ທີ່ກອງປະຊຸມສຸດທ້າຍ, ຄະນະປະຈຳພັກນະຄອນ ເຫ້ວ ສະໄໝທີ XVII ໄດ້ເລືອກຕັ້ງຄະນະປະຈຳພັກນະຄອນ, ລວມມີ 15 ສະຫາຍ. ສະຫາຍ ຫງວຽນວັນເຟືອງ, ຮອງເລຂາຄະນະພັກນະຄອນ, ສະໄໝທີ XVI, ປະທານຄະນະກຳມະການປະຊາຊົນນະຄອນ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈໃຫ້ດຳລົງຕຳແໜ່ງເລຂາຄະນະພັກນະຄອນ, ສະໄໝທີ XVII. ສະຫາຍ ຟ້າມດຶກຕ໋ຽນ, ຟານທຽນດິງ ແລະ ຫງວຽນຈີ໋ໄຕ ດຳລົງຕຳແໜ່ງເປັນຮອງເລຂາ.
ກອງປະຊຸມຍັງໄດ້ເລືອກຕັ້ງຄະນະກວດກາພັກນະຄອນທີ່ປະກອບດ້ວຍ 11 ສະຫາຍ ແລະ ຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນວັນຟຸກ ເນັ້ນໜັກວ່າ: ກອງປະຊຸມໃຫຍ່ໄດ້ຮັບຜົນສຳເລັດຢ່າງຈົບງາມ, ໄດ້ສະແດງໃຫ້ເຫັນຄວາມມຸ່ງມາດປາຖະໜາ ແລະ ຄວາມຕັດສິນໃຈຂອງຄະນະພັກທົ່ວປະເທດ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ໂດຍໄວ.
ທີ່ມາ: https://nhandan.vn/ ວີດີໂອ -ban-chap-hanh-dang-bo-thanh-pho-hue-khoa-xvii-ra-mat-nhan-nhiem-vu-post912940.html
(0)