ຕອນ​ເຊົ້າ​ວັນ​ທີ 25/8, ສະ​ຫາຍ ຫງວຽນ​ຊວນ​ແທ່ງ, ກຳມະການ ​ກົມ​ການ​ເມືອງ , ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ​ໂຮ່ຈີ​ມິນ, ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ ​ໄດ້​ໃຫ້ການ​ຕ້ອນຮັບ​ສະຫາຍ Ly Tri Dung ​ແລະ ຄະນະ.

ສະຫາຍ ຫງວຽນ​ຊວນ​ແທ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ຊ່ຽວຊານ​ກໍ່ສ້າງ​ພັກ​ຂອງ​ພັກ​ກອມ​ມູນິດ​ຈີນ. ພາບ: Vov.vn

ທີ່ການຕ້ອນຮັບ, ສະຫາຍ ຫງວຽນຊວນແທ່ງ ສະເໜີສອງຝ່າຍເພີ່ມທະວີການແລກປ່ຽນປະສົບການ, ຊຸກຍູ້ການຮ່ວມມື, ແລກປ່ຽນບັນດານັກຊ່ຽວຊານໃນຂົງເຂດນີ້, ຖືວ່າ ນີ້ແມ່ນການປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາສັງຄົມນິຍົມຢູ່ແຕ່ລະປະເທດ; ພ້ອມທັງສະເໜີໃຫ້ສອງຝ່າຍສົມທົບກັນຈັດຕັ້ງກອງປະຊຸມທິດສະດີຄັ້ງທີ 18 ລະຫວ່າງ 2 ຝ່າຍເປັນຢ່າງດີໃນໄລຍະຈະມາເຖິງ.

ສະຫາຍ Ly Tri Dung ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຄຳ​ເຫັນ​ຂອງ​ສະຫາຍ ຫງວຽນ​ຊວນ​ແທ່ງ ​ແລະ ປາດ​ຖະໜາ​ຢາກ​ຊອກ​ຮູ້​ບັນດາ​ຜົນງານ​ດ້ານ​ທິດ​ສະ​ດີ​ໃໝ່ ທີ່​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ສະຫຼຸບ ​ແລະ ຜັນ​ຂະຫຍາຍ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້.

* ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 24/8, ສະ​ຫາຍ ຮວ່າງ​ດັ້ງ​ກວາງ, ກຳມະການ​ສູນ​ກາງ​ພັກ, ຮອງ​ຫົວໜ້າ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ໄດ້​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ.

* ໃນ​ການ​ຢ້ຽມ​ຢາມ, ຄະ​ນະ​ຜູ້​ແທນ​ຍັງ​ໄດ້​ເຮັດ​ວຽກ​ກັບ​ຫລາຍ​ຫົວ​ໜ່ວຍ​ຂອງ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ; ຢ້ຽມຢາມ ​ແລະ ​ສຳ​ຫຼວດອົງການ​ຈັດ​ຕັ້ງ​ພັກ​ຮາກ​ຖານ​ຢູ່​ນະຄອນ​ໂຮ່ຈິ​ມິນ.

ຫວຽດນາມ ແລະ ຈີນ

* ກະ​ລຸ​ນາ​ໄປ​ຢ້ຽມ​ຢາມ​ພາກ​ການ​ເມືອງ​ເພື່ອ​ເບິ່ງ​ຂ່າວ​ແລະ​ບົດ​ຄວາມ​ທີ່​ກ່ຽວ​ຂ້ອງ​.