ຫງວຽນຮົ່ງ
10:19 | ວັນທີ 28 ສິງຫາ 2023
ຕອນເຊົ້າວັນທີ 28/8, ຢູ່ທີ່ທຳນຽບປະທານປະເທດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ສິງກະໂປ Lee Hsien Loong.
 |
| ຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ, ທ່ານນາຍົກລັດຖະມົນຕີ ສິງກະໂປ Lee Hsien Loong ແລະ ພັນລະຍາ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 27-29/8. |
 |
| ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ນາຍົກລັດຖະມົນຕີ 2 ທ່ານໄດ້ດຳເນີນການເຈລະຈາເພື່ອປຶກສາຫາລືບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື. |
 |
| ນີ້ແມ່ນຄັ້ງທີ 5 ທີ່ທ່ານຫຼີເຄິ້ສຽງມາຫວຽດນາມເປັນນາຍົກລັດຖະມົນຕີ, ໄດ້ສະແດງໃຫ້ເຫັນຄວາມສະໜິດສະໜົມແລະການເຊື່ອມຕໍ່ລະຫວ່າງສອງປະເທດສິງກະໂປແລະຫວຽດນາມ. |
 |
| ການຢ້ຽມຢາມແມ່ນສ່ວນໜຶ່ງຂອງບັນດາເຫດການທີ່ສອງຝ່າຍຈັດຕັ້ງເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ ແລະ 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ສິງກະໂປ. |
 |
| ຫວ່າງມໍ່ໆມານີ້, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ພັນລະຍາໄດ້ດຳເນີນການຢ້ຽມຢາມສິງກະໂປຢ່າງເປັນທາງການແຕ່ວັນທີ 8-10/2/2023, ດ້ວຍບັນດາໝາກຜົນທີ່ພົ້ນເດັ່ນ. |
 |
| ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ພວມພັດທະນາຢ່າງຕັ້ງໜ້າ. ການພົວພັນດ້ານເສດຖະກິດສືບຕໍ່ພັດທະນາເປັນຢ່າງດີ. ສະເພາະ 6 ເດືອນຕົ້ນປີ 2023, ສິງກະໂປ ແມ່ນຄູ່ຮ່ວມມືລົງທຶນໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍ 163 ໂຄງການທີ່ໄດ້ຮັບໃບອະນຸຍາດໃໝ່, ປັບຕົວ 72 ສະບັບ ແລະ ທຶນສົມທົບ 164 ທຶນເພື່ອຊື້ຫຸ້ນ ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 3 ຕື້ USD. |
 |
ກ່ອນທີ່ຈະເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ Lee Hsien Loong ໄດ້ວາງພວງມາລາ ແລະ ຢ້ຽມຢາມສຸສານປະທານ ໂຮ່ຈີມິນ. ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ສິງກະໂປ ຄາດວ່າຈະມີການພົບປະກັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ທ່ານປະທານປະເທດ Vo Van Thuong ແລະ ທ່ານປະທານສະພາແຫ່ງຊາດ Vuong Dinh Hue. ໃນມື້ສຸດທ້າຍຂອງການຢ້ຽມຢາມຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ແລະ ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຈະເປັນປະທານຮ່ວມບັນດາການເຄື່ອນໄຫວຄື: ເຂົ້າຮ່ວມກອງປະຊຸມຊຸກຍູ້ການປະຕິບັດບັນດາໂຄງການຮ່ວມມືລົງທຶນຫວຽດນາມ - ສິງກະໂປ; ພົບປະກັບນັກສຶກສາດີເດັ່ນ ແລະ ຮັບປະທານອາຫານທ່ຽງກັບນັກສຶກສາມະຫາວິທະຍາໄລແຫ່ງຊາດ, ຮ່າໂນ້ຍ; ແລະເຂົ້າຮ່ວມການສົນທະນາລະຫວ່າງການນຳໜຸ່ມຂອງສອງປະເທດ ແລະ ບັນດາລັດຖະມົນຕີ. |
 |
ກ່ອນການຢ້ຽມຢາມ, ຕອບສຳພາດຕໍ່ນັກຂ່າວ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສິງກະໂປ Mai Phuoc Dung ໃຫ້ຮູ້ວ່າ: ໃນເດືອນ 10/2022, ສິງກະໂປ ແລະ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານສິນເຊື່ອກາກບອນ. ທ່ານເອກອັກຄະລັດຖະທູດ Mai Phuoc Dung ຫວັງວ່າຄັ້ງນີ້ສອງປະເທດຈະລົງນາມໃນຂໍ້ຕົກລົງທີ່ມີຄວາມໝາຍສຳຄັນ - ຂໍ້ຕົກລົງກ່ຽວກັບສິນເຊື່ອກາກບອນ. ຖ້າຫາກໄດ້ລົງນາມ, ນີ້ຈະແມ່ນຂໍ້ຕົກລົງທຳອິດທີ່ສິງກະໂປໄດ້ລົງນາມກັບປະເທດໜຶ່ງໃນໂລກກ່ຽວກັບບັນຫານີ້. ສິງກະໂປຢາກໃຫ້ສັນຍາສິນເຊື່ອກາກບອນເປັນແບບຢ່າງໃນການຮ່ວມມືລະຫວ່າງບັນດາປະເທດອາຊຽນ. |
 |
| ທ່ານເອກອັກຄະລັດຖະທູດສິງກະໂປ ປະຈຳຫວຽດນາມ Jaya Ratnam ໃຫ້ຮູ້ວ່າ, ຈຸດສຸມຂອງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Lee Hsien Loong ແມ່ນເພື່ອແນໃສ່ຊຸກຍູ້ການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈກ່ຽວກັບການພົວພັນຄູ່ຮ່ວມມືເສດຖະກິດສີຂຽວ ແລະ ດິຈິຕອລ ທີ່ສອງຝ່າຍບັນລຸໄດ້ໃນໄລຍະການຢ້ຽມຢາມ ສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໃນເດືອນກຸມພາ 2023. |
 |
| ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Lee Hsien Loong ຈະສືບຕໍ່ເພີ່ມທະວີ, ຊຸກຍູ້ ແລະ ຮັດແໜ້ນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ ເພື່ອສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ. |
ທີ່ມາ
(0)