(VOVWORLD) - ທ່ານເອກອັກຄະລັດຖະທູດ Marc Knapper ແລະ ກົງສຸນໃຫຍ່ Susan Burns ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ອາເມລິກາ - ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ ລະຫວ່າງ 2 ປະເທດ.
ປີ 2025 ແມ່ນປີທີ່ມີບາດກ້າວບຸກທະລຸໃນການເຄື່ອນໄຫວທີ່ພົ້ນເດັ່ນຄື: ຄົບຮອບ 30 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ ອາເມລິກາ ແລະ ຫວຽດນາມ.
ວິດີໂອ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ອາເມລິກາ (1995-2025). ທີ່ມາ: ສະຖານທູດສະຫະລັດ
ວັນທີ 11 ກໍລະກົດປີ 1995 (ຕາມເວລາວໍຊິງຕັນ), ປະທານາທິບໍດີອາເມລິກາ Bill Clinton ໄດ້ປະກາດການປັບປຸງການພົວພັນລະຫວ່າງສອງປະເທດເປັນປົກກະຕິ. ຫວ່າງບໍ່ເທົ່າໃດອາທິດຜ່ານມາ, ສະຖານທູດຂອງສອງປະເທດກໍ່ໄດ້ເປີດນຳໃຊ້ຢູ່ ຮ່າໂນ້ຍ ແລະ ວໍຊິງຕັນ ດີຊີ, ໄດ້ວາງພື້ນຖານໃຫ້ສາຍພົວພັນທີ່ນັບມື້ນັບພັດທະນາເລິກເຊິ່ງ ແລະ ຕັ້ງໜ້າກວ່າອີກໃນຊຸມປີມໍ່ໆມານີ້.
ໃນຄລິບວີດີໂອເພື່ອສະເຫຼີມສະຫຼອງປີສຳຄັນນີ້, ທ່ານເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ Marc Knapper ເນັ້ນໜັກວ່າ: ຜ່ານການເຈລະຈາ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ພວກເຮົາໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເຄົາລົບເຊິ່ງກັນ ແລະ ກັນ ໂດຍການຮ່ວມກັນແກ້ໄຂບັນດາບັນຫາທີ່ເປັນມູນເຊື້ອຈາກສົງຄາມ, ຕັ້ງໜ້າຊຸກຍູ້ການຄ້າ ແລະ ການລົງທຶນ, ເພີ່ມທະວີການຮ່ວມມືດ້ານສາທາລະນະສຸກ, ແລະ ຜັນຂະຫຍາຍບັນດາໂຄງການແລກປ່ຽນການສຶກສາ ເພື່ອໃຫ້ປະຊາຊົນຂອງພວກເຮົາໃກ້ຊິດກວ່າອີກ.
ນັບແຕ່ສົງຄາມມາເປັນມິດຕະພາບ, ປະຈຸບັນແມ່ນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ: ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າອັນດັບໜຶ່ງຂອງອາເມລິກາຢູ່ອາຊີຕາເວັນອອກສ່ຽງໃຕ້, ແມ່ນແຫຼ່ງກຳລັງນັກສຶກສາສາກົນໃຫຍ່ກວ່າໝູ່ຢູ່ອາຊຽນ, ແລະ ແມ່ນຄູ່ຮ່ວມມືສຳຄັນໃນການຮັກສາຄວາມໝັ້ນຄົງ, ສະຖຽນລະພາບຂອງພາກພື້ນ.
ພວກເຮົາຮ່ວມກັນຂຽນບົດໃໝ່ຂອງການຮ່ວມມືແລະການແກ້ໄຂສິ່ງທ້າທາຍທົ່ວໂລກເຊັ່ນການປ່ຽນແປງຂອງດິນຟ້າອາກາດ ແລະຄວາມປອດໄພດ້ານສຸຂະພາບ. ພວກເຮົາຮ່ວມກັນຂັບເຄື່ອນນະວັດຕະກໍາໂດຍຜ່ານເຕັກໂນໂລຊີແລະການສຶກສາ.
ກົງສຸນໃຫຍ່ ອາເມລິກາ Susan Burns ໄດ້ສົ່ງສານອວຍພອນເຖິງລຸ້ນໜຸ່ມ ຫວຽດນາມ: “ພວກເຮົາຫວັງວ່າທ່ານຈະສືບຕໍ່ເປັນຂົວເຊື່ອມຕໍ່ທີ່ເຂັ້ມແຂງລະຫວ່າງ 2 ປະເທດ, ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍການຮ່ວມມືຢ່າງແໜ້ນແຟ້ນ, ອະນາຄົດຂອງພວກເຮົາຈະສົດໃສກວ່າອີກ”.
ດ້ວຍເຫດນັ້ນ, ອາເມລິກາ ພວມລົງທຶນເຂົ້າໃນອະນາຄົດຂອງການພົວພັນຄູ່ຮ່ວມມືລະຫວ່າງ ອາເມລິກາ - ຫວຽດນາມ ໂດຍຜ່ານບັນດາໂຄງການແລກປ່ຽນການສຶກສາ ແລະ ແລກປ່ຽນຄື: ທຶນການສຶກສາ Fulbright ດ້ານວິທະຍາສາດ ແລະ ເຕັກໂນໂລຢີ.
“ພ້ອມກັນສ້າງອະນາຄົດອັນດີງາມກວ່າອີກ ດ້ວຍການເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງດ້ານສາທາລະນະສຸກ, ເພີ່ມທະວີການຄ້າ ແລະ ການລົງທຶນດ້ານສາທາລະນະສຸກ, ແກ້ໄຂບັນດາສິ່ງທ້າທາຍດ້ານສາທາລະນະສຸກທີ່ພົ້ນເດັ່ນ.
ທ່ານ Marc Knapper ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ກ່າວວ່າ “ຂໍຂອບໃຈທ່ານທີ່ໄດ້ເປັນສ່ວນໜຶ່ງຂອງການເດີນທາງອັນປະເສີດນີ້. ແລະຂໍໃຫ້ທ່ານຫວັງວ່າ 30 ປີຂ້າງໜ້າຂອງມິດຕະພາບ, ການຮ່ວມມື ແລະຜົນສຳເລັດຮ່ວມກັນ,”.
ທີ່ມາ: https://nld.com.vn/video-ky-niem-30-nam-quan-he-ngoai-giao-my-viet-nam-196250201160930174.htm






(0)