ບັນດາການເຄື່ອນໄຫວວັດທະນະທຳ ແລະ ສິລະປະຢູ່ນະຄອນຫຼວງເກົ່າ ຮ່ວາລື ຈະດຳເນີນໄປແຕ່ວັນທີ 30/4 ຫາວັນທີ 3/5. |
ກປ.ອອນໄລ - ຕອນບ່າຍວັນທີ 30 ເມສາ, ບັນດາເຫດການວັດທະນະທໍາ, ສິລະປະ “ບຸນເຕັດ-ຫວຽດນາມ” ໄດ້ໄຂຂຶ້ນຢູ່ນະຄອນ ຮ່ວາລື (ນິງບິ່ງ) - ເປີດກວ້າງການທ່ອງທ່ຽວ ເພື່ອຄົ້ນພົບ ບັນດາມໍລະດົກທີ່ເປັນເອກະລັກສະເພາະ.
ບໍ່ພຽງແຕ່ໃຫ້ກຽດໃສ່ໝວກເປັນຮູບຈວຍ - ສັນຍາລັກຂອງວັດທະນະທຳຫວຽດນາມເທົ່ານັ້ນ, ງານມະໂຫລານຍັງໄດ້ຟື້ນຟູຄວາມຂະຫຍັນຂັນເຄື່ອນໃໝ່ໃຫ້ແກ່ ການທ່ອງທ່ຽວ ຢູ່ນະຄອນຫຼວງວັດຖຸບູຮານ ຜ່ານບັນດາການເຄື່ອນໄຫວສິລະປະ, ການສະແດງ ແລະ ບັນດາປະສົບການພື້ນເມືອງ.
ຕາມຄະນະຈັດຕັ້ງແລ້ວ, ຕອນຄ່ຳວັນທີ 30 ເມສາ, ຈະດຳເນີນລາຍການສະແດງຊຸດອາພອນບູຮານ “ຮ່ວາບິ່ງ” ດ້ວຍການເຂົ້າຮ່ວມຂອງບັນດານັກຄົ້ນຄວ້າ, ນັກປະດິດແຕ່ງຊຸດອາພອນບູຮານ, ແນໃສ່ສ້າງປະຫວັດສາດວິລະຊົນຂອງຊາດຜ່ານຊຸດອາພອນພື້ນເມືອງແຕ່ລະປະເພດ.
ວັນທີ 1-2 ພຶດສະພາ, ລາຍການສະແດງສິລະປະ “ວາດຟ້ອນ ຮ່ວາລື” ໄດ້ໄຂຂຶ້ນຢູ່ທ່າກຳປັ່ນ Tam Coc, ນຳພາຜູ້ຊົມກັບຄືນສູ່ບັນດາໝູ່ບ້ານອາຊີບຫັດຖະກຳພື້ນເມືອງຂອງ ແຂວງ ນິງບິ່ງ ເພື່ອຊົມຄວາມອຸດົມສົມບູນຂອງມໍລະດົກຂອງດິນແດນທີ່ເຄີຍໄດ້ຮັບຄັດເລືອກເປັນນະຄອນຫຼວງ.
ຕອນຄ່ຳວັນທີ 3/5, ເວທີລອຍນ້ຳຕາມແມ່ນ້ຳ Tam Coc ໄດ້ດຳເນີນລາຍການສະແດງຂະໜາດນ້ອຍ “ຍ້ອມສີຂອງແຂວງ Luu Giang”, ດ້ວຍການເຂົ້າຮ່ວມຂອງນັກຮ້ອງ Vu Cat Tuong, Bui Cong Nam, ແລະ Phuong Phuong Thao.
ນອກນັ້ນ, ຍັງມີກິດຈະກຳຂອງຊຸມຊົນທີ່ມີຊື່ວ່າ “ແລ່ນໝູ່ບ້ານ” ດ້ວຍນັກແລ່ນນັບຮ້ອຍຄົນໃນເສັ້ນທາງມໍລະດົກ, ນຳພາຜູ້ເຂົ້າຮ່ວມເຂົ້າສູ່ຈັງຫວະຊີວິດຂອງໝູ່ບ້ານ, ສຳຜັດກັບມໍລະດົກ, ການດຳລົງຊີວິດໃນບັນຍາກາດແຫ່ງພູມສັນຖານທີ່ມີຊື່ສຽງຂອງໂລກ.
“ບຸນເຕັດ-ຫວຽດນາມ” ບໍ່ພຽງແຕ່ແມ່ນເຫດການວັດທະນະທຳເທົ່ານັ້ນ, ຫາກຍັງແມ່ນການເຄື່ອນໄຫວເພື່ອນຳປະເພນີເຂົ້າສູ່ລົມຫາຍໃຈທັນສະໄໝ, ຊ່ວຍໃຫ້ແຂກທ່ອງທ່ຽວໄດ້ດູດດື່ມບັນດາມໍລະດົກອັນລ້ຳຄ່າ ແລະ ປະສົບການທີ່ດົນໃຈ.
ທີ່ມາ: https://giaoducthoidai.vn/ve-mien-di-san-voi-non-la-vietnam-festival-post729386.html
(0)