ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຫາກໍອອກເອກະສານກະຕຸ້ນບົດລາຍງານການປະຕິບັດທິດທາງຂອງການນຳລັດ.
ເອກະສານລະບຸວ່າ: ວັນທີ 18 ສິງຫາ 2023, ທ່ານຮອງ ນາຍົກລັດຖະມົນຕີ ເລມີງຄາຍ ໄດ້ມອບໃຫ້ທະນາຄານແຫ່ງລັດ ເປັນປະທານ ແລະ ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ກວດກາຄືນ, ປັບປຸງ ແລະ ເພີ່ມເຕີມບັນດາບົດບັນຍັດສະບັບເລກທີ 06/2023/TT-NHNN ລົງວັນທີ 28 ມິຖຸນາ 2023 ໃຫ້ສຳເລັດກ່ອນວັນທີ 21 ສິງຫາ 2023.
ຈາກນັ້ນ, ວັນທີ 22 ສິງຫາ 2023, ທ່ານຮອງນາຍົກ ລັດຖະ ມົນຕີ ເລມີງຄາຍ ໄດ້ຮຽກຮ້ອງໃຫ້ທະນາຄານແຫ່ງລັດ ຮີບຮ້ອນປະຕິບັດບັນດາທິດທາງຂ້າງເທິງນີ້ ແລະ ລາຍງານໝາກຜົນການຈັດຕັ້ງປະຕິບັດໃຫ້ນາຍົກລັດຖະມົນຕີກ່ອນວັນທີ 24 ສິງຫາ 2023.
ບົນພື້ນຖານຂໍ້ສະເໜີຂອງທະນາຄານແຫ່ງລັດ (ບົດລາຍງານສະບັບວັນທີ 22 ສິງຫາ), ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດານະໂຍບາຍຕອບສະໜອງໄວ, ທັນການ ແລະ ມີປະສິດທິຜົນກວ່າ ບົນຈິດໃຈເປີດກວ້າງ, ຮັບຟັງ ແລະ ມີບັນດາມາດຕະການແກ້ໄຂສະເພາະໜ້າຕໍ່ບັນຫາ ແລະ ຂໍ້ຄົງຄ້າງທີ່ທ້ອງຖິ່ນ, ໜັງສືພິມ, ຫາງສຽງປະຊາຊົນ, ນັກທຸລະກິດ ແລະ ທະນາຄານທຸລະກິດ ເປັນຫ່ວງ, ທ້ອນໂຮມ ແລະ ສະເໜີ.
ບົນພື້ນຖານລະບຽບກົດໝາຍທີ່ກ່ຽວຂ້ອງ, ອຳນາດການປົກຄອງ ແລະ ສະພາບການຕົວຈິງ, ກວດກາຄືນ, ປັບປຸງ ແລະ ເພີ່ມເຕີມລະບຽບການໃນຖະແຫຼງການ ສະບັບເລກທີ 06 ເໜືອ, ແນໃສ່ໂຈະການຈັດຕັ້ງປະຕິບັດລະບຽບການທີ່ກໍ່ໃຫ້ເກີດຄວາມຫຍຸ້ງຍາກ ແລະ ອຸປະສັກໃຫ້ແກ່ວິສາຫະກິດ, ສະຖາບັນສິນເຊື່ອ ແລະ ປະຊາຊົນ.
ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ການດັດແກ້ຖະແຫຼງການ 06 ຕ້ອງໃຫ້ສຳເລັດໃນວັນທີ 25 ສິງຫາ.
ຖະແຫຼງການສະບັບທີ 06/2023 ກຳນົດການເຄື່ອນໄຫວປ່ອຍເງິນກູ້ຂອງສະຖາບັນສິນເຊື່ອ ແລະ ສາຂາທະນາຄານຕ່າງປະເທດໃຫ້ລູກຄ້າ ມີຜົນສັກສິດນັບແຕ່ວັນທີ 1 ກັນຍາ 2023. ຖະແຫຼງການສະບັບນີ້ ເພີ້ມລະບຽບການໃຫ້ສະຖາບັນສິນເຊື່ອບໍ່ໃຫ້ກູ້ຢືມເພື່ອຊໍາລະສະສາງທຶນ ຕາມສັນຍາການປະກອບສ່ວນທຶນ, ສັນຍາຮ່ວມມືດ້ານການລົງທຶນ ຫຼື ສັນຍາຮ່ວມມືທຸລະກິດ ເພື່ອຈັດຕັ້ງປະຕິບັດໂຄງການລົງທຶນທີ່ບໍ່ສອດຄ່ອງກັບເງື່ອນໄຂການດໍາເນີນທຸລະກິດຕາມຂໍ້ກໍານົດຂອງກົດໝາຍໃນເວລາທີ່ສະຖາບັນສິນເຊື່ອຕັດສິນໃຈປ່ອຍກູ້. ທະນາຄານແຫ່ງລັດຢືນຢັນວ່າ: ລະບຽບການນີ້ໃຊ້ໄດ້ກັບບັນດາໂຄງການລົງທຶນທີ່ບໍ່ສອດຄ່ອງກັບເງື່ອນໄຂດຳເນີນທຸລະກິດຕາມລະບຽບກົດໝາຍ. ສຳລັບໂຄງການລົງທຶນທີ່ບັນລຸເງື່ອນໄຂໃນການດຳເນີນທຸລະກິດຕາມກົດໝາຍ, ສະຖາບັນສິນເຊື່ອ ສືບຕໍ່ພິຈາລະນາໃຫ້ກູ້ຢືມແກ່ລູກຄ້າເພື່ອຊໍາລະສະສາງທຶນຕາມສັນຍາການປະກອບສ່ວນທຶນ, ສັນຍາຮ່ວມມືລົງທຶນ ຫຼື ສັນຍາຮ່ວມມືທຸລະກິດຕາມລະບຽບການ. ຢ່າງໃດກໍຕາມ, ລະບຽບການນີ້ຍັງປະເຊີນກັບປະຕິກິລິຍາຈາກນັກລົງທຶນອະສັງຫາລິມະສັບ, ເປັນຕົວແທນໂດຍສະມາຄົມທຸລະກິດອະສັງຫາລິມະສັບ. |
ທີ່ມາ
(0)