ຕອນບ່າຍວັນທີ 20/02, ບັນດາຜູ້ແທນທີ່ເຂົ້າຮ່ວມໂຄງການລະດູໃບໄມ້ປົ່ງປີ 2025 ແລະ ກອງປະຊຸມຄະນະປະຕິບັດງານຮ່ວມຄັ້ງທີ 16 ໄດ້ດຳເນີນຢູ່ ແຂວງ ກວາງນິງ ໄດ້ເຂົ້າຮ່ວມການປູກຕົ້ນໄມ້ມິດຕະພາບ ຢູ່ສວນດອກໄມ້ ຮ່າລອງ (ຕາແສງ ບັກດັງ, ນະຄອນ ຮ່າໂນ້ຍ).
ເຂົ້າຮ່ວມພິທີປູກຕົ້ນໄມ້ມີເລຂາຄະນະພັກ 4 ແຂວງຂອງຫວຽດນາມ ຄື: ກວາງນິງ, ລານເຊີນ, ກາວບັງ, ຮ່າຢາງ , ເລຂາຄະນະພັກເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ (ຈີນ), ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ເອກອັກຄະລັດຖະທູດຈີນປະຈຳຫວຽດນາມ ແລະ ກົງສູນໃຫຍ່ຫວຽດນາມ ປະຈຳນະຄອນໜານໜິງ.
ການປູກຕົ້ນໄມ້ໃນລະດູໃບໄມ້ປົ່ງໄດ້ກາຍເປັນປະເພນີ, ຄວາມງາມຂອງຊາວຫວຽດນາມ. ເພື່ອເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ຈີນ “ຂຽວສົດງົດງາມຕະຫຼອດໄປ”, ບັນດາຜູ້ແທນໄດ້ປູກຕົ້ນໄມ້ Barringtonia acutangula ຮ່ວມກັນ. ໃນວັດທະນະທໍາຫວຽດນາມ, ຕົ້ນໄມ້ Barringtonia acutangula ແມ່ນສັນຍາລັກຂອງໂຊກ, ຜົນສໍາເລັດແລະການພັດທະນາແບບຍືນຍົງ. ດ້ວຍຄວາມໝາຍນັ້ນ, ຕົ້ນໄມ້ Barringtonia acutangula ໄດ້ກາຍເປັນເຄື່ອງໝາຍສະແດງໃຫ້ເຫັນການພົວພັນລະຫວ່າງ 4 ແຂວງຫວຽດນາມ ແລະ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ເວົ້າສະເພາະຂອງສອງປະເທດຫວຽດນາມ ແລະ ຈີນ ເວົ້າລວມໄດ້ຮັບການລ້ຽງດູຢ່າງບໍ່ຢຸດຢັ້ງ, ພັດທະນາແບບຍືນຍົງ, ພ້ອມກັນນັ້ນກໍກາຍເປັນສາຍພົວພັນມິດຕະພາບຂອງຄົນລຸ້ນຫຼັງເພື່ອລະນຶກເຖິງຄວາມຮັກແພງ ແລະ ຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ.
ໂຄງການປູກຕົ້ນໄມ້ມິດຕະພາບຈະປະກອບສ່ວນກໍ່ສ້າງເຂດວັດທະນະທຳ ແລະ ທ່ອງທ່ຽວ ຂຽວຂອງນະຄອນ ຮ່າໂນ້ຍ ແລະ ປະກອບສ່ວນເຂົ້າໃນການເຊື່ອມໂຍງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ສະໜິດສະໜົມລະຫວ່າງ ຫວຽດນາມ - ຈີນ ໂດຍທົ່ວໄປ ແລະ 4 ແຂວງຄື: ກວາງນິງ, ລານເຊີນ, ກາວບັງ, ຮ່າຢາງ ກັບເຂດກວາງຊີ.
ຕຸ໊ ຈ໊ຽນ-ເຕີ໋ຍ ເລີ໌ຍ-ຫລັດ
ທີ່ມາ






(0)