ປະຕິບັດ​ຄຳ​ໝັ້ນ​ສັນຍາ​ໃນ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ປະທານາທິບໍດີ ອາ​ຟະ​ລິ​ກາ​ໃຕ້ (​ເດືອນ​ຕຸລາ​ຜ່ານ​ມາ), ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ແລະ ທ່ານ​ປະທານາທິບໍດີ Ciryl Ramaphosa ​ໄດ້​ປະກາດ​ການ​ຍົກ​ລະດັບ​ການ​ພົວພັນ ຫວຽດນາມ - ອາ​ຟະ​ລິ​ກາ​ໃຕ້ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ - ​ເປັນ​ຂີດ​ໝາຍ​ປະຫວັດສາດ​ນຳ​ການ​ພົວພັນ​ສອງ​ປະ​ເທດ​ເຂົ້າສູ່​ລວງ​ເລິກ, ​ແທດ​ຈິງ, ມີ​ປະສິດທິ​ຜົນ, ບົນ​ພື້ນຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ.

6f990911c7ee4bb012ff 1763725499472255553805.jpg
ທ່ານ​ປະທານ​ປະ​ເທດ Cyril Ramaphosa ​ໄດ້​ຫວນ​ຄືນ​ຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງຕໍ່​ປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ ທີ່​ສວຍ​ງາມ​ພວມ​ພັດທະນາ​ຢ່າງ​ແຮງ. ພາບ: ເນດບັກ

ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ມອບ​ໃຫ້​ບັນດາ​ອົງການ​ທີ່​ມີ​ຄວາມ​ສາມາດ​ຂອງ​ສອງ​ປະ​ເທດ​ຜັນ​ຂະຫຍາຍ​ແຜນການ​ເຄື່ອນ​ໄຫວ​ປະຕິບັດ​ຂອບ​ການ​ພົວພັນ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃໝ່, ​ເປັນ​ເອກະ​ພາບ​ບັນດາ​ເນື້ອ​ໃນ​ຂອງ​ຖະ​ແຫຼ​ງການ​ຮ່ວມ ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ ​ແລະ ຫັນ​ການ​ພົວພັນ ຫວຽດນາມ - ອາ​ຟຼິກາ​ໃຕ້ ​ໃຫ້​ກາຍ​ເປັນ​ຮູບ​ແບບ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ພາກ​ໃຕ້.

2 ຝ່າຍ​ກໍ່​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື ​ດ້ານ​ເສດຖະກິດ , ການ​ຄ້າ ​ແລະ ການ​ລົງທຶນ, ຖື​ນີ້​ແມ່ນ​ຈຸດ​ສຸມ​ຂອງ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ; ເຈລະຈາ​ສັນຍາ​ໂດຍ​ໄວ ​ແລະ ​ໄດ້​ສ້າງ​ຕັ້ງ​ຄະນະ​ເຮັດ​ວຽກ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ເປີດ​ກວ້າງ​ຕະຫຼາດ​ສິນຄ້າ ​ແລະ ຜະລິດ​ຕະພັນ​ຂອງ​ແຕ່ລະ​ຝ່າຍ. 2 ປະ​ເທດ​ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ຂຶ້ນ​ເຖິງ 4 – 5 ຕື້ USD ໃນ​ໄລ​ຍະ 2 – 3 ປີ​ຂ້າງ​ໜ້າ.

ທ່ານນາຍົກລັດຖະມົນຕີ Pham Minh Chinh ປາດຖະໜາວ່າ ອາຟຣິກາໃຕ້ ຊຸກຍູ້ການເຈລະຈາສັນຍາການຄ້າເສລີ (FTA) ກັບສະຫະພັນພາສີອາຟຣິກາໃຕ້ (SACU), ສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດາວິສາຫະກິດຂອງສອງປະເທດເປີດກວ້າງການຮ່ວມມື ແລະລົງທຶນ, ພິເສດແມ່ນພື້ນຖານໂຄງລ່າງ, ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ໂທລະຄົມມະນາຄົມ, ການຜະລິດກະສິກຳ ແລະປຸງແຕ່ງ, ພະລັງງານ, ການຜະລິດພາຫະນະໄຟຟ້າ, ພັດທະນາອຸດສາຫະກຳ Halal...

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ສະ​ເໜີ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະ​ຫງົບ; ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່​ຄື: ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ນະວັດຕະກຳ, ປັນຍາ​ປະດິດ; ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເຂົ້າ​ຮ່ວມ​ໃນ​ບັນ​ດາ​ໂຄງ​ການ​ຫັນ​ເປັນ 5G ແລະ ດິ​ຈິ​ຕອນ​ຢູ່ ອາ​ຟ​ຣິ​ກາ​ໃຕ້...

ການ​ນຳ​ສອງ​ປະ​ເທດ​ຍັງ​ເຫັນ​ດີ​ສືບ​ຕໍ່​ເຈລະຈາ ​ແລະ ​ໂດຍ​ໄວ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ຕື່ມ​ອີກ, ສ້າງ​ຂອບ​ເຂດ​ດ້ານ​ກົດໝາຍ ​ແລະ ​ສະ​ຖາ​ບັນ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຄື: ສັນຍາ​ກ່ຽວ​ກັບ​ການ​ຫຼີກ​ລ້ຽງ​ການ​ເກັບ​ພາສີ​ສອງ​ເທົ່າ, ການ​ຍົກ​ເວັ້ນວີ​ຊາ​ໃຫ້​ຜູ້​ຖື​ໜັງສືຜ່ານ​ແດນ​ທຳ​ມະ​ດາ, ການ​ຮ່ວມ​ມື​ປ້ອງ​ກັນ​ອາດຊະຍາ​ກຳ.

3e5344d98a2606785f37 17637254989761191746292.jpg
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Cyril Ramaphosa ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ວ່າ 2 ປະ​ເທດ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ໜູນ​ຊ່ວຍ​ເຊິ່ງ​ກັນ ແລະ ກັນ​ກວ່າ​ອີກ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ. ພາບ: ເນດບັກ

ທ່ານ​ປະທານ​ປະ​ເທດ Cyril Ramaphosa ​ໄດ້​ຕີ​ລາຄາ​ສູງ ​ແລະ ສະໜັບສະໜູນ​ບັນດາ​ຂໍ້​ສະ​ເໜີ​ຂອງ​ທ່ານ​ນາຍົກລັດຖະມົນຕີ Pham Minh Chinh, ພິ​ເສດ​ແມ່ນ​ເນັ້ນ​ໜັກ​ເຖິງ​ການ​ໜູນ​ຊ່ວຍ​ບັນດາ​ວິ​ທີ​ປະຕິບັດ​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ແລະ ຈິດ​ໃຈ​ດຳ​ເນີນ​ງານ​ຢ່າງ​ຮີບ​ດ່ວນ.

ທ່ານ​ປະທານ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນຍາ​ຊີ້​ນຳ​ອຳນາດ​ການ​ປົກຄອງ​ອາ​ຟຼິກາ​ໃຕ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ ​ເພື່ອ​ຮັບ​ຮູ້​ບັນດາ​ເນື້ອ​ໃນ​ທີ່​ສອງ​ຝ່າຍ​ໄດ້​ຕົກລົງ​ໂດຍ​ໄວ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເນັ້ນ​ໜັກ​ວ່າ: ຍາມ​ໃດ​ຫວຽດ​ນາມ ແລະ ອາ​ຟ​ຣິ​ກາ​ໃຕ້ ຍາມ​ໃດ​ກໍ​ຢືນ​ຢັນ​ການ​ຕໍ່​ສູ້​ເພື່ອ​ເອ​ກະ​ລາດ ແລະ ສິດ​ທິ​ມະ​ນຸດ. ປະຈຸ​ບັນ, ສອງ​ປະ​ເທດ​ຈະ​ຢືນ​ຢູ່​ຮ່ວມ​ກັນ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ດ້ວຍ​ຈິດ​ໃຈ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ມິດຕະພາບ.

ຫວຽດນາມ​ສາມາດ​ຊ່ວຍ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ໃຫ້​ອາ​ຟຼິກາ​ໃຕ້.

ມື້ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ້ງ ກໍ່ໃຫ້ການຕ້ອນຮັບທ່ານ Neil Pollock ຮອງປະທານສະພາການຄ້າ ແລະອຸດສາຫະກຳ ອາຟຣິກາໃຕ້.

ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ບັນດາ​ນັກທຸລະກິດ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ບົນ​ຈິດ​ໃຈ​ແຫ່ງ​ລັດ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ, ບັນດາ​ວິ​ສາ​ຫະກິດ​ບຸກ​ເບີກ, ການ​ພົວພັນ​ຄູ່​ຮ່ວມ​ມື​ພາກ​ລັດ - ​ເອກະ​ຊົນ, ພັດທະນາ​ປະ​ເທດ​ຊາດ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​ປະຊາຊົນ.

ອາ​ຟະ​ລິ​ກາ​ໃຕ້​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ແລະ​ຕະ​ຫຼາດ​ສົ່ງ​ອອກ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ​ຢູ່​ອາ​ຟ​ຣິ​ກາ. ລວມຍອດວົງເງິນການຄ້າສອງຝ່າຍໃນປີ 2024 ຄາດວ່າຈະບັນລຸ 1,72 ຕື້ USD.

img5620 1763714559185743868033.jpg
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Pham Minh Chinh ແລະ ຮອງ​ປະ​ທານ​ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ອາ​ຟ​ຣິ​ກາ​ໃຕ້ Neil Pollock. ພາບ: ເນດບັກ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ເຊື້ອ​ເຊີນ​ບັນ​ດາ​ການ​ນຳ​ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ອາ​ຟ​ຣິ​ກາ​ໃຕ້ ມາ​ຢ້ຽມ​ຢາມ​ຫວຽດ​ນາມ ໂດຍ​ໄວ. ທ່ານ​ນາຍົກລັດຖະມົນຕີ ກໍ່​ໄດ້​ຊຸກຍູ້ ​ແລະ ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ ອາ​ຟຼິກາ​ໃຕ້ ມາ​ລົງທຶນ​ຢູ່ ຫວຽດນາມ, ​ແລະ ຫວຽດນາມ ກໍ່​ຊຸກຍູ້​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ຢູ່ ອາ​ຟະ​ລິ​ກາ​ໃຕ້.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃຫ້​ຮູ້​ວ່າ, ຫວຽດ​ນາມ ມີ 17 FTA ດ້ວຍ​ກວ່າ 60 ປະ​ເທດ​ເສດ​ຖະ​ກິດ​ແຖວ​ໜ້າ​ໃນ​ໂລກ. ​ໃນ​ຂະນະ​ນັ້ນ, ຫວຽດນາມ ມີ​ກຳລັງ​ແຮງ​ດ້ານ​ກະສິກຳ, ​ເຊັ່ນ: ມີ​ເຂົ້າ​ປະ​ເພດ​ໜຶ່ງ​ໄດ້​ຮັບ​ລາງວັນ​ເຂົ້າ​ດີ​ທີ່​ສຸດ​ຂອງ​ໂລກ 3 ຄັ້ງ. ວິ​ສາ​ຫະກິດ​ຫວຽດນາມ​ສາມາດ​ລົງທຶນ​ຢູ່​ອາ​ຟຼິກາ​ໃຕ້ ​ແລະ ສົ່ງ​ອອກ​ຢ່າງ​ຕັ້ງໜ້າ, ​ໂດຍ​ສະ​ເພາະ​ນັ້ນ​ໄດ້​ໜູນ​ຊ່ວຍ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ໃຫ້​ອາ​ຟຼິກາ​ໃຕ້ ​ແລະ ຂຸດ​ຄົ້ນ​ຕະຫຼາດ​ອາ​ຟຼິກາ​ກວ່າ 1 ຕື້​ຄົນ.

ທ່ານ​ຮອງ​ປະທານ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ ອາ​ຟຣິກາ​ໃຕ້ Neil Pollock ​ໃຫ້​ຮູ້​ວ່າ: ຫວຽດນາມ ມີ​ຈຸດ​ແຂງ​ໃນ​ບັນດາ​ຜະລິດ​ຕະພັນ​ກະ​ເສດ, ​ໂດຍ​ສະ​ເພາະ​ແມ່ນ​ເຂົ້າສານ​ຂອງ​ຫວຽດນາມ ​ແມ່ນ “ດີ​ທີ່​ສຸດ​ໃນ​ໂລກ” ​ໃນ​ຂະນະ​ທີ່​ອາ​ຟຣິກາ​ໃຕ້ ພວມ​ນຳ​ໃຊ້​ເຂົ້າ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ສອງ​ປະ​ເທດ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ໃນ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ, ຖ້າ​ຢາກ​ເຂົ້າ​ໃຈ​ວັດທະນະທຳ​ອາຊີ, ຕ້ອງ​ມາ​ຫວຽດນາມ.

ທ່ານ​ຢືນຢັນ​ວ່າ: ອາ​ຟຼິກາ​ໃຕ້​ສາມາດ​ຖອດ​ຖອນ​ໄດ້​ຫຼາຍ​ບົດຮຽນ​ຈາກ​ຫວຽດນາມ ​ແລະ ບັນດາ​ວິ​ສາ​ຫະກິດ ອາ​ຟຼິກາ​ໃຕ້​ກໍ​ສາມາດ​ຮ່ຳຮຽນ​ຈາກ​ວິ​ສາ​ຫະກິດ​ຫວຽດນາມ.

ທີ່ມາ: https://vietnamnet.vn/thu-tuong-pham-minh-chinh-va-tong-thong-nam-phi-tuyen-bo-nang-cap-quan-he-2-nuoc-2465221.html