ສະເພາະເຫດດິນເຈື່ອນໄດ້ຝັງດິນທັງບ້ານຂອງທ້າວ ວຽງຈ່າໂຊ, ບ້ານມາເລົາ, ເຮັດໃຫ້ 4 ຄອບຄົວຫາຍສາບສູນ, ໃນນັ້ນມີ: ທ່ານ ວຽງຈ່າໂຊ, ເກີດປີ 1982; ນາງ ຮ່ວາທິດິງ, ເກີດປີ 1980; ວັງຊວນຮວ່າ, ເກີດປີ 2003; ແລະ ວັງມິນໄຮ, ເກີດໃນປີ 2004.
ທ່ານ ເຢືອງຫງອກດຶກ, ເລຂາຄະນະພັກຕາແສງ ລ່ອງກູ໋, ໃຫ້ຮູ້ວ່າ: ພາຍຫຼັງເກີດເຫດ, ອຳນາດການປົກຄອງຕາແສງ ລຸ້ງກູ ໄດ້ລະດົມກຳລັງກ່ວາ 100 ຄົນ, ລວມມີທະຫານ, ທະຫານປ້ອງກັນຊາຍແດນ, ຕຳຫຼວດ ແລະ ປະຊາຊົນທ້ອງຖິ່ນໄປຈຸດເກີດເຫດເພື່ອຊອກຫາຜູ້ສູນຫາຍ; ພ້ອມກັນນັ້ນ, ກໍ່ໃຫ້ຍົກຍ້າຍບັນດາຄອບຄົວຢູ່ເຂດສ່ຽງໄພດິນເຈື່ອນໄປຢູ່ບ່ອນປອດໄພ.

ຜູ້ຫາຍສາບສູນທັງ 4 ຄົນຍັງບໍ່ທັນໄດ້ພົບເຫັນ. ເຈົ້າໜ້າທີ່ພວມເລັ່ງຊອກຄົ້ນຫາຢ່າງຮີບດ່ວນ, ເຖິງຢ່າງໃດກໍ່ຕາມ, ສະພາບອາກາດຢູ່ເຂດດັ່ງກ່າວຍັງສືບຕໍ່ມີຝົນຕົກໜັກ, ໄພດິນເຈື່ອນ, ເຮັດໃຫ້ວຽກງານຊອກຫາແລະກູ້ໄພປະສົບກັບຄວາມຫຍຸ້ງຍາກຫຼາຍ.
ທີ່ມາ: https://nhandan.vn/tuyen-quang-sat-lo-dat-vui-lap-mot-gia-dinh-khien-4-nguoi-mat-tich-post911690.html
(0)