ພາຍຫຼັງພິທີຕ້ອນຮັບ, ທ່ານພົນໂທ Angus Campbell ໄດ້ພົບປະກັບທ່ານພົນໂທ ຫງວຽນເຕິນຢຸງ. ຕ້ອນຮັບທ່ານພົນໂທ ຫງວຽນຈ້ອງເຫງ້ຍ ແລະ ຄະນະຜູ້ແທນ ການທະຫານ ຂັ້ນສູງກອງທັບປະຊາຊົນຫວຽດນາມ ຢ້ຽມຢາມອົດສະຕາລີ ຢ່າງເປັນທາງການ, ທ່ານພົນໂທ Angus Campbell ຖືວ່າ ການຢ້ຽມຢາມແມ່ນມີຄວາມໝາຍຍິ່ງກວ່າອີກໃນສະພາບການທີ່ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973-2023). ທ່ານ​ພົນ​ເອກ Angus Campbell ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ກອງທັບ.

ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ແລະທ່ານພົນເອກ Angus Campbell ໄດ້​ກຳນົດ​ຫຼາຍ​ເນື້ອ​ໃນ​ການ​ຮ່ວມ​ມື​ທີ່​ສຳຄັນ​ລະຫວ່າງ​ກອງທັບ​ສອງ​ປະ​ເທດ.

ສ່ວນທ່ານພົນໂທ ຫງວຽນຈ້ອງເຫງ້ຍ ເນັ້ນໜັກວ່າ: ໃນໄລຍະທີ່ຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ໄດ້ພັດທະນາຢ່າງຕັ້ງໜ້າ, ເລິກເຊິ່ງ, ກວ້າງຂວາງ, ແທດຈິງໃນຫຼາຍຂົງເຂດ, ສອດຄ່ອງກັບບັນດາເອກະສານຮ່ວມມືທີ່ໄດ້ລົງນາມ, ປະກອບສ່ວນເຂົ້າໃນ ສັນຕິພາບ , ສະຖຽນລະພາບ ແລະການພັດທະນາລວມ. ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ຂອບອົກຂອບໃຈ ອົດສະຕາລີ ທີ່ໄດ້ໜູນຊ່ວຍຫວຽດນາມ ໃນການເຄື່ອນໄຫວຄື: ການຂົນສົ່ງບັນດາໂຮງໝໍສະໜາມຂັ້ນ 2 ຂອງຫວຽດນາມ ໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຢູ່ຊູດານໃຕ້...

ພາຍຫຼັງ​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ເຈລະຈາ. ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ແລະທ່ານພົນເອກ Angus Campbell ເຫັນດີເປັນເອກະພາບວ່າ ການພົວພັນຮ່ວມມືລະຫວ່າງກອງທັບສອງປະເທດໃນໄລຍະມໍ່ໆມານີ້ ໄດ້ຮັບການປະຕິບັດຕາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານປ້ອງກັນຊາດປີ 2010 ແລະຖະແຫຼງການວິໄສທັດຮ່ວມປີ 2018 ກ່ຽວກັບການຊຸກຍູ້ການພົວພັນດ້ານປ້ອງກັນຊາດ, ບັນລຸໄດ້ບັນດາໝາກຜົນພົ້ນເດັ່ນໃນບັນດາຂົງເຂດຄື: ພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ; ກົນໄກປຶກສາຫາລື; ການຝຶກອົບຮົມ; ຮັກສາສັນຕິພາບສະຫະປະຊາຊາດ; ການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19...

ກ່ຽວ​ກັບ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ, ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ (ADMM+) ​ເປັນ​ປະຈຳ ​ແລະ ປຶກສາ​ຫາລື ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ. ຫວຽດນາມ ສະໜັບສະໜູນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ອາ​ຊຽນ - ອົດ​ສະ​ຕາ​ລີ ​ແລະ ຕີ​ລາຄາ​ສູງ​ກົນ​ໄກ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ບໍ່​ເປັນ​ທາງ​ການ ອາຊຽນ - ອົດ​ສະ​ຕາ​ລີ.

ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງກອງທັບຕື່ມອີກ, ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ແລະທ່ານພົນເອກ Angus Campbell ເຫັນດີເພີ່ມທະວີການຮ່ວມມື, ສຸມໃສ່ເຂົ້າໃນບັນດາຂົງເຂດຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະການພົວພັນຂັ້ນສູງ; ກົນໄກປຶກສາຫາລື; ຮັກສາສັນຕິພາບສະຫະປະຊາຊາດ; ການຝຶກອົບຮົມຊັບພະຍາກອນມະນຸດ; ການ​ແພດ​ການ​ທະຫານ, ການ​ແລກປ່ຽນ​ປະສົບ​ການ​ລະຫວ່າງ​ກອງທັບ ​ແລະ ການ​ບໍລິການ; ເອົາ​ຊະ​ນະ​ຜົນ​ສະ​ທ້ອນ​ຂອງ​ສົງ​ຄາມ​. ພ້ອມ​ກັນ​ນັ້ນ, 2 ຝ່າຍ​ຈະ​ສຶກສາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ຄວາມ​ໝັ້ນຄົງ​ທາງ​ອິນ​ເຕີ​ແນັດ, ອຸດສາຫະກຳ​ປ້ອງ​ກັນຊາ​ດ; ​ເພີ່ມ​ທະວີ​ການ​ປຶກສາ​ຫາລື ​ແລະ ສົມທົບ​ກັນ​ຢູ່​ບັນດາ​ກົນ​ໄກ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ບັນດາ​ກຸ່ມ​ຊ່ຽວຊານ ADMM+, ປະກອບສ່ວນ​ຊຸກຍູ້​ການ​ເຊື່ອມ​ໂຍງ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ ຫວຽດນາມ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ອາ​ຊຽນ - ອົດ​ສະ​ຕາ​ລີ.

ທີ່​ການ​ເຈລະຈາ, 2 ຝ່າຍ​ຍັງ​ໄດ້​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ; ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ເຮືອ ​ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ການ​ພິພາດ​ໂດຍ​ສັນຕິ​ວິທີ​ຕາມ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 (UNCLOS).

ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ແລະທ່ານພົນເອກ Angus Campbell.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ພົນ​ເອກ ຫງວຽນ​ເຕີນ​ຢູງ ​ໄດ້​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ໃຫ້​ທ່ານ​ພົນ​ເອກ Angus Campbell ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຕາມ​ເວລາ​ທີ່​ເໝາະ​ສົມ. ພົນ​ເອກ Angus Campbell ​ໄດ້​ຮັບ​ຄຳ​ເຊີນ​ຢ່າງ​ດີ​ໃຈ ​ແລະ ກ່າວ​ວ່າ ຈະ​ຈັດ​ຕັ້ງ​ການ​ຢ້ຽມຢາມ ຫວຽດນາມ ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

* ພາຍຫຼັງການພົບປະເຈລະຈາລະຫວ່າງທ່ານພົນໂທ ຫງວຽນຈ້ອງເຫງ້ຍ ແລະທ່ານພົນເອກ Angus Campbell, ຜູ້ບັນຊາການກອງທັບເຮືອປະຊາຊົນຫວຽດນາມ ແລະຜູ້ບັນຊາການທະຫານປ້ອງກັນອາກາດ - ກອງທັບອາກາດຫວຽດນາມ ໄດ້ພົບປະສອງຝ່າຍກັບຜູ້ບັນຊາການທະຫານເຮືອລາດຊະວົງອົດສະຕາລີ ແລະທ່ານຮອງຜູ້ບັນຊາການກອງທັບອາກາດ ອົດສະຕາລີ ຕາມລໍາດັບ.

ຜູ້ບັນຊາການທະຫານອາກາດ - ກອງທັບປະຊາຊົນຫວຽດນາມ ໄດ້ມີການພົບປະສອງຝ່າຍກັບຮອງຜູ້ບັນຊາການທະຫານບົກ ອົດສະຕາລີ.

ຜູ້ບັນຊາການກອງທັບເຮືອປະຊາຊົນຫວຽດນາມ ໄດ້ມີການພົບປະສອງຝ່າຍກັບຜູ້ບັນຊາການກອງທັບເຮືອລາດຊະວົງອົດສະຕາລີ.


ເຊີນທ່ານຜູ້ອ່ານໄປຢ້ຽມຊົມພາກສ່ວນປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເບິ່ງຂ່າວ ແລະ ບົດຄວາມທີ່ກ່ຽວຂ້ອງ.
ຂ່າວ
ແລະ ພາບ : TIEN DAT ( ຈາກ Canberra , Australia )