ເມືອງ: ມູນຄ່າການຜະລິດທັງໝົດໃນປີ 2023 ບັນລຸ 7,2%
ວັນພຸດ 29 ພະຈິກ 2023 | 16:38:41
169 views
ຕອນບ່າຍວັນທີ 29/11, ຄະນະກຳມະການປະຊາຊົນນະຄອນ ໄທບິ່ງ ໄດ້ຈັດຕັ້ງກອງປະຊຸມຮັບຟັງບົດລາຍງານໝາກຜົນການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມປີ 2023; ເປົ້າໝາຍ, ວຽກງານ ແລະ ວິທີແກ້ໄຂສຳລັບປີ 2024.
ສະຫາຍ ດິງເຈິ່ນເຢືອງ, ປະທານຄະນະກຳມະການປະຊາຊົນນະຄອນກ່າວຄຳເຫັນທີ່ກອງປະຊຸມ.
ປີ 2023, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ສະພາບການ ເສດຖະກິດ - ສັງຄົມ ຂອງນະຄອນໄດ້ຟື້ນຟູ ແລະ ເຕີບໂຕເປັນຢ່າງດີ, ດ້ວຍເປົ້າໝາຍ 14/21 ບັນລຸໄດ້ ແລະ ລື່ນກາຍແຜນການ. ຍອດມູນຄ່າການຜະລິດບັນລຸເກືອບ 52.660 ຕື້ດົ່ງ, ເພີ່ມຂຶ້ນ 7,2% ເມື່ອທຽບໃສ່ໄລຍະດຽວກັນ, ກວມເກືອບ 25% ຍອດມູນຄ່າການຜະລິດຂອງທົ່ວແຂວງ. ສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດສືບຕໍ່ປັບປຸງ, ຢືນອັນດັບທີ 1 ໃນດັດຊະນີຄວາມສາມາດແຂ່ງຂັນຂອງບັນດາເມືອງ, ນະຄອນເປັນປີທີ 2. ຍອດລາຍຮັບງົບປະມານແຫ່ງລັດຢູ່ທ້ອງຖິ່ນຄາດຄະເນໄດ້ກວ່າ 2.950 ຕື້ດົ່ງ, ບັນລຸ 104,6% ເທົ່າກັບ 108,8% ເມື່ອທຽບໃສ່ໄລຍະດຽວກັນ. ວຽກງານວາງແຜນ, ຂັ້ນຕອນການລົງທຶນ, ຄວາມຄືບໜ້າໃນການກໍ່ສ້າງຂອງວຽກງານ ແລະ ໂຄງການພວມເລັ່ງໃສ່. ຫຼາຍວຽກງານ ແລະ ໂຄງການທີ່ສຳຄັນໄດ້ຮັບການຜັນຂະຫຍາຍ ແລະ ນຳໃຊ້ຄື: ສວນສາທາລະນະກີບາ, ໜອງຕີຣູ, ຖະໜົນ ໂງກວ໋ຽນ... ຂົງເຂດວັດທະນະທຳ - ສັງຄົມບັນລຸໄດ້ບັນດາໝາກຜົນຮອບດ້ານ, ຄວາມໝັ້ນຄົງ, ປ້ອງກັນປະເທດໄດ້ຮັບການຮັກສາ.
ຫຼາຍໂຄງການ ແລະ ວຽກງານກໍາລັງເລັ່ງຄວາມຄືບໜ້າຂອງການກໍ່ສ້າງ.
ໃນປີ 2024, ເມືອງສູ້ຊົນບັນລຸມູນຄ່າການຜະລິດທັງໝົດ 9,5% ຂຶ້ນໄປ; ອັດຕາການເຕີບໂຕຂອງລາຍຮັບງົບປະມານ 12%; ຍອດຈຳນວນເງິນລົງທຶນສັງຄົມກວ່າ 16.200 ຕື້ດົ່ງ; ອັດຕາການເປັນຕົວເມືອງ 80,28%; ລາຍຮັບສະເລ່ຍຕໍ່ຫົວຄົນ 85 ລ້ານດົ່ງ/ຄົນ/ປີ; ສຳເລັດມາດຖານສະເໜີສ້າງຕັ້ງ 8 ຕາແສງເຂົ້າເປັນຫວອດ....
ເພື່ອບັນລຸໄດ້ບັນດາຄາດໝາຍດັ່ງກ່າວ, ຄະນະກຳມະການປະຊາຊົນນະຄອນສຸມໃສ່ດຶງດູດການລົງທຶນ, ລະດົມແຫຼ່ງກຳລັງໃຫ້ແກ່ການພັດທະນາເສດຖະກິດ, ຕົວເມືອງ. ສຸມໃສ່ລົບລ້າງຄວາມຫຍຸ້ງຍາກ, ອຸປະສັກ, ຊຸກຍູ້ການປະຕິຮູບລະບຽບການບໍລິຫານ ແລະ ການຫັນເປັນດິຈິຕອນ. ເລັ່ງລັດໃຫ້ສຳເລັດໂຄງການກໍ່ສ້າງພື້ນຖານໂຄງລ່າງເສດຖະກິດ-ສັງຄົມທີ່ສຳຄັນ. ພັດທະນາຮອບດ້ານດ້ານວັດທະນະທຳ-ສັງຄົມ; ເປັນການຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງວັນປົດປ່ອຍເມືອງຄົບຮອບ 70 ປີ, ວັນສ້າງຕັ້ງນະຄອນຄົບຮອບ 20 ປີ ແລະວັນບຸນຕ່າງໆທີ່ສຳຄັນໃນປີນີ້.
ມິງຫງວຽດ
ທີ່ມາ
(0)