
ຢູ່ໂຮງຮຽນປະຖົມທິບ່ງ, ບັນດານາງງາມໄດ້ໄປຢ້ຽມຢາມນັກຮຽນ ແລະ ມອບທຶນສຶກສາທີ່ມີມູນຄ່າ 30 ລ້ານດົ່ງ.
ຢູ່ຕາແສງ Thuy Xuan, ແຕ່ລະຄອບຄົວທຸກຍາກໄດ້ຮັບເງິນສົດ ແລະ ເຄື່ອງໃຊ້ຈຳເປັນ 20 ລ້ານດົ່ງ.

ນີ້ແມ່ນການເຄື່ອນໄຫວເລີ່ມຕົ້ນຂອງການເດີນທາງປະກວດ Miss Cosmo 2025 ຢູ່ ຫວຽດນາມ, ດ້ວຍຈຸດໝາຍທຳອິດແມ່ນນະຄອນ ເຫ້ວ - ເຈົ້າພາບປີທ່ອງທ່ຽວແຫ່ງຊາດ 2025. ແຕ່ວັນທີ 29 ພະຈິກ ຫາວັນທີ 4 ທັນວາ, ບັນດາຜູ້ເຂົ້າປະກວດຈະເຂົ້າຮ່ວມບັນດາລາຍການວັດທະນະທຳ- ແຟ ຊັນ, ໂຄສະນາມໍລະດົກເຫ້ວ ກ່ອນທີ່ຈະສືບຕໍ່ເດີນທາງຜ່ານແຂວງ Lam Dong, ໄຕນິງ ແລະ ນະຄອນໂຮ່ຈີມິນ.

ງານປະກວດ Miss Cosmo 2025 ຮອບສຸດທ້າຍ ຄາດວ່າຈະຈັດຂຶ້ນໃນວັນທີ 20 ທັນວາ ທີ່ນະຄອນ ໂຮ່ຈີມິນ ໂດຍມີຜູ້ຊົມທັງພາຍໃນ ແລະ ຕ່າງປະເທດ 15.000 ກວ່າຄົນເຂົ້າຮ່ວມ.
ທີ່ມາ: https://www.sggp.org.vn/top-2-miss-cosmo-2024-ho-tro-nguoi-dan-hue-sau-bao-lu-post823994.html






(0)