
ຕໍ່ໜ້າຄວາມເສຍຫາຍຢ່າງໜັກໜ່ວງໂດຍສະເພາະແມ່ນໄພນ້ຳຖ້ວມ, ໃນຕອນເຊົ້າວັນທີ 23 ພະຈິກ 2025 (ຕາມເວລາທ້ອງຖິ່ນ, ຕອນເຊົ້າວັນດຽວກັນ, ຕາມເວລາ ຮ່າໂນ້ຍ ) ຈາກອາຟຼິກາໃຕ້, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເປັນປະທານກອງປະຊຸມທາງອິນເຕີແນັດດ່ວນກັບການນຳບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ກ່ຽວກັບສະພາບການ ແລະ ການແກ້ໄຂໄພນ້ຳຖ້ວມ ແລະ ໄພທຳມະຊາດຢູ່ບາງແຂວງພາກກາງ.
ພາຍຫຼັງໄດ້ຮັບຟັງການລາຍງານສະພາບການ, ປຶກສາຫາລືກ່ຽວກັບຄວາມຕ້ອງການໜູນຊ່ວຍ ແລະ ແກ້ໄຂ, ພິເສດແມ່ນບັນດາເຂດຫ່າງໄກສອກຫຼີກຢູ່ທ້ອງຖິ່ນ; ສະພາບເສັ້ນທາງຈະລາຈອນ, ລະບົບໄຟຟ້າ ແລະ ໂທລະຄົມມະນາຄົມ, ພື້ນຖານໂຄງລ່າງໂຮງຮຽນ, ສະຖານີການແພດ; ການຈັດສັນການໜູນຊ່ວຍດ້ານການເງິນ ແລະ ສະບຽງອາຫານໃຫ້ບັນດາທ້ອງຖິ່ນ, ສະຫລຸບການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຮຽກຮ້ອງບັນດາກະຊວງ, ສາຂາ ແລະ ທ້ອງຖິ່ນປະຕິບັດບັນດາທິດທາງຂອງ ກົມການເມືອງ , ຄະນະເລຂາທິການ, ເລຂາທິການໃຫຍ່ To Lam, ລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ ກ່ຽວກັບວຽກງານປ້ອງກັນ ແລະ ຕ້ານໄພນ້ຳຖ້ວມ, ບຸລິມະສິດເຂົ້າເຖິງເຂດຫ່າງໄກສອກຫຼີກ.
ທ່ານນາຍົກລັດຖະມົນຕີ ມອບໃຫ້ບັນດາຮອງນາຍົກລັດຖະມົນຕີ ສືບຕໍ່ຕິດຕາມສະພາບການຢ່າງໃກ້ຊິດ, ຊີ້ນໍາວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມຢູ່ເຂດທີ່ໄດ້ຮັບມອບໝາຍ. ຖ້າເກີນສິດອຳນາດຂອງຕົນ, ຕ້ອງລາຍງານຕໍ່ລັດຖະບານ ແລະ ນາຍົກລັດຖະມົນຕີເພື່ອແກ້ໄຂ./.
ທີ່ມາ: https://www.vietnamplus.vn/thu-tuong-xay-lai-nha-cho-nguoi-dan-mat-nha-cua-do-lu-truoc-3112026-post1078790.vnp






(0)