ຂໍ້ມູນຂ້າງເທິງນີ້, ໂຄສົກວັງ Kremlin ທ່ານ Dmitry Peskov ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 9 ທັນວາ, ພ້ອມທັງກ່າວວ່າ, ອະດີດປະທານາທິບໍດີຊີເຣຍ Bashar al-Assad ແລະຄອບຄົວຂອງທ່ານມາຮອດລັດເຊຍທັນທີຫຼັງຈາກ Damascus ຕົກຢູ່ໃນມືຂອງກໍາລັງຝ່າຍຄ້ານ.
ໃນເວລາຕອບຄຳຖາມຂອງນັກຂ່າວກ່ຽວກັບການໃຫ້ການລີ້ໄພ ທາງການເມືອງ ແກ່ທ່ານ Assad, ໂຄສົກ Peskov ກ່າວວ່າ: "ການຕັດສິນໃຈດັ່ງກ່າວບໍ່ສາມາດເຮັດໄດ້ຖ້າຫາກບໍ່ໄດ້ຮັບຄວາມຍິນດີຈາກປະທານາທິບໍດີຣັດເຊຍ."
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ພົບປະກັບທ່ານ Bashar al-Assad ຢູ່ ມົດສະກູ ໃນເດືອນພຶດສະພາ 2018. (ພາບ: Reuters)
ທ່ານ Dmitry Peskov ກ່າວຕື່ມວ່າ ປະທານາທິບໍດີ ລັດເຊຍ ປະຈຸບັນ ຍັງບໍ່ມີແຜນຈະພົບປະກັບທ່ານ al-Assad. ນອກນີ້, ວັງ Kremlin ໄດ້ປະຕິເສດບໍ່ຕອບຄຳຖາມກ່ຽວກັບບ່ອນຢູ່ຂອງທ່ານ Assad.
ກ່ອນໜ້ານັ້ນ, ກະຊວງ ການຕ່າງປະເທດ ຣັດເຊຍຢືນຢັນວ່າ ທ່ານ Assad ແລະຄອບຄົວຢູ່ນະຄອນຫຼວງມົດສະກູ ແລະ ເນັ້ນໜັກວ່າ, ເຫດການດັ່ງກ່າວສະແດງໃຫ້ເຫັນຄຳໝັ້ນສັນຍາຂອງຣັດເຊຍທີ່ມີຕໍ່ບັນດາປະເທດພັນທະມິດໃນໄລຍະຫຍຸ້ງຍາກ.
ກະຊວງການຕ່າງປະເທດ ຣັດເຊຍກ່າວວ່າ, "ຣັດເຊຍບໍ່ທໍລະຍົດເພື່ອນມິດຂອງຕົນໃນສະຖານະການທີ່ຫຍຸ້ງຍາກ" .
ຕາມກະຊວງການຕ່າງປະເທດຣັດເຊຍແລ້ວ, ທ່ານ Assad ໄດ້ຕົກລົງຈະລາອອກຈາກຕຳແໜ່ງພາຍຫຼັງການເຈລະຈາກັບບັນດາກຸ່ມຝ່າຍຄ້ານ ແລະ ຊີ້ນຳບັນດາເຈົ້າໜ້າທີ່ລັດຖະບານຕ້ອງຮັບປະກັນ "ການໂອນອຳນາດໂດຍສັນຕິ".
ກະຊວງການຕ່າງປະເທດຣັດເຊຍເນັ້ນໜັກວ່າ: “ຣັດເຊຍບໍ່ໄດ້ເຂົ້າຮ່ວມການເຈລະຈານີ້ . ຖະແຫຼງການຍັງກ່າວວ່າ, ຣັດເຊຍພວມພົວພັນກັບບັນດາກຸ່ມຝ່າຍຄ້ານຊີຣີ.
ວັນທີ 8 ທັນວານີ້, ທ່ານ Hayat Tahrir-al-Sham (HTS) ແລະບັນດາກຳລັງຝ່າຍຄ້ານຢູ່ ຊີຣີ ໄດ້ເຂົ້າຄວບຄຸມນະຄອນຫຼວງ Damascus ພາຍຫຼັງການບຸກໂຈມຕີດ້ວຍຟ້າຜ່າ, ເຊິ່ງເປັນຂີດໝາຍການສິ້ນສຸດລະບອບຂອງປະທານາທິບໍດີ Assad ພາຍຫຼັງ 24 ປີແຫ່ງການກຳອຳນາດ.
ພາຍຫຼັງລັດຖະບານ Damascus ຕົກລົງໃນທັນທີ, ບັນດາເຈົ້າໜ້າທີ່ຣັດເຊຍໄດ້ຕິດຕໍ່ຫາຜູ້ຕາງໜ້າຂອງຝ່າຍຄ້ານປະກອບອາວຸດຊີຣີ ເພື່ອຮັບປະກັນຄວາມປອດໄພຂອງຖານທີ່ໝັ້ນການທະຫານຂອງລັດເຊຍ ແລະ ບັນດາອົງການການທູດຢູ່ເຂດດິນແດນຊີຣີ.
ເປັນເວລາເກືອບ 10 ປີ (ນັບແຕ່ປີ 2014), ຣັດເຊຍແມ່ນພັນທະມິດທີ່ສຳຄັນຂອງອະດີດປະທານາທິບໍດີ ຊີຣີ Bashar al-Assad. ຣັດເຊຍໄດ້ສະໜັບສະໜູນ ແລະພ້ອມກັບກອງທັບຂອງລັດຖະບານ Damascus ໄດ້ທຳການໂຈມຕີຫຼາຍຄັ້ງໃສ່ກຳລັງກະບົດ.
ທີ່ມາ: https://vtcnews.vn/tong-thong-nga-putin-cap-quyen-ti-nan-cho-ong-bashar-al-assad-ar912507.html
(0)