແລະ ຜະລິດຕະພັນຂອງ ຫວຽດນາມ.
ກອງປະຊຸມແມ່ນການເຄື່ອນໄຫວທາງການທູດເສດຖະກິດສຳຄັນປີ 2025 ໂດຍສະຖານທູດຫວຽດນາມ ປະຈຳ ສີລັງກາ ຈັດຕັ້ງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ສີລັງກາ (1970-2025). ເຫດການດັ່ງກ່າວປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ຊຸກຍູ້ການຮ່ວມມືດ້ານການລົງທຶນ, ການຄ້າສອງຝ່າຍ ແລະ ຢັ້ງຢືນພາບພົດຂອງຫວຽດນາມ ເປັນແຫຼ່ງລົງທຶນທີ່ປອດໄພ, ດຶງດູດ ແລະ ຍືນຍົງຢູ່ອາຊີ.
ທີ່ມາ: https://baotintuc.vn/kinh-te/viet-nam-la-diem-den-ly-tuong-cho-doanh-nghiep-sri-lanka-20251103061617072.htm






(0)