
Hoi An ພວມເລັ່ງລັດຄວາມຄືບໜ້າດ້ານການລົງທຶນ ແລະ ສ້າງສຳເລັດລະບົບພື້ນຖານໂຄງລ່າງເຕັກນິກ; ສະເໜີຍົກເລີກນະໂຍບາຍການລົງທຶນໃຫ້ບັນດາວິສາຫະກິດ ແລະ ສະຖານທີ່ຜະລິດທີ່ມີໄລຍະເວລາລົງທຶນຍາວນານ, ດຳເນີນທຸລະກິດຢ່າງຢຸດຢັ້ງ, ບໍ່ມີປະສິດທິຜົນ.
ນະຄອນກໍ່ຮຽກຮ້ອງການລົງທຶນເຂົ້າບັນດາໂຄງການທີ່ມີບັນດາຂະແໜງອຸດສາຫະກຳທີ່ເໝາະສົມກັບທິດພັດທະນາອຸດສາຫະກຳສະອາດ, ຄ່ອຍໆສ້າງລະບົບຕ່ອງໂສ້ການຜະລິດທີ່ເຊື່ອມໂຍງມູນຄ່າເພື່ອພັດທະນາບັນດາຜະລິດຕະພັນທີ່ເປັນມູນເຊື້ອຂອງບັນດາອຸດສາຫະກຳພື້ນເມືອງຂອງນະຄອນ ໂຮ່ຍອານ.
ພ້ອມກັນນັ້ນ, ກຸ່ມອຸດສາຫະກຳ ແທງຮ່າ ກໍ່ພວມຜັນຂະຫຍາຍບັນດາມາດຕະການແກ້ໄຂເພື່ອພັດທະນາບັນດາຜະລິດຕະພັນ OCOP ຈາກບາງຜະລິດຕະພັນກະເສດທ້ອງຖິ່ນ, ເປີດກວ້າງການບໍລິ ການທ່ອງທ່ຽວ , ສ້າງວຽກເຮັດງານທຳໃຫ້ຄົນງານທ້ອງຖິ່ນ.
ທີ່ມາ







(0)