Vietnam.vn - Nền tảng quảng bá Việt Nam

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ ມາ​ຢ້ຽມ​ຢາມ​ຫວຽດ​ນາມ ແຕ່​ວັນ​ທີ 14 – 15/1

Thời ĐạiThời Đại12/01/2025


ຕາມ​ຂ່າວ​ແຈ້ງວ່າ, ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນ ຕີ Pham Minh Chinh, ທ່ານ​ນາຍົກລັດຖະມົນຕີສະຫະພັນ​ລັດ​ເຊຍ Mikhail Vladimirovich Mishustin ຈະ​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 14 – 15/1. ນີ້​ແມ່ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ຂອງ​ທ່ານ Mishustin ​ໃນ​ຖາ​ນະ​ເປັນ​ນາຍົກລັດຖະມົນຕີ ລັດ​ເຊຍ ​ແລະ ​ເປັນ​ຄັ້ງ​ທຳ​ອິດ​ທີ່​ນາຍົກລັດຖະມົນຕີ 2 ທ່ານ​ໄດ້​ພົບ​ປະ​ເປັນ​ຫົວໜ້າ​ລັດຖະບານ.

ທີ່​ການ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ VNA, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລັດ​ເຊຍ ດັ້ງ​ມິງ​ຄອຍ ​ໄດ້​ຕີ​ລາຄາ​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານ ​ນາຍົກລັດຖະມົນຕີ ສະ ຫະພັນ​ລັດ​ເຊຍ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສະຫະພັນ​ລັດ​ເຊຍ ​ແລະ ກະກຽມ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ສຳຄັນ​ຂອງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ປີ 2025, ດັ່ງ​ນີ້:

ກ່ອນ​ອື່ນ​ໝົດ, ການ​ຢ້ຽມຢາມ​ສະ​ແດງ​ໃຫ້​ເຫັນ​ວ່າ 2 ປະ​ເທດ​ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ສືບ​ຕໍ່​ຮັດ​ແໜ້ນ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ລັດ​ເຊຍ ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ບຸລິມະສິດ​ສຳຄັນ​ໃນ​ນະ​ໂຍບາຍ​ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ​ກັບ ຫວຽດນາມ. ​ໃນ​ປີ 2024, ຫວຽດນາມ​ຈະ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທຳ​ອິດ​ທີ່​ປະທານາທິບໍດີ​ລັດ​ເຊຍ Vladimir Putin ຈະ​ມາ​ຢ້ຽມຢາມ​ພາຍຫຼັງ​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ສະ​ໄໝ​ໃໝ່​ຢ່າງ​ເປັນ​ທາງ​ການ.

Thủ tướng Chính phủ Liên bang Nga Mikhail Vladimirovich. (Ảnh: AP)
ນາຍົກລັດຖະມົນຕີ ສະ ຫະພັນລັດເຊຍ Mikhail Vladimirovich. (ພາບ: AP)

ຫວຽດນາມ ຍາມໃດກໍ່ຖືລັດເຊຍ ແມ່ນໜຶ່ງໃນບັນດາບຸລິມະສິດດ້ານນະໂຍບາຍການຕ່າງປະເທດອັນດັບໜຶ່ງຂອງຕົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ໄປ​ຢ້ຽມ​ຢາມ ລັດ​ເຊຍ ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ການ​ນຳ BRICS ເປີດກວ້າງ​ຢູ່ Kazan ໃນ​ເດືອນ 10/2024 ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈີ່ນ​ດ້າຍ​ກວາງ ໄດ້​ມາ​ຢ້ຽມ​ຢາມ ລັດ​ເຊຍ ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ 9/2024.

ສອງ, ການ​ຢ້ຽມຢາມ​ໄດ້​ດຳ​ເນີນ​ໄປ​ກ່ອນ ​ແລະ ​ເປີດ​ກ້ວາງ​ບັນດາ​ການ​ເຄື່ອນ​ໄຫວ​ຂັ້ນ​ສູງ​ເພື່ອ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ລັດ​ເຊຍ (30 ມັງກອນ 1950 – 30 ມັງກອນ 2025). ນີ້​ແມ່ນ​ເຫດການ​ສຳຄັນ​ໃນ​ປະຫວັດສາດ​ຂອງ​ການ​ພົວພັນ​ຫວຽດນາມ - ລັດ​ເຊຍ. ນັບ​ແຕ່​ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, ທ່ານ​ປະ​ທານ​ໂຮ່​ຈິ​ມິນ​ໄດ້​ດຳ​ເນີນ​ການ​ຢ້ຽມ​ຢາມ​ສະ​ຫະ​ພາບ​ໂຊ​ວຽດ​ຄັ້ງ​ທຳ​ອິດ ແລະ 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​ຄັ້ງ​ທຳ​ອິດ (ກໍ​ລະ​ກົດ 1955). 75 ປີ​ແຫ່ງ​ວັນ​ແມ່ນ​ການ​ເດີນ​ທາງ​ຍາວ​ນານ​ດ້ວຍ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ​ແຕ່​ຍັງ​ມີ​ບັນດາ​ຜົນງານ​ທີ່​ພາກ​ພູມ​ໃຈ.

ທີ 3, ການຢ້ຽມຢາມຂອງນາຍົກລັດຖະມົນຕີ ລັດເຊຍ ຈະມາເຖິງແມ່ນເຫດການສຳຄັນໃນການພົວພັນ 2 ຝ່າຍໃນປີ 2025 ເພື່ອຊຸກຍູ້ການປະຕິບັດບັນດາທິດສຳຄັນເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເລິກເຊິ່ງກວ່າ, ໄດ້ຮັບການປຶກສາຫາລື ແລະ ເຫັນດີເປັນເອກະພາບຈາກບັນດາການນຳຂັ້ນສູງ 2 ປະເທດ ໃນໄລຍະການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານປະທານາທິບໍດີ Putin (ວັນທີ 28 ມິຖຸນາ 2024).

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ມິງ​ຄອຍ ​ແລ້ວ, ການ​ຢ້ຽມຢາມ​ໄດ້​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ອັນ​ແຮງ​ຂອງ 2 ຝ່າຍ​ໃນ​ການ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້ວາງ​ຂວາງ ​ແລະ ມີ​ປະສິດທິ​ຜົນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ການນຳ 2 ປະເທດໄດ້ພົບປະ, ປຶກສາຫາລື ແລະ ເຫັນດີເປັນເອກະພາບບັນດາບັນຫາສຳຄັນ, ທິດທາງຍຸດທະສາດໃນໄລຍະຈະມາເຖິງ, ກຳນົດບັນດາຂົງເຂດຮ່ວມມືສຳຄັນກ່ວາອີກ, ນັບແຕ່ເສດຖະກິດ, ການຄ້າ, ພະລັງງານ, ວິທະຍາສາດ ແລະ ເຕັກໂນໂລຊີ ເຖິງການສຶກສາ, ວັດທະນະທຳ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ມິງ​ຄອຍ ​ແລ້ວ, ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ສະຫະພັນ​ລັດ​ເຊຍ Mishustin ​ເຖິງ ຫວຽດນາມ ​ໄດ້​ສົ່ງ​ສານ​ກ່ຽວ​ກັບ​ການ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ໂດຍ​ມີ​ການ​ພົບ​ປະ​ເປັນ​ປະຈຳ ​ແລະ ການ​ພົວພັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ; ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາຖະໜາ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ລັດ​ເຊຍ, ​ເພີ່ມ​ທະວີ​ການ​ຮ່ວມ​ມື, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ສຳຄັນ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ການຢ້ຽມຢາມກໍ່ແມ່ນໂອກາດເພື່ອໃຫ້ສອງຝ່າຍໄດ້ທົບທວນຄືນ, ປຶກສາຫາລື ແລະ ຊອກຫາວິທີແກ້ໄຂບັນດາບັນຫາ ແລະ ອຸປະສັກທີ່ມີຢູ່ແລ້ວໃນການຮ່ວມມືສອງຝ່າຍ, ແລກປ່ຽນກ່ຽວກັບຄວາມຄືບໜ້າຂອງການປະຕິບັດບັນດາໂຄງການຮ່ວມມືສຳຄັນລະຫວ່າງ 2 ປະເທດໃນຂົງເຂດພະລັງງານ, ອຸດສາຫະກຳ ແລະ ອື່ນໆ, ສະເໜີບັນດາມາດຕະການເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ສ້າງກຳລັງໜູນຊຸກຍູ້ການພົວພັນສອງຝ່າຍ.

ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ມິງ​ຄອຍ ​ໃຫ້​ຮູ້​ວ່າ: ການ​ພົວພັນ ຫວຽດນາມ - ລັດ​ເຊຍ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ເຕັມ​ທີ່ ​ແລະ ມີ​ຊ່ອງ​ຫວ່າງ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ​ຢ່າງ​ແຂງ​ແຮງ ​ແລະ ​ເລິກ​ເຊິ່ງກ່ວາ​ອີກ, ​ໃນ​ນັ້ນ​ມີ​ບັນດາ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຄື: ຄະນະ​ກຳມະການ​ຮ່ວມ​ມື​ລະຫວ່າງ​ລັດຖະສະພາ, ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ - ການ​ຄ້າ ​ແລະ ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ທະຫານ - ​ເຕັກ​ໂນ​ໂລ​ຊີ. ບົດບາດຢ່າງຫ້າວຫັນ.

ດ້ວຍ​ເຈດ​ຕະນາ​ດີ​ດ້ານ​ການ​ເມືອງ​ຂອງ​ການ​ນຳ​ຂັ້ນ​ສູງ ​ແລະ ຄວາມ​ຕັດສິນ​ໃຈ​ອັນ​ບໍ່​ຢຸດ​ຢັ້ງ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ປີ 2025 ຈະ​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່​ແຫ່ງ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ.

ການ​ພົວ​ພັນ​ຫວຽດ​ນາມ - ລັດ​ເຊຍ: ຈຸດ​ພົ້ນ​ເດັ່ນ​ໃນ​ປີ 2024

ປີ 2024 ​ແມ່ນ​ການ​ພັດທະນາ​ຢ່າງ​ແຮງ​ຂອງ​ການ​ພົວພັນ​ຫວຽດນາມ - ລັດ​ເຊຍ ດ້ວຍ​ບັນດາ​ໝາກຜົນ​ທີ່​ຕັ້ງໜ້າ, ພິ​ເສດ​ແມ່ນ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ການ​ພົວພັນ​ຮ່ວມ​ມື​ຂັ້ນ​ສູງ.

ເດືອນ​ມິຖຸນາ​ປີ 2024, ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໄດ້​ມາ​ຢ້ຽມຢາມ​ທາງ​ລັດຖະກິດ​ຢູ່ ຫວຽດນາມ. ການຢ້ຽມຢາມຄັ້ງນີ້ ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ແລະ ລົງນາມເອກະສານຮ່ວມມື 11 ສະບັບໃນຫຼາຍຂົງເຂດ.

ໃນເດືອນສິງຫາ 2024, ພາຍຫຼັງປະທານາທິບໍດີ To Lam ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ການນຳ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບເພື່ອປຶກສາຫາລື ແລະ ເຫັນດີເປັນເອກະພາບບັນດາທິດທາງຕົ້ນຕໍໃນໄລຍະຈະມາເຖິງໃນຂອບເຂດການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.

​ເດືອນ​ກັນຍາ​ແລະ​ຕຸລາ 2024, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ດ້າຍ​ກວາງ ​ແລະ ທ່ານ​ນາຍົກລັດຖະມົນຕີ Pham Minh Chinh ​ໄດ້​ໄປ​ຢ້ຽມຢາມ ລັດ​ເຊຍ ​ແລະ ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ Putin. ການ​ເດີນ​ທາງ​ເຫຼົ່າ​ນີ້​ໄດ້​ປະກອບສ່ວນ​ຊຸກຍູ້​ການ​ປະຕິບັດ​ຖະ​ແຫຼ​ງການ​ຮ່ວມ ​ແລະ ຂໍ້​ຕົກລົງ​ທີ່​ຜ່ານ​ມາ​ລະຫວ່າງ​ສອງ​ຝ່າຍ.

ທີ່​ການ​ປະຊຸມ​ຂ່າວ​ໃນ​ທ້າຍ​ເດືອນ 12/2024, ທ່ານ​ເອກ​ອັກຄະ​ລັດຖະທູດ​ລັດ​ເຊຍ ປະຈຳ ຫວຽດນາມ Gennady Bezdetko ຕີ​ລາຄາ​ວ່າ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ 2 ປະ​ເທດ​ພວມ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ - ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ - ເຕັກ​ນິກ​ໄດ້​ດຳ​ເນີນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ສອງ​ປະ​ເທດ​ກໍ່​ໄດ້​ກະກຽມ​ຮ່າງ​ແຜນການ​ຮອບດ້ານ​ກ່ຽວ​ກັບ​ການ​ພັດທະນາ​ການ​ຮ່ວມ​ມື​ລະຫວ່າງ​ລັດ​ເຊຍ - ຫວຽດນາມ ຮອດ​ປີ 2030, ​ໂດຍ​ສຸມ​ໃສ່​ບັນດາ​ຂົງ​ເຂດ​ຄື: ການ​ຄ້າ - ການ​ລົງທຶນ, ອຸດສາຫະກຳ, ພະລັງງານ, ຄົມມະນາຄົມ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ການ​ສື່ສານ, ວິທະຍາສາດ ​ແລະ ການ​ສຶກສາ.



ທີ່ມາ: https://thoidai.com.vn/thu-tuong-nga-tham-viet-nam-tu-ngay-14-den-151-209413.html

(0)

No data
No data

ນະຄອນຫຼວງຂອງຕົ້ນຫມາກໂປມສີເຫຼືອງໃນພາກກາງໄດ້ຮັບຄວາມເສຍຫາຍຢ່າງຫນັກຫຼັງຈາກໄພພິບັດທໍາມະຊາດສອງເທົ່າ
ຮ້ານ​ກາ​ເຟ​ຢູ່​ຮ່າ​ໂນ້ຍ​ເຮັດ​ໃຫ້​ເປັນ​ໄຂ້​ຍ້ອນ​ສະ​ພາບ​ວັນ​ຄຣິດ​ສະ​ມາດ​ຄ້າຍ​ຄື​ຊາວ​ເອີ​ລົບ
ຮ້ານກາເຟ ດາລາດ ເຫັນວ່າມີລູກຄ້າເພີ່ມຂຶ້ນ 300% ຍ້ອນວ່າ ເຈົ້າຂອງຫຼິ້ນລະຄອນ 'ລະຄອນສິລະປະການຕໍ່ສູ້'
ຟໍ 'ບິນ' 100.000 ດົ່ງ/ໂຖ ເຮັດໃຫ້ເກີດຄວາມຂັດແຍ້ງ, ລູກຄ້າຍັງແອອັດ

ມໍລະດົກ

ຮູບ

ທຸລະກິດ

Nom Dao script - ແຫຼ່ງຄວາມຮູ້ຂອງປະຊາຊົນ Dao

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ