ໂຄສົກ ກະຊວງປ້ອງກັນປະເທດ ຈີນ ທ່ານ Wu Qian ຢືນຢັນວ່າ ຂໍ້ມູນນີ້ "ຖືກສ້າງຂຶ້ນຢ່າງສິ້ນເຊີງ".
ກອງທັບຈີນ.
ນອກນີ້, ເຈົ້າໜ້າທີ່ ການທະຫານ ອາວຸໂສຄົນໜຶ່ງຂອງຈີນຍັງຖືກໂຈະການແລະຢູ່ພາຍໃຕ້ການສືບສວນກ່ຽວກັບ "ການລະເມີດວິໄນຢ່າງຮ້າຍແຮງ", ຕາມໂຄສົກກະຊວງປ້ອງກັນປະເທດຈີນ. ເຈົ້າໜ້າທີ່ທີ່ຖືກໂຈະການແມ່ນພົນເຮືອເອກ Miao Hua, ຜູ້ຮັບຕຳແໜ່ງເປັນຄະນະກຳມະການການທະຫານສູນກາງຈີນ, ເປັນອົງການທະຫານຂັ້ນສູງຂອງຈີນ.
ລາຍງານດັ່ງກ່າວ ມີຂຶ້ນນຶ່ງອາທິດ ຫລັງຈາກ ທ່ານ Dong Jun ໄດ້ເຂົ້າຮ່ວມ ກອງປະຊຸມ ເຈົ້າໜ້າທີ່ ປ້ອງກັນ ປະເທດ ເອເຊັຽ ໃນລາວ, ບ່ອນທີ່ທ່ານ ໄດ້ປະຕິເສດ ທີ່ຈະພົບປະ ກັບ ຣັຖມົນຕຣີ ປ້ອງກັນ ປະເທດ ສະຫະຣັຖ ທ່ານ Lloyd Austin, ເປັນການ ເຄື່ອນໄຫວ ທີ່ Austin ອະທິບາຍ ວ່າ ເປັນ "ໜ້າເສົ້າໃຈ." ສອງທ່ານໄດ້ພົບປະຄັ້ງທຳອິດຢູ່ສິງກະໂປໃນເດືອນພຶດສະພາທີ່ເວທີປາໄສປ້ອງກັນປະເທດ Shangri-La Dialogue. ມັນເປັນການພົບປະຂັ້ນລັດຖະມົນຕີຄັ້ງທຳອິດລະຫວ່າງທະຫານສອງປະເທດນັບແຕ່ເດືອນພະຈິກ 2022.
ກະຊວງປ້ອງກັນປະເທດຈີນ ໄດ້ຖິ້ມໂທດໃສ່ສະຫະລັດທີ່ປະຕິເສດທີ່ຈະພົບປະ, ໂດຍກ່າວວ່າ ວໍຊິງຕັນ “ຮັບຜິດຊອບຢ່າງເຕັມທີ່” ເມື່ອບໍ່ດົນມານີ້ ໄດ້ອະນຸມັດຊຸດອາວຸດໃຫ້ໄຕ້ຫວັນ ຊຶ່ງເປັນເທື່ອທຳອິດທີ່ມີລູກສອນໄຟນຳວິຖີຈາກໜ້າດິນສູ່ອາກາດທີ່ກ້າວໜ້າ.
ມື້ກ່ອນໜ້ານີ້, ທ່ານໂຈໄບເດັນ ປະທານາທິບໍດີອາເມລິກາແລະທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະທີ່ເວທີປາໄສການຮ່ວມມືດ້ານເສດຖະກິດອາຊີ- ປາຊີຟິກ ທີ່ປະເທດເປຣູ, ຢືນຢັນຄືນໃໝ່ວ່າທະຫານຂອງຕົນຄວນສືບຕໍ່ຮັກສາການພົວພັນທາງກົງ.
ຈີນໄດ້ປິດຊ່ອງທາງສື່ສານທາງການທະຫານກັບສະຫະລັດໃນເດືອນສິງຫາປີ 2022 ຫຼັງຈາກທ່ານ Nancy Pelosi ໄດ້ກາຍເປັນປະທານສະພາຕ່ຳສະຫະລັດຄົນທຳອິດທີ່ໄປຢ້ຽມຢາມໄຕ້ຫວັນໃນຮອບ 25 ປີ. ທ່ານສີຈິ້ນຜິງໄດ້ເຫັນດີຈະເປີດຊ່ອງທາງຄືນໃໝ່ໃນເວລາທີ່ທ່ານໄດ້ຈັດກອງປະຊຸມສຸດຍອດກັບທ່ານ Biden ທີ່ເມືອງ San Francisco ໃນປີ 2023, ເຊິ່ງໄດ້ເປີດທາງໃຫ້ທ່ານ Dong ແລະ Austin ໄດ້ພົບປະ.
ທີ່ມາ: https://vtcnews.vn/trung-quoc-tin-dieu-tra-bo-truong-quoc-phong-dong-quan-la-hoan-toan-bia-dat-ar909864.html






(0)