ໂຄງການ​ດັ່ງກ່າວ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ໂຮງໝໍ, ສະຖານ​ທີ່​ປິ່ນປົວ, ອົງການ​ທ່ອງ​ທ່ຽວ, ສະຖານ​ທີ່​ພັກ​ອາ​ໄສ ​ແລະ ສະຖານ​ທີ່​ບໍລິການ​ທີ່​ໄດ້​ມາດຕະຖານ​ເພື່ອ​ຮັບ​ໃຊ້ ​ນັກ​ທ່ອງ​ທ່ຽວ ​ທີ່​ເຂົ້າ​ຮ່ວມ​ໂຄງການ​ທ່ອງ​ທ່ຽວ​ດ້ານ​ການ​ແພດ. ​ໃນ​ນັ້ນ, ມີ​ບາງ​ຫົວໜ່ວຍ​ປົກກະຕິ​ຄື: ​ໂຮງໝໍ Gia An 115, ​ໂຮງໝໍ Tu Du, ໂຮງໝໍ​ສາກົນ​ນະຄອນ, ​ສະ​ຖາ​ບັນ​ຫົວ​ໃຈ​ນະຄອນ​ໂຮ່ຈິ​ມິນ, ສະ​ຖາ​ບັນ​ຢາ​ພື້ນ​ເມືອງ​ນະຄອນ​ໂຮ່ຈິ​ມິນ, ບໍລິສັດ​ທ່ອງ​ທ່ຽວ AB Travel International ຈຳກັດ...

ຜູ້​ຕາງ​ໜ້າ​ພະ​ແນກ​ທ່ອງ​ທ່ຽວ ແລະ ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ນະ​ຄອນ ໂຮ່​ຈິ​ມິນ ໃຫ້​ຮູ້​ກ່ຽວ​ກັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ການ​ແພດ.

ນັບແຕ່ປີ 2017 ເປັນຕົ້ນມາ, ພະແນກທ່ອງທ່ຽວ ແລະ ພະແນກສາທາລະນະສຸກນະຄອນ ໂຮ່ຈີມິນ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືພັດທະນາຜະລິດຕະພັນການທ່ອງທ່ຽວທາງການແພດຂອງນະຄອນ. ມາ​ຮອດ​ປະຈຸ​ບັນ, ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ໂຄສະນາ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແນະນຳ​ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ​ການ​ແພດ​ຄື: ປະກາດ ​ແລະ ​ແນະນຳ​ໜ້າ​ຂໍ້​ມູນ​ຂ່າວສານ​ເອ​ເລັກ​ໂຕຼນິກ ​ໃຫ້​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ຫົວໜ່ວຍ​ການ​ແພດ, ການ​ບໍລິການ​ທ່ອງ​ທ່ຽວ​ແພດສາດ​ຂອງ​ນະຄອນ, ບຸນ​ທ່ອງ​ທ່ຽວ​ທັນ​ຕະ​ກຳ, ບູດ​ວາງສະ​ແດງ ​ແລະ ​ແນະນຳ​ບັນດາ​ຜະລິດ​ຕະພັນ ​ແລະ ຊຸດ​ບໍລິການ​ການ​ແພດ​ໃນ​ຂົງ​ເຂດ​ທັນຕະ​ແພດ, ການ​ແພດ​ພື້ນ​ເມືອງ, ກວດ​ສອບ, ປິ່ນປົວ​ພະຍາດ​ຢ່າງ​ເຂັ້ມ​ງວດ...

ບັນດາ​ອົງການ​ທ່ອງ​ທ່ຽວ​ໄດ້​ນຳ​ສະ​ເໜີ 30 ກວ່າ​ໂຄງການ​ທ່ອງ​ທ່ຽວ​ດ້ານ​ການ​ແພດ​ສົມທົບ​ກັບ​ການ​ກວດ​ສຸຂະພາບ, ປິ່ນປົວ​ແຂ້ວ​ດ້ວຍ​ເຄື່ອງ​ສຳອາງ​ກັບ​ບັນດາ​ໂຄງການ​ທ່ອງ​ທ່ຽວ​ໄລຍະ​ສັ້ນ​ຢູ່​ນະຄອນ ​ໂຮ່ຈີ​ມິນ ຫຼື ຣີສອດ​ຢູ່​ບັນດາ​ແຂວງ, ນະຄອນ​ໃກ້​ຄຽງ.

ທຸລະກິດການທ່ອງທ່ຽວແລກປ່ຽນຂໍ້ມູນຂ່າວສານເພື່ອພັດທະນາຜະລິດຕະພັນການທ່ອງທ່ຽວທາງການແພດ.

ທ່ານ ດຣ ຫງວຽນວັນວິງເຈົາ, ຮອງຫົວໜ້າພະແນກສາທາລະນະສຸກນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: “ສະຖານທີ່ການແພດສາມາດຮັບໃຊ້ການທ່ອງທ່ຽວໄດ້ຕາມມາດຕະຖານວິຊາຊີບ, ມີແຫຼ່ງຊັບພະຍາກອນມະນຸດ, ສິ່ງອໍານວຍຄວາມສະດວກ, ຄຸນນະພາບການບໍລິການ, ການບໍລິການດ້ານການເງິນທີ່ດີ… ເຫດການປະກາດໃນມື້ນີ້ແມ່ນພື້ນຖານເພື່ອໃຫ້ຂະແໜງທ່ອງທ່ຽວ ແລະ ສາທາລະນະສຸກນະຄອນ ເພີ່ມທະວີວຽກງານສື່ສານ, ປະກອບສ່ວນເຂົ້າໃນໂຄງການພັດທະນາຜະລິດຕະພັນການທ່ອງທ່ຽວການແພດ ແລະ ສ້າງສາຍພົວພັນອັນໃກ້ຊິດລະຫວ່າງຂະແໜງທ່ອງທ່ຽວ ແລະ ຂະແໜງສາທາລະນະສຸກ ກໍ່ຄືບັນດາທ່າແຮງບົ່ມຊ້ອນ. ພ້ອມທັງປະຕິບັດແຜນການພັດທະນາທີ່ເຄັ່ງຄັດກວ່າ.”

ໜ່ວຍ​ງານ​ທ່ອງ​ທ່ຽວ​ແລະ​ການ​ແພດ​ລົງ​ນາມ​ເພື່ອ​ຊຸກຍູ້​ການ​ພັດທະນາ​ຜະລິດ​ຕະພັນ​ການທ່ອງທ່ຽວ​ການ​ແພດ.

ທ່ານ​ນາງ ບຸ່ຍ​ທິ​ງອກ​ຮີ, ຮອງ​ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ: “ການທ່ອງທ່ຽວ​ການ​ແພດ​ແມ່ນ​ຜະລິດ​ຕະພັນ​ທີ່​ມີ​ທ່າ​ແຮງ ​ແລະ ມີ​ທ່າ​ໄດ້​ປຽບ​ໃນ​ການ​ແຂ່ງຂັນ ​ເມື່ອ​ທຽບ​ໃສ່​ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ຊຸດຜະລິດຕະພັນການທ່ອງທ່ຽວດ້ວຍການບໍລິການດ້ານການແພດ ແລະ ສຸຂະພາບທີ່ໜ້າສົນໃຈ, ມີຄຸນນະພາບ ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາໃນເມືອງໃຫ້ໄດ້ສຳຜັດກັບການບໍລິການຊັ້ນສູງ.”

ຂ່າວ ແລະ ພາບ: ຮສ