
ວັນທີ 17 ຕຸລານີ້, ຢູ່ນະຄອນຫູໂຈ່ວ, ແຂວງເຈີ້ຈ່ຽງຂອງຈີນ, ອົງການທ່ອງ ທ່ຽວ ສະຫະປະຊາຊາດໄດ້ຈັດພິທີມອບລາງວັນ "ໝູ່ບ້ານທ່ອງທ່ຽວດີທີ່ສຸດ 2025".
ໝູ່ບ້ານ Lo Lo Chai (ແຂວງ ຕວຽນກວາງ) ແລະ ບ້ານທ່ອງທ່ຽວຊຸມຊົນ Quynh Son (ແຂວງ Lang Son) ເປັນກຽດໄດ້ຮັບລາງວັນນີ້. ລາງວັນ “ໝູ່ບ້ານທ່ອງທ່ຽວດີທີ່ສຸດ” ຂອງອົງການທ່ອງທ່ຽວ ສປຊ ແນໃສ່ເສີມຂະຫຍາຍບົດບາດຂອງການທ່ອງທ່ຽວໃນການປົກປ້ອງບ້ານຊົນນະບົດ, ລວມທັງພູມສັນຖານ, ລະບົບຄວາມຮູ້, ຊີວະນາໆພັນ ແລະ ວັດທະນະທໍາ, ກິດຈະກໍາທ້ອງຖິ່ນລວມທັງກະສິກໍາ, ປ່າໄມ້, ລ້ຽງສັດ, ການປະມົງ ແລະ ອາຫານການກິນ .
ໝູ່ບ້ານທີ່ຖືກຄັດເລືອກໃຫ້ໄດ້ຮັບລາງວັນຕ້ອງມີແຫຼ່ງຊັບພະຍາກອນທຳມະຊາດ ແລະ ວັດທະນະທຳດີເດັ່ນ, ມີບັນດາການກະທຳ ແລະ ຄວາມມຸ່ງໝັ້ນໃນການພັດທະນາການທ່ອງທ່ຽວຕາມເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ (SDGs). ມາຮອດປະຈຸບັນ, ຫວຽດນາມໄດ້ມີ 05 ໝູ່ບ້ານທ່ອງທ່ຽວທີ່ອົງການທ່ອງທ່ຽວສະຫະປະຊາຊາດຮັບຮອງວ່າເປັນ “ໝູ່ບ້ານທ່ອງທ່ຽວດີທີ່ສຸດ”, ໃນນັ້ນມີ: ບ້ານຕານຮ່ວາ (ກວາງຈີ), ໝູ່ບ້ານໄຕຮ່ວາ (ໄທງວຽນ), ໝູ່ບ້ານປູກຜັກຕ່າເກ ( ດ່ານັງ ), ໝູ່ບ້ານໂລໂລ່ໄຊ (ຕວຽນກວາງ) ແລະໝູ່ບ້ານທ່ອງທ່ຽວຊຸມຊົນກວີນເຊີນ (ລ່ອງເຊີນ)./.
ທີ່ມາ: https://www.vietnamplus.vn/viet-nam-co-2-dai-dien-duoc-cong-nhan-lang-du-lich-tot-nhat-nam-2025-post1071107.vnp






(0)