2 ຝ່າຍໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີການຮ່ວມມືໃນບັນດາຂົງເຂດພື້ນເມືອງຄື: ການຄ້າ, ການສຶກສາ, ກະສິກຳ, ແລະ ຜັນຂະຫຍາຍບັນດາຂົງເຂດໃໝ່ຄື: ການຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດ ຂຽວ, ເສດຖະກິດດີຈີຕອນ.

ຕາມຂ່າວສານຊິນຮວາ: ວັນທີ 10 ຕຸລານີ້, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢູ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີນິວຊີແລນ Christopher Luxon.
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນ ນິວຊີແລນ ທີ່ໄດ້ໜູນຊ່ວຍຫວຽດນາມ ດ້ວຍງົບປະມານ 1 ລ້ານ NZD ເພື່ອຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພະຍຸໄຕ້ຝຸ່ນ Yagi.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ກໍ່ຂອບໃຈການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມເພິ່ງພໍໃຈຕໍ່ຜົນການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການໃນເດືອນ 3/2024.
ທ່ານນາຍົກລັດຖະມົນຕີ 2 ທ່ານ ມີຄວາມຍິນດີເປັນສັກຂີພິຍານຕໍ່ການສືບຕໍ່ພັດທະນາ ແລະ ຮັດແໜ້ນການພົວພັນ ຫວຽດນາມ - ນິວຊີແລນ; ພ້ອມທັງເຫັນດີເປັນເອກະສັນກັນຈັດຕັ້ງປະຕິບັດບັນດາການເຄື່ອນໄຫວທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດ ແລະ ຄົບຮອບ 5 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃນປີ 2025.
ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນອະນາຄົດ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການເພີ່ມທະວີການຮ່ວມມືໃນບັນດາຂົງເຂດພື້ນເມືອງຄື: ການຄ້າ - ການລົງທຶນ, ການສຶກສາ - ບຳລຸງສ້າງ, ກະສິກຳ, ການພົບປະແລກປ່ຽນປະຊາຊົນ ແລະ ເປີດກວ້າງບັນດາຂົງເຂດໃໝ່ຄື ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ປາດຖະໜາວ່າ 2 ຝ່າຍຜັນຂະຫຍາຍບັນດາທິດທາງສະເພາະ ແລະ ບັນດາບາດກ້າວບຸກທະລຸ ເພື່ອແນໃສ່ນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 2 ຕື້ USD ໃນທ້າຍປີ 2024 ແລະ 3 ຕື້ USD ໃນປີ 2026; ຂອບໃຈ ແລະ ປາດຖະໜາວ່າ ນິວຊີແລນ ສືບຕໍ່ຜັນຂະຫຍາຍການຊ່ວຍເຫຼືອດ້ານການພັດທະນາຢ່າງເປັນທາງການ (ODA), ໜູນຊ່ວຍດ້ານພາສາອັງກິດ ແລະ ການຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານສູນກາງ ແລະ ທ້ອງຖິ່ນຂອງ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ Christopher Luxon ໄດ້ເຫັນດີກັບຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ Pham Minh Chinh; ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າຂອງ ນິວຊີແລນ ໃນພາກພື້ນ; ຢືນຢັນວ່າ ນິວຊີແລນ ຈະຊຸກຍູ້ທຸກຂົງເຂດຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສືບຕໍ່ໜູນຊ່ວຍ ODA ໃນຂົງເຂດຕົວຈິງຕາມຄວາມຕ້ອງການພັດທະນາຂອງຫວຽດນາມ, ພິເສດແມ່ນກະສິກຳເຕັກໂນໂລຊີສູງ, ຄຸ້ມຄອງ ແລະ ຕອບສະໜອງໄພພິບັດ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ອື່ນໆ.
ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເຂົ້າໃນການແກ້ໄຂບັນຫາພາກພື້ນ ແລະ ທົ່ວໂລກ.
ທ່ານນາຍົກລັດຖະມົນຕີ Christopher Luxon ເນັ້ນໜັກວ່າ: ການນຳສອງປະເທດແບ່ງປັນຫຼາຍທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ແມ່ນພື້ນຖານເພື່ອແນໃສ່ເພີ່ມທະວີການຮ່ວມມື, ປະກອບສ່ວນກໍ່ສ້າງພາກພື້ນອາຊີ - ປາຊີຟິກ ແລະ ມະຫາສະໝຸດອິນເດຍ ສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເຊື້ອເຊີນທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ມາຢ້ຽມຢາມຫວຽດນາມ; ນາຍົກລັດຖະມົນຕີນິວຊີແລນ Christopher Luxon ຍອມຮັບຢ່າງມີຄວາມສຸກ./.
ທີ່ມາ
(0)