ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ດຣ ຫວູດຶກ​ລອຍ, ຮອງ​ຜູ້​ຮັບຜິດຊອບ​ VKIST ​ໃຫ້​ຮູ້​ວ່າ: ຫວຽດນາມ ມີ​ແຫຼ່ງຊັບພະຍາກອນ​ພືດ​ທີ່​ອຸດົມສົມບູນ ​ແລະ ມີ​ຄວາມ​ຫຼາກ​ຫຼາຍ, ​ໄດ້​ຮັບ​ການ​ຄົ້ນຄວ້າ​ໃນ​ຫຼາຍ​ຂົງ​ເຂດ. ປະຈຸ​ບັນ, VKIST ພວມ​ສຸມ​ໃສ່​ຄົ້ນຄວ້າ 2 ຂົງ​ເຂດ​ກ່ຽວ​ກັບ​ພືດ​ຂອງ​ຫວຽດນາມ ຄື: ​ເຕັກ​ໂນ​ໂລ​ຊີ​ສິ່ງ​ແວດ​ລ້ອມ ​ແລະ ​ເຄື່ອງ​ສຳອາງ​ຢາ.

ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ການ​ສົ່ງ​ອອກ​ສະ​ໝຸນ​ໄພ​ເປັນ​ຢາ​ຫຼາຍ​ປະ​ເພດ​ຄື: ໝາກ​ໄຄ, ຕົ້ນ​ຫອມ​ປ້ອມ, ໝາກ​ແຕງ, ຂີ້​ໝິ້ນ, ​ແລະ ອື່ນໆ, ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ໝາກ​ເຜັດ ​ແລະ ໝາກ​ຖົ່ວ​ດາວ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ບັນລຸ 276 ລ້ານ USD ​ໃນ​ປີ 2022. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕົວ​ເລກ​ນີ້​ຍັງ​ໜ້ອຍ​ເມື່ອ​ທຽບ​ໃສ່​ສ່ວນ​ແບ່ງ​ຕະຫຼາດ​ສະ​ໝຸນ​ໄພ​ຂອງ​ໂລກ. ນັ້ນ​ໝາຍ​ຄວາມ​ວ່າ ຫວຽດນາມ ມີ​ທ່າ​ແຮງ ​ແລະ ມີ​ທ່າ​ໄດ້​ປຽບ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ​ສະ​ໝຸນ​ໄພ​ໃຫ້​ກາຍ​ເປັນ​ຂະ​ແໜງ ​ເສດຖະກິດ ​ເຕັກນິກ.

ພາບລວມຂອງກອງປະຊຸມ.

ທ່ານ​ດ​ຣ ຫວູ​ດຶກ​ລອຍ ຫວັງ​ວ່າ ຜ່ານ​ກອງ​ປະ​ຊຸມ, ວິ​ສາ​ຫະ​ກິດ ແລະ ນັກ​ຄົ້ນ​ຄ້​ວາ​ຫວຽດ​ນາມ ຈະ​ໄດ້​ຮັບ​ການ​ອັບ​ເດດ​ຂໍ້​ມູນ​ຂ່າວ​ສານ​ຫຼ້າ​ສຸດ​ຈາກ​ບັນ​ດາ​ຜູ້​ບັນ​ຍາຍ. ນອກຈາກນັ້ນ, ບັນດາວິສາຫະກິດ, ນັກຄົ້ນຄ້ວາຫວຽດນາມ ຈະຊອກຫາສຽງຮ່ວມໃນການຮ່ວມມືຄົ້ນຄວ້າຜະລິດຕະພັນ, ກໍ່ຄືພັດທະນາລະບົບການຄ້າຢູ່ຫວຽດນາມ. ໃນປັດຈຸບັນ, VKIST ແລະ KIST ຍັງໄດ້ຮ່ວມມືໃນການຄົ້ນຄວ້າແລະມີໂຄງການຮ່ວມກັນໃນຫົວຂໍ້ນີ້ແລະໄດ້ຮັບຜົນດີຫຼາຍ.

ກອງປະຊຸມດັ່ງກ່າວໄດ້ແບ່ງອອກເປັນສອງພາກຂະໜານ. ກອງ​ປະຊຸມ​ຄັ້ງ​ທີ 1 ​ໄດ້​ສຸມ​ໃສ່ “ພັດທະນາ​ທາດ​ດູດ​ຊຶມ​ທີ່​ໄດ້​ຮັບ​ການ​ເຄື່ອນ​ໄຫວ​ຈາກ Lignin ​ເພື່ອ​ບຳບັດ​ນ້ຳ ​ແລະ ຟື້ນ​ຟູ​ໂລຫະ​ຈາກ​ຜົນ​ຜະລິດ ​ກະສິກຳ ​ຢູ່​ຫວຽດນາມ”. ກອງ​ປະຊຸມ​ຄັ້ງ​ທີ 2 ​ໄດ້​ສຸມ​ໃສ່ “ພັດທະນາ​ບັນດາ​ຜະລິດ​ຕະພັນ​ຮັກສາ​ສຸຂະພາບ​ຈາກ​ສະໝຸນ​ໄພ​ຫວຽດນາມ”.

ຂ່າວ ແລະ ພາບ: LA DUY

*ກະລຸນາເຂົ້າໄປເບິ່ງ ພາກ ການສຶກສາວິທະຍາສາດ ເພື່ອເບິ່ງຂ່າວ ແລະບົດຄວາມທີ່ກ່ຽວຂ້ອງ.