ປະທານາທິບໍດີ ຝຣັ່ງ Emmanuel Macron ແລະ ພັນລະຍາ Brigitte Macron (ພາບ: Getty)
ຕາມການປະກາດຂອງກະຊວງ ການຕ່າງປະເທດ ແລ້ວ, ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ແລະ ພັນລະຍາ ຈະມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ການຢ້ຽມຢາມຈະດຳເນີນແຕ່ວັນທີ 25 – 27/5, ຕາມຄຳເຊີນຂອງທ່ານປະທານປະເທດ ເລືອງເກື່ອງ.
ທີ່ການໃຫ້ສຳພາດຕໍ່ນັກຂ່າວໃນວັນທີ 23 ພຶດສະພາ, ທ່ານເອກອັກຄະລັດຖະທູດຝະລັ່ງ ປະຈຳ ຫວຽດນາມ Olivier Brochet ເນັ້ນໜັກວ່າ: ນີ້ແມ່ນ “ການຢ້ຽມຢາມທີ່ມີຄວາມໝາຍສຳຄັນທີ່ສຸດໃນການພົວພັນສອງຝ່າຍລະຫວ່າງ ຝະລັ່ງ ແລະ ຫວຽດນາມ”.
ການຢ້ຽມຢາມຫວຽດນາມ ແມ່ນສ່ວນໜຶ່ງຂອງການຢ້ຽມຢາມ 3 ປະເທດອາຊີຕາເວັນອອກສ່ຽງໃຕ້ຂອງທ່ານປະທານປະເທດ Emmanuel Macron ແລະ ພັນລະຍາ. ຫຼັງຈາກການຢ້ຽມຢາມຫວຽດນາມ, ທ່ານປະທານາທິບໍດີ ຝລັ່ງ ຈະໄປຢ້ຽມຢາມ ອິນໂດເນເຊຍ ແລະ ສິງກະໂປ.
ຕາມທ່ານເອກອັກຄະລັດຖະທູດ Olivier Brochet ແລ້ວ, ການຢ້ຽມຢາມອາຊີຕາເວັນອອກສ່ຽງໃຕ້ຂອງປະທານາທິບໍດີ ຝະລັ່ງ ແມ່ນຢູ່ໃນຂອບເຂດການປະຕິບັດຍຸດທະສາດອິນໂດ ປາຊີຟິກ ຂອງຝະລັ່ງ ທີ່ໄດ້ວາງອອກໃນປີ 2018, ໄດ້ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງ ຝະລັ່ງ ແລະ ຄຳໝັ້ນສັນຍາທີ່ໜັກແໜ້ນກວ່າອີກຂອງບັນດາຄູ່ຮ່ວມມືໃນພາກພື້ນ, ສ້າງການພົວພັນຄູ່ຮ່ວມມື ແລະ ສະຖຽນລະພາບ.
ທ່ານເອກອັກຄະລັດຖະທູດ Olivier Brochet ເນັ້ນໜັກວ່າ: “ໃນການຢ້ຽມຢາມ 3 ປະເທດອາຊີຕາເວັນອອກສ່ຽງໃຕ້ຄັ້ງນີ້, ທ່ານປະທານາທິບໍດີ ຝະລັ່ງ ປາດຖະໜາຢາກມາຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດ.
ໃນຊຸມປີມໍ່ໆມານີ້, ການພົວພັນຫວຽດນາມ - ຝລັ່ງ ໄດ້ເພີ່ມທະວີການຮ່ວມມືໃນທຸກຂົງເຂດ. ໃນເດືອນຕຸລາປີ 2024, ໃນໄລຍະຢ້ຽມຢາມຝະຣັ່ງຂອງທ່ານເລຂາທິການໃຫຍ່ To Lam , 2 ປະເທດໄດ້ຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ທ່ານເອກອັກຄະລັດຖະທູດຝະລັ່ງ ຢືນຢັນວ່າ 8 ເດືອນພາຍຫຼັງການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ To Lam, ໄລຍະຈະມາເຖິງຂອງທ່ານປະທານປະເທດ Emmanuel Macron ເພື່ອແນໃສ່ຢືນຢັນ “ການພັດທະນາຢ່າງແຂງແຮງຂອງການພົວພັນສອງປະເທດ ແລະ ຂອບເຂດການພົວພັນອັນດີງາມທີ່ສອງປະເທດໄດ້ວາງອອກ”.
ການຮ່ວມມືໃນທຸກຂົງເຂດ
ທ່ານ Olivier Brochet ເອກອັກຄະລັດຖະທູດຝະລັ່ງ ປະຈຳ ຫວຽດນາມ ກ່າວຄຳເຫັນຕໍ່ນັກຂ່າວໃນວັນທີ 23/5 (ພາບ: ແທງຮ໋ວາ).
ທ່ານເອກອັກຄະລັດຖະທູດ Olivier Brochet ໃຫ້ຮູ້ວ່າ: ບັນດາຂົງເຂດຄື: ພະລັງງານ, ໃນນັ້ນມີພະລັງງານນິວເຄຼຍ, ຄົມມະນາຄົມຂົນສົ່ງ ແລະ ເຕັກໂນໂລຢີສູງ, ໃນນັ້ນມີປັນຍາປະດິດ (AI), ແມ່ນບັນດາຂົງເຂດເຊິ່ງຝລັ່ງ ປາດຖະໜາຢາກເພີ່ມທະວີການຮ່ວມມືບຸລິມະສິດກັບ ຫວຽດນາມ ໃນໄລຍະຈະມາເຖິງ.
ຕາມທ່ານເອກອັກຄະລັດຖະທູດ Olivier Brochet ແລ້ວ, ຝລັ່ງ ເຫັນວ່າ ແມ່ນບັນດາຂົງເຂດທີ່ຕອບສະໜອງຄວາມຕ້ອງການຂອງຫວຽດນາມ. ຝ່າຍ ຝລັ່ງ ມີຄວາມສົນໃຈເປັນພິເສດຕໍ່ວິໄສທັດທີ່ຫວຽດນາມ ວາງອອກ, ພິເສດແມ່ນບັນດາໂຄງການໃຫຍ່ເພື່ອພັດທະນາພື້ນຖານໂຄງລ່າງຍຸດທະສາດຂອງ ຫວຽດນາມ, ຕົວຢ່າງຄື: ໂຄງການຕິດພັນກັບທາງລົດໄຟຄວາມໄວສູງຫວຽດນາມ. ນີ້ແມ່ນເຂດທີ່ວິສາຫະກິດຝລັ່ງຫຼາຍແຫ່ງມີຈຸດແຂງ.
ທ່ານເອກອັກຄະລັດຖະທູດ Olivier Brochet ໃຫ້ຮູ້ວ່າ: “ຫວ່າງມໍ່ໆມານີ້, ຫຼາຍຄະນະຜູ້ແທນຝລັ່ງ ໄດ້ມາຢ້ຽມຢາມຫວຽດນາມ ເພື່ອເຂົ້າໃຈຄວາມຕ້ອງການພັດທະນາຂອງຫວຽດນາມ ໃຫ້ດີຂຶ້ນ.
ທ່ານເອກອັກຄະລັດຖະທູດ Olivier Brochet ກໍ່ໃຫ້ຮູ້ວ່າ: ໃນ 30 ປີຜ່ານມາ, ການແລກປ່ຽນປະຊາຊົນລະຫວ່າງ 2 ປະເທດນັບມື້ນັບພັດທະນາ. ມີນັກສຶກສາຫວຽດນາມຫລາຍຄົນໄດ້ໄປຮ່ຳຮຽນຢູ່ຝລັ່ງ ແລະ ກັບຄືນປະເທດຫວຽດນາມ ເພື່ອເຮັດວຽກ, ຜ່ານນັ້ນສ້າງການເຊື່ອມໂຍງເຂົ້າກັບການພົວພັນລະຫວ່າງສອງປະເທດ. ນີ້ແມ່ນພື້ນຖານສຳຄັນເພື່ອຊຸກຍູ້ການພົວພັນລະຫວ່າງຝະລັ່ງ ແລະ ຫວຽດນາມ.
ທ່ານເອກອັກຄະລັດຖະທູດຝລັ່ງ ກໍ່ປາດຖະໜາຢາກເນັ້ນໜັກເຖິງການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດວັດທະນະທຳ. ການຮ່ວມມືດ້ານວັດທະນະທຳບໍ່ພຽງແຕ່ລວມເຖິງການຈັດຕັ້ງບັນດາເຫດການເພື່ອຊ່ວຍໃຫ້ຊາວຫວຽດນາມເຂົ້າໃຈວັດທະນະທຳຝະລັ່ງເທົ່ານັ້ນ, ຫາກຍັງປະກອບສ່ວນພັດທະນາຂະແໜງວັດທະນະທຳ ແລະ ປະດິດສ້າງ.
“ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ຝະລັ່ງ ໃນຄັ້ງນີ້ ແມ່ນໂອກາດເພື່ອຢັ້ງຢືນກຳລັງແຮງຂອງການພົວພັນລະຫວ່າງ 2 ປະເທດ, ພ້ອມທັງປາດຖະໜາຢາກເພີ່ມທະວີການພົວພັນຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ, ພ້ອມທັງແມ່ນໂອກາດເພື່ອໃຫ້ 2 ຝ່າຍຢັ້ງຢືນຄວາມຕັດສິນໃຈສົມທົບກັນກໍ່ສ້າງການພົວພັນຄູ່ຮ່ວມມືທັນສະໄໝ ແລະ ແທດຈິງບົນພື້ນຖານເຄົາລົບເຊິ່ງກັນ ແລະ ກັນ.
“ຫວັງວ່າໃນໄລຍະຈະມາເຖິງຂອງທ່ານປະທານາທິບໍດີ ຝະລັ່ງ, ບົນພື້ນຖານການພົວພັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, 2 ປະເທດຈະເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນທຸກຂົງເຂດ, ນັບແຕ່ການເມືອງເຖິງເສດຖະກິດ, ຄົ້ນຄວ້າວິທະຍາສາດ, ການສຶກສາ, ວັດທະນະທຳ, ປ້ອງກັນຊາດ ແລະ ສິ່ງທ້າທາຍໃນທົ່ວໂລກ. ຫວຽດນາມ ຈະໄດ້ຮັບການສະແດງໃຫ້ເຫັນເຖິງບັນດາການກະທຳສະເພາະໃນໄລຍະຈະມາເຖິງ,” ທ່ານເອກອັກຄະລັດຖະທູດ Olivier Brochet ເນັ້ນໜັກວ່າ.
Dantri.com.vn
ທີ່ມາ: https://dantri.com.vn/the-gioi/tong-thong-phap-tham-viet-nam-chuyen-tham-mang-y-nghia-dac-biet-quan-trong-20250524075825173.htm






(0)