
ຟ້ອງນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck Soo (ຊ້າຍ) ໃນການພິຈາລະນາຄະດີຂອງຄະນະກຳມາທິການພິເສດ ຂອງສະພາແຫ່ງຊາດ ທີ່ນະຄອນ Seoul, ວັນທີ 22 ມັງກອນ 2025. (ພາບ: Yonhap/VNA)
ວັນທີ 24 ມີນານີ້, ສານລັດຖະທຳມະນູນຂອງສ.ເກົາຫຼີໄດ້ປະຕິເສດຕໍ່ການຟ້ອງຮ້ອງ ນາຍົກລັດຖະມົນຕີ Han Duck Soo, ເພື່ອຟື້ນຟູໃຫ້ດຳລົງຕຳແໜ່ງເປັນປະທານາທິບໍດີ.
ນາຍົກລັດຖະມົນຕີ Han ໄດ້ຮັບການຟື້ນຟູໃນທັນທີຫຼັງຈາກ 87 ວັນຂອງການຢຸດເຊົາການຕັດສິນຂອງສານລັດຖະທໍາມະນູນ.
ສະພາແຫ່ງຊາດໂດຍພັກປະຊາທິປະໄຕຝ່າຍຄ້ານຕົ້ນຕໍ (DP), ໄດ້ຜ່ານການສະເໜີຟ້ອງຮ້ອງຕໍ່ນາຍົກລັດຖະມົນຕີ Han ໃນວັນທີ 27 ທັນວາ 2024.
ຂໍ້ມູນຂ່າວແຈ້ງວ່າ, ໃນຈຳນວນຜູ້ພິພາກສາສານລັດຖະທຳມະນູນທັງໝົດ 8 ທ່ານ, ມີ 6 ຄົນໄດ້ລົງຄະແນນສຽງປະຕິເສດຕໍ່ການຟ້ອງຮ້ອງ, 1 ຄົນໄດ້ລົງຄະແນນສຽງປະຕິເສດບາງສ່ວນ, ແລະ 1 ຄົນລົງຄະແນນສຽງຮັບຮອງເອົາການຟ້ອງຮ້ອງ. ໃນນັ້ນ, ຜູ້ພິພາກສາ 6 ຄົນທີ່ລົງຄະແນນສຽງປະຕິເສດຕໍ່ການກ່າວຟ້ອງກ່າວວ່າ ບໍ່ມີຫຼັກຖານສະໜັບສະໜູນການກ່າວຫາຂອງສະພາແຫ່ງຊາດທີ່ວ່ານາຍົກລັດຖະມົນຕີ Han ໄດ້ດຳເນີນການເຄື່ອນໄຫວຢ່າງມີຄວາມຖືກຕ້ອງຕາມກົດໝາຍຂອງປະທານາທິບໍດີ Yoon Suk Yeol ໃນຄືນວັນທີ 3 ທັນວາ 2024.
ມະຕິຟ້ອງຮ້ອງຂອງສະພາແຫ່ງຊາດຍັງໄດ້ລະບຸຂໍ້ກ່າວຫາທີ່ທ່ານ Han ພະຍາຍາມສ້າງລະບົບການປົກຄອງຮ່ວມກັບຜູ້ນຳພັກກຳອຳນາດປະຊາຊົນ (PPP) ທ່ານ Han Dong Hoon ທີ່ກຳອຳນາດໃນປະຈຸບັນ ແລະ ປະຕິເສດບໍ່ອອກຮ່າງກົດໝາຍ 2 ສະບັບທີ່ປຶກສາພິເສດແນໃສ່ປະທານາທິບໍດີ Yoon ແລະ ທ່ານປະທານາທິບໍດີ Kim Keon Hee.
ແນວໃດກໍດີ, ສານລັດຖະທຳມະນູນໄດ້ປະຕິເສດຕໍ່ຂໍ້ກ່າວຫານີ້.
ນາຍົກລັດຖະມົນຕີ Han ໄດ້ໄປເຖິງຫ້ອງການຂອງທ່ານທັນທີຫຼັງຈາກການປະກາດຄໍາຕັດສິນ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Han ຊົມເຊີຍຄຳຕັດສິນຂອງສານ ແລະ ກ່າວວ່າ ທ່ານຕ້ອງສຸມໃສ່ແກ້ໄຂບັນຫາອັນຮີບດ່ວນຂອງປະເທດໂດຍໄວ.
ການຕັດສິນຂອງສານລັດຖະທຳມະນູນຕໍ່ນາຍົກລັດຖະມົນຕີ Han ພວມຖືກຕິດຕາມຢ່າງໃກ້ຊິດ ໃນຂະນະທີ່ປະຊາຊົນເກົາຫຼີໃຕ້ ລໍຖ້າການປະກາດຄຳຕັດສິນລົງໂທດປະທານາທິບໍດີ Yoon ຢ່າງກະຕືລືລົ້ນ.
ສານຍັງບໍ່ທັນໄດ້ປະກາດວັນເວລາສໍາລັບຄໍາຕັດສິນຂອງຕົນກ່ຽວກັບການຟ້ອງຮ້ອງປະທານາທິບໍດີ Yoon. ແນວໃດກໍດີ, ແຫຼ່ງຂ່າວຫຼາຍຄົນຄາດຄະເນວ່າ, ຄຳຕັດສິນດັ່ງກ່າວອາດຈະຖືກປະກາດໃນທ້າຍອາທິດນີ້./.






(0)