ຕອນບ່າຍວັນທີ 14 ກຸມພາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານ Chey Tae-won, ປະທານກຸ່ມບໍລິສັດ SK ແລະ ປະທານສະພາການຄ້າ ແລະອຸດສາຫະກຳ ສ.ເກົາຫຼີ (KCCI). ນີ້ແມ່ນກຸ່ມ ເສດຖະກິດ ຫຼາຍດ້ານທີ່ມີມູນຄ່າຕະຫຼາດເກືອບ 200 ຕື້ USD, ຢືນອັນດັບທີ 2 ຂອງ ສ.ເກົາຫຼີ ແລະ ໃນຈຳນວນ 100 ບໍລິສັດໃຫຍ່ກວ່າໝູ່ໃນໂລກ, ໄດ້ລົງທຶນປະມານ 3,5 ຕື້ USD ໃຫ້ວິສາຫະກິດ ຫວຽດນາມ ໃນຫຼາຍຂົງເຂດ.
ຕີລາຄາວ່າ ຫວຽດນາມ ພວມພັດທະນາເສດຖະກິດຢ່າງວ່ອງໄວ ດ້ວຍຄວາມຕ້ອງການພະລັງງານເພີ່ມຂຶ້ນ, ທ່ານ Chey Tae-won ປະທານກຸ່ມບໍລິສັດ SK ໃຫ້ຮູ້ວ່າ: ກຸ່ມບໍລິສັດພວມສືບຕໍ່ຊອກຫາໂອກາດເພີ່ມທະວີການໜູນຊ່ວຍ ແລະ ການຮ່ວມມືໃຫ້ແກ່ການເຕີບໂຕ ແລະ ພັດທະນາເສດຖະກິດຂອງ ຫວຽດນາມ ໃນໄລຍະຍາວ, ຍືນຍົງ.
ປຶກສາຫາລືກ່ຽວກັບທິດທາງການລົງທຶນຂອງກຸ່ມໃນໄລຍະຈະມາເຖິງ, ພິເສດແມ່ນໃນຂົງເຂດພະລັງງານ, ກະສິກຳ , ການຂົນສົ່ງ, ສາງ, ປັນຍາປະດິດ ແລະ ອື່ນໆ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຢູ່ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ Pham Minh Chinh, ປະທານກຸ່ມ SK Chey Tae-won ໄດ້ສະເໜີກໍ່ສ້າງບັນດາໂຮງງານໄຟຟ້າ LNG ຂະໜາດໃຫຍ່, ບົນພື້ນຖານນັ້ນສືບຕໍ່ພັດທະນາພະລັງງານໄຟຟ້າ, ພັດທະນາລະບົບ logistic. ກະສິກຳ ແລະ ນະວັດຕະກຳທີ່ເປັນມິດ.
ທ່ານ Chey Tae-won ຢືນຢັນວ່າ ບັນດາໂຄງການທີ່ກ່າວມາຂ້າງເທິງນີ້ຈະນຳມາເຊິ່ງຜົນດີບໍ່ພຽງແຕ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ, ຮັບປະກັນໄຟຟ້າ, ພັດທະນາອຸດສາຫະກຳສຳຄັນ, ດຶງດູດການລົງທຶນ, ຫຼຸດຜ່ອນການປ່ອຍອາຍພິດ CO2 ເທົ່ານັ້ນ, ຫາກຍັງຈະສ້າງວຽກເຮັດງານທຳ ແລະ ອາດຈະປັບປຸງດຸນການຄ້າກັບຫຼາຍຄູ່ຮ່ວມມືເສດຖະກິດສຳຄັນຂອງຫວຽດນາມ ຜ່ານການນຳເຂົ້າວັດຖຸດິບ.
ກຸ່ມບໍລິສັດ SK ປາດຖະໜາຢາກເພີ່ມທະວີການຮ່ວມມືກັບສູນປະດິດສ້າງແຫ່ງຊາດ ຫວຽດນາມ (NIC) ຜ່ານບັນດາໂຄງການບຳລຸງສ້າງຊັບພະຍາກອນມະນຸດ, ຄົ້ນຄວ້າກ່ຽວກັບໄຮໂດຣເຈນ, ປັນຍາປະດິດ ແລະ ອື່ນໆ; ແລະຈັດຕັ້ງເວທີປາໄສວົງການເສດຖະກິດ ແລະ ວິຊາການ ສ.ເກົາຫຼີ ຢູ່ຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕີລາຄາສູງການເຄື່ອນໄຫວຂອງກຸ່ມ SK ໃນທົ່ວໂລກ; ພ້ອມກັນນັ້ນ, ກໍແມ່ນໜຶ່ງໃນບັນດານັກລົງທຶນໃຫຍ່, ລົງທຶນຂອງບັນດາວິສາຫະກິດ ແລະ ບັນດາກຸ່ມໃຫຍ່ຢູ່ ຫວຽດນາມ. ກຸ່ມບໍລິສັດໄດ້ເລີ່ມລົງທືນໂດຍກົງ ແລະ ສ້າງຕັ້ງບໍລິສັດຍ່ອຍໃນຂົງເຂດບຸລິມະສິດຂອງຫວຽດນາມ, ໂດຍເລີ່ມຈາກໂຄງການພິເສດແມ່ນການຜະລິດວັດຖຸດິບຊີວະພາບເຕັກໂນໂລຢີສູງ ດ້ວຍຍອດເງິນລົງທຶນເຖິງ 500 ລ້ານ USD.
ທ່ານນາຍົກລັດຖະມົນຕີ ຖືວ່າ: ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ. 2 ຝ່າຍເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ, ພິເສດແມ່ນການເຊື່ອມຕໍ່ເສດຖະກິດ ແລະ ທຸລະກິດຂອງສອງປະເທດ. ຫວຽດນາມ ພວມໃຫ້ຄຳປຶກສາ ແລະ ຖອດຖອນບົດຮຽນຈາກປະສົບການຂອງ ສ.ເກົາຫຼີ ເພື່ອບັນລຸການເຕີບໂຕຢ່າງໜ້ອຍ 8% ໃນປີ 2025 ແລະ ເຕີບໂຕເປັນຕົວເລກສອງຕົວເລກໃນຊຸມປີຕໍ່ໜ້າ ເພື່ອກາຍເປັນປະເທດທີ່ພັດທະນາ, ມີລາຍຮັບສູງ.
ໃຫ້ຮູ້ວ່າ, ຫວຽດນາມ ພວມສຸມໃສ່ປະຕິບັດ 3 ບຸກທະລຸຍຸດທະສາດໃນບັນດາສະຖາບັນ, ພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດ, ທ່ານນາຍົກລັດຖະມົນຕີ ໄດ້ເຫັນດີ ແລະ ຊົມເຊີຍບັນດາຂໍ້ສະເໜີຂອງກຸ່ມບໍລິສັດ SK ແລະ ສະເໜີໃຫ້ກຸ່ມບໍລິສັດສືບຕໍ່ປຶກສາຫາລື, ໜູນຊ່ວຍ, ລົງທຶນໃນບັນດາຂົງເຂດຕົ້ນຕໍຄື: ຄົ້ນຄວ້າ ແລະ ພັດທະນາປັນຍາປະດິດ, ກໍ່ສ້າງຖານຂໍ້ມູນ; ພັດທະນາໂຄງລ່າງຄົມມະນາຄົມ, ຂົນສົ່ງ; ພື້ນຖານໂຄງລ່າງດ້ານພະລັງງານ ແລະ ໄຟຟ້າ ໂດຍສະເພາະ ໄຟຟ້າສະອາດ, ພະລັງງານນິວເຄຼຍ, ພະລັງງານ LNG, ພະລັງງານລົມ, ພະລັງງານແສງຕາເວັນ, ໄຮໂດເຈນ; ກະສິກຳສີຂຽວ, ກະສິກຳສະອາດ; ແລະການຝຶກອົບຮົມຊັບພະຍາກອນມະນຸດ.
ຄຽງຄູ່ກັນນັ້ນ, ກຸ່ມບໍລິສັດ SK ເພີ່ມທະວີການໜູນຊ່ວຍທຶນຮອນ, ຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ເຊື່ອມຕໍ່ບັນດາວິສາຫະກິດຫວຽດນາມ ເຂົ້າຮ່ວມບັນດາຕ່ອງໂສ້ມູນຄ່າທົ່ວໂລກຂອງກຸ່ມບໍລິສັດ, ໃນນັ້ນມີລະບົບຕ່ອງໂສ້ການສະໜອງໃນຂະແໜງການຫຸ້ມຫໍ່ ແລະ ທົດສອບ semiconductor.
ຕີລາຄາສູງການເຂົ້າຮ່ວມຢ່າງເລິກເຊິ່ງຂອງ SK Group ແລະ ສະໜັບສະໜູນ NIC ຜ່ານບັນດາການເຄື່ອນໄຫວຮ່ວມມືໃນຂົງເຂດຝຶກອົບຮົມວິສະວະກຳ semiconductor, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກຸ່ມບໍລິສັດສືບຕໍ່ຮ່ວມມືກັບ NIC ດຳເນີນງານຢ່າງມີປະສິດທິຜົນກວ່າ, ໜູນຊ່ວຍການສ້າງລະບົບນິເວດວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນຂອງ NIC ແລະ ຫວຽດນາມ ໃນໂລກ.
ທີ່ມາ
(0)