
ທ່ານ ຮ່າມິງດຶກ, ຮອງຫົວໜ້າກົມຮ່ວມມືສາກົນ ( ກະຊວງພາຍໃນ ) ກ່າວຄຳເຫັນທີ່ກອງປະຊຸມ - ພາບ: VGP/Thu Giang
ກປ.ອອນໄລ - ວັນທີ 17 ຕຸລາ, ກະຊວງພາຍໃນໄດ້ຈັດຕັ້ງກອງປະຊຸມ “ແຮງງານ ແລະ ການຈ້າງງານໃນສະພາບການເຊື່ອມໂຍງອາຊຽນ 2025” ເພື່ອແບ່ງປັນທ່າອ່ຽງພັດທະນາແຮງງານໃນພາກພື້ນ ແລະ ກຳນົດທິດບຸລິມະສິດການຮ່ວມມືຂອງຫວຽດນາມ ໃນໄລຍະຈະມາເຖິງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດຣ ຮ່າມິນດຶກ , ຮອງຫົວໜ້າ ກົມຮ່ວມມືສາກົນ (ກະຊວງພາຍໃນ) ໃຫ້ຮູ້ວ່າ: ນີ້ແມ່ນການເຄື່ອນໄຫວປະຈຳປີຂອງກະຊວງ, ແມ່ນເວທີປາໄສແບ່ງປັນ ແລະ ເຊື່ອມຕໍ່ບັນດາທ່າອ່ຽງທີ່ພວມຢູ່ໃນພາກພື້ນ ກັບບັນດາວຽກງານສະເພາະທີ່ຫວຽດນາມ ພວມປະຕິບັດ.
ຕາມທ່ານ ດຣ ຮ່າມິນດຶກ ແລ້ວ, ປີ 2025 ບໍ່ພຽງແຕ່ແມ່ນຂີດໝາຍ 30 ປີຂອງ ຫວຽດນາມ ເຂົ້າຮ່ວມ ອາຊຽນ ເທົ່ານັ້ນ, ຫາກຍັງແມ່ນຈຸດເວລາແຫ່ງການຫັນປ່ຽນຍຸດທະສາດຂອງທົ່ວທັງພາກພື້ນ - ເມື່ອ ອາຊຽນ ປິດແຜນແມ່ບົດ 2016-2025 ແລະ ເລີ່ມຕົ້ນໄລຍະໃໝ່ 2026-2035, ມຸ່ງໄປເຖິງວິໄສທັດປະຊາຄົມອາຊຽນ 2045.
ເພື່ອກະກຽມໃຫ້ໄລຍະໃໝ່, ກະຊວງພາຍໃນ ແລະ ບັນດາກະຊວງ, ຂະແໜງການຂອງຫວຽດນາມ ໄດ້ສົມທົບກັນຢ່າງຕັ້ງໜ້າເຂົ້າໃນການຜັນຂະຫຍາຍ ແຜນການເຮັດວຽກ 5 ປີ 2026-2030 , ເຊື່ອມໂຍງທັດສະນະ ແລະ ບຸລິມະສິດຂອງ ຫວຽດນາມ ກັບທິດທາງຮ່ວມຂອງ ອາຊຽນ.
ໃນຖານະເປັນຈຸດສຸມຂອງ ປະຊາຄົມວັດທະນະທຳ-ສັງຄົມ , ກະຊວງພາຍໃນໄດ້ຈັດຕັ້ງກອງປະຊຸມປຶກສາຫາລືຫຼາຍສະບັບ, ສັງລວມຂໍ້ສະເໜີບຸລິມະສິດຂອງຫວຽດນາມ ໃນຂົງເຂດແຮງງານ, ການເຮັດວຽກ ແລະ ພັດທະນາຊັບພະຍາກອນມະນຸດ.
ທ່ານດຣ ຮ່າມິນດຶກ ເນັ້ນໜັກວ່າ: “ນີ້ແມ່ນຈຸດເວລາສຳຄັນເພື່ອໃຫ້ ຫວຽດນາມ ຕັ້ງໜ້າຊອກຫາວິທີເຊື່ອມຕໍ່ບັນດາບຸລິມະສິດຮ່ວມ, ແລະ ສະເໜີບັນດາຂໍ້ລິເລີ່ມທີ່ສະທ້ອນເຖິງຄວາມຕ້ອງການ ແລະ ຜົນປະໂຫຍດຂອງຊາດ”.
ຕາມທ່ານດຣ ຮ່າມິນດຶກແລ້ວ, ໃນນັ້ນມີຂໍ້ລິເລີ່ມໃນແຜນການເຮັດວຽກ 5 ປີຂອງອາຊຽນ ແມ່ນມີຄວາມໝາຍຍຸດທະສາດອັນໃຫຍ່ຫຼວງ , ເພາະວ່າເມື່ອໄດ້ຮັບການຮັບຮອງແລ້ວ, ບັນດາປະເທດສະມາຊິກຈະມີຄວາມຮັບຜິດຊອບເຂົ້າຮ່ວມ.
“ໃນກົນໄກຫຼາຍຝ່າຍຄື ອາຊຽນ, ຖ້າຫາກພວກເຮົາບັນລຸຄວາມເຫັນດີເຫັນພ້ອມໃນ 6 ຫາ 7 ໃນ 10 ບຸລິມະສິດ, ນັ້ນແມ່ນຜົນສຳເລັດອັນໃຫຍ່ຫຼວງ,” .

ກອງປະຊຸມ “ແຮງງານ ແລະ ການຈ້າງງານໃນສະພາບການເຊື່ອມໂຍງອາຊຽນ ປີ 2025” - ພາບ: VGP/Thu Giang
ກອງປະຊຸມໄດ້ດຳເນີນໄປດ້ວຍ 5 ກອງປະຊຸມລົງເລິກການເຮັດວຽກ, ໂດຍໄດ້ສຸມໃສ່ຕີລາຄາໝາກຜົນການຮ່ວມມືດ້ານແຮງງານໄລຍະ 2021-2025 ແລະ ກະກຽມໃຫ້ແກ່ໄລຍະໃໝ່ 2026-2030.
ກອງປະຊຸມຄັ້ງທີ່ 1 ໄດ້ທົບທວນຄືນການຈັດຕັ້ງປະຕິບັດແຜນວຽກຂອງລັດຖະມົນຕີແຮງງານອາຊຽນ (ALM-WP) ທີ່ມີເນື້ອໃນກ່ຽວກັບການຈ້າງງານ, ແຮງງານເຄື່ອນຍ້າຍ, ການກວດກາ, ຄວາມປອດໄພດ້ານອາຊີບ ແລະ ສຸຂະພາບ (OSHNET) ແລະ ການພັດທະນາຊັບພະຍາກອນມະນຸດ.
ບັນດາຜູ້ແທນຕີລາຄາວ່າ ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ປະກອບສ່ວນຫຼາຍຢ່າງເຂົ້າໃນບັນດາຂໍ້ລິເລີ່ມກ່ຽວກັບການປົກປ້ອງຄົນງານອົບພະຍົບ, ລົບລ້າງແຮງງານເດັກ ແລະ ບຳລຸງສ້າງວິຊາຊີບ.
ກອງປະຊຸມຄັ້ງທີ 2 ໄດ້ນຳສະເໜີ ALM-WP 2026–2030 ຂອງກອງເລຂາອາຊຽນ, ໄດ້ເນັ້ນໜັກເຖິງ ການຫັນເປັນດິຈິຕອລ, ການຫັນເປັນສີຂຽວ ແລະ ການເຊື່ອມໂຍງເຂົ້າກັບສາກົນ ເປັນບຸລິມະສິດສຳຄັນຂອງພາກພື້ນ.
ກອງປະຊຸມຄັ້ງທີ 3 ໄດ້ສຸມໃສ່ປຶກສາຫາລືກ່ຽວກັບ ບັນດາການເຄື່ອນໄຫວທີ່ ຫວຽດນາມ ວາງອອກ , ໃນນັ້ນມີການປັບປຸງບົດລາຍງານກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ, ສິດຂອງຄົນງານອົບພະຍົບ, ລົບລ້າງແຮງງານເດັກ, ກໍ່ສ້າງຖານຂໍ້ມູນລວມຂອງອາຊຽນ.
ພິເສດ, ຫວຽດນາມ ໄດ້ແລກປ່ຽນບົດຮຽນໃນການຫັນປ່ຽນດີຈີຕອນໃນຂົງເຂດແຮງງານ ແລະ ການຈ້າງງານ; ສົ່ງເສີມວຽກເຮັດງານທຳໃຫ້ຄົນພິການໃນພາກພື້ນ.
ໃນ ກອງປະຊຸມຄັ້ງທີ 4 ແລະ 5 , ຜູ້ຕາງໜ້າບັນດາກະຊວງພາຍໃນ ແລະ ບັນດາກະຊວງ, ສາຂາ ແລະ ອົງການທີ່ກ່ຽວຂ້ອງໄດ້ປຶກສາຫາລື ບັນດາບຸລິມະສິດການຮ່ວມມືຂອງ ຫວຽດນາມ ໄລຍະ 2026 – 2030, ໃນນັ້ນມີ: ເພີ່ມທະວີຄວາມປອດໄພດ້ານອາຊີບ, ຊຸກຍູ້ການຝຶກອົບຮົມທັກສະສີຂຽວ, ປົກປັກຮັກສາບັນດາກຸ່ມແຮງງານທີ່ດ້ອຍໂອກາດ ແລະ ກະກຽມໃຫ້ຫວຽດນາມ ເປັນປະທານເຄືອຂ່າຍ OS0H 2 ແຫ່ງ ຄວາມປອດໄພຂອງອາຊຽນ.
ບັນດາຄວາມເຫັນກໍ່ເຫັນດີເປັນເອກະພາບກ່ຽວກັບຄວາມຈຳເປັນຕ້ອງຍາດແຍ່ງເອົາແຫຼ່ງກຳລັງໜູນຊ່ວຍດ້ານເຕັກນິກ ແລະ ການເງິນຈາກບັນດາຄູ່ຮ່ວມມືສາກົນເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນ, ພ້ອມກັນນັ້ນກໍ່ກະກຽມເນື້ອໃນເພື່ອປຶກສາຫາລືຢູ່ ກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ (SLOM) ແລະ SLOM+3 ທີ່ກຳປູເຈຍ ໃນຕໍ່ໜ້າ.
Thu Giang
ທີ່ມາ: https://baochinhphu.vn/viet-nam-chu-dong-dinh-hinh-uu-tien-lao-dong-viec-lam-trong-cong-dong-asean-102251017113135459.htm
(0)