ສະຫຼຸບສັງລວມບາງເນື້ອໃນທີ່ໂດດເດັ່ນໃນໜັງສືພິມ 24 ຊົ່ວໂມງ ວັນທີ 2 ພະຈິກ 2025:
ກປ.ອອນໄລ - ຕອນເຊົ້າວັນທີ 2 ພະຈິກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະຄະນະປະຕິບັດງານສູນກາງ ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ປະຊາຊົນເມືອງ ເຫ້ວ , ພິເສດແມ່ນຜູ້ທີ່ໄດ້ຮັບຜົນກະທົບໜັກຈາກໄພນໍ້າຖ້ວມຄັ້ງປະຫວັດສາດທີ່ຜ່ານມາ.
ກປ.ອອນໄລ - ຕອນບ່າຍວັນທີ 1 ພະຈິກ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນ Busan, ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງ APEC ຄັ້ງທີ 32 ແລະການເຄື່ອນໄຫວສອງຝ່າຍຢູ່ ສ.ເກົາຫຼີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ພົບປະກັບພະນັກງານ, ລັດຖະກອນຂອງບັນດາອົງການຜູ້ຕາງໜ້າ ຫວຽດນາມ ຢູ່ ສ.ເກົາຫຼີ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ.
- ຕອນຄໍ່າວັນທີ 1 ພະຈິກ ຜ່ານມາ, ຝົນຕົກໜັກຕິດຕໍ່ກັນ ເຮັດໃຫ້ອ່າງເກັບນ້ຳ ຢູ່ຟາມລ້ຽງສັດ ເທິງພູດອຍ ເມືອງ ຕູ່ຟອງ, ແຂວງ ລຳດົງ ເປ່ເພ , ເຮັດໃຫ້ ນໍ້າຖ້ວມ ຖ້ວມບ້ານເຮືອນ ແລະ ຊັບສິນຂອງປະຊາຊົນ ທີ່ຢູ່ຕີນພູຫຼາຍສົມຄວນ.
- ຕາມກົມຄຸ້ມຄອງຄອງນ້ຳ ແລະ ຕ້ານໄພພິບັດທາງທຳມະຊາດ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ, ມາຮອດເວລາ 8:30 ໂມງຂອງວັນທີ 2 ພະຈິກນີ້, ຍັງມີເກືອບ 60 ແຫ່ງຢູ່ເສັ້ນທາງຫຼວງແຫ່ງຊາດຖືກຕັນ ຍ້ອນດິນເຈື່ອນແລະນ້ຳຖ້ວມເລິກ.
- ຕໍ່ໜ້າສະພາບດິນຟ້າອາກາດທີ່ສັບສົນ, ກະຊວງສາທາລະນະສຸກເຕືອນວ່າ: ຖ້າບໍ່ປະຕິບັດການປ້ອງກັນຢ່າງຕັ້ງໜ້າ, ຄວາມສ່ຽງທີ່ຈະເກີດ “ການລະບາດຂອງພະຍາດ” ສາມາດເກີດຂຶ້ນໄດ້ຢ່າງສົມບູນໃນທ້າຍປີ.
ທີ່ມາ: https://nhandan.vn/video-thoi-su-24h-ngay-2112025-tong-bi-thu-toi-tham-nguoi-dan-bi-anh-huong-do-mua-lu-tai-thanh-pho-hue-post920027.html






(0)