ທ່ານເລຂາທິການໃຫຍ່ To Lam ສະແດງຄວາມປິຕິຊົມຊື່ນຕໍ່ການຜັນຂະຫຍາຍການພົວພັນລະຫວ່າງ ຫວຽດນາມ - ອັງກິດ ໃນໄລຍະຜ່ານມາ; ຢືນຢັນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດນັບມື້ນັບແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ. ທ່ານເລຂາທິການໃຫຍ່ ຕີລາຄາສູງບົດບາດຂອງທ່ານເອກອັກຄະລັດຖະທູດ, ເນັ້ນໜັກວ່າ 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍດ້ານໃນການຮ່ວມມື, ພິເສດແມ່ນດ້ານປ້ອງກັນປະເທດ - ຄວາມໝັ້ນຄົງ, ການເງິນ, ການສຶກສາ , ວິທະຍາສາດ - ເຕັກໂນໂລຢີ, ພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ, ວັດທະນະທຳ, ກິລາ ແລະ ການແລກປ່ຽນປະຊາຊົນ.

ທ່ານເລຂາທິການໃຫຍ່ To Lam ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ Iain Frew. (ພາບ: ໜັງສືພິມ ເຍີນແດນ).
ທ່ານເລຂາທິການໃຫຍ່ To Lam ຢືນຢັນວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີ ແລະ ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ ເຂົ້າສູ່ໄລຍະພັດທະນາໃໝ່.
ທ່ານເອກອັກຄະລັດຖະທູດ Iain Frew ໄດ້ຂອບໃຈທ່ານເລຂາທິການໃຫຍ່ To Lam ໄດ້ສະຫງວນເວລາໃຫ້ການຕ້ອນຮັບ, ຢືນຢັນວ່າ ອັງກິດ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງພາກພື້ນ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນໃນຂົງເຂດປ້ອງກັນປະເທດ, ວິທະຍາສາດ ແລະ ເຕັກໂນໂລຢີ, ນະວັດຕະກຳ, ການເງິນສາກົນ, ການເຕີບໂຕຂຽວ ແລະ ການທ່ອງທ່ຽວ.

ທ່ານເລຂາທິການໃຫຍ່ To Lam ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ Iain Frew. (ພາບ: TTXVN)
2 ຝ່າຍເຫັນດີເປັນເອກະສັນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງຝ່າຍ ແລະ ຫຼາຍຝ່າຍ, ພິເສດແມ່ນຢູ່ ສປຊ, ປະກອບສ່ວນຮັດແໜ້ນສັນຕິພາບ ແລະ ສະຖຽນລະພາບ ແລະ ພັດທະນາການພົວພັນ ຫວຽດນາມ - ອັງກິດ ໃຫ້ເລິກເຊິ່ງ ແລະ ແທດຈິງ.
ທີ່ມາ: https://vtv.vn/tong-bi-thu-to-lam-tiep-dai-su-anh-100251017191148887.htm
(0)