ກປ.ອອນໄລ - ຕອນບ່າຍວັນທີ 4 ທັນວາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານ Dato' Seri Utama Haji Mohamad Bin Haji Hasan ລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍ ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ Dato' Seri Utama Haji Mohamad Bin Haji Hasan. (ພາບ: TRAN HAI)
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຊົມເຊີຍມາເລເຊຍ ຮັກສາຈັງຫວະການເຕີບໂຕ GDP ຂອງຕົນໃນຊຸມປີມໍ່ໆມານີ້; ເຊື່ອໝັ້ນວ່າ, ມາເລເຊຍຈະປະຕິບັດແຜນການແມ່ບົດອຸດສາຫະກຳໃໝ່ປີ 2030 ຢ່າງສຳເລັດຜົນ, ເຮັດໃຫ້ມາເລເຊຍກາຍເປັນປະເທດທີ່ມີລາຍຮັບສູງນັບມື້ນັບສູງໃນເວທີສາກົນ. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງການປະກອບສ່ວນຂອງມາເລເຊຍໃນການເສີມຂະຫຍາຍບົດບາດໃຈກາງ ແລະ ຄວາມສາມັກຄີຂອງອາຊຽນ; ຢືນຢັນວ່າ ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຖືເປັນສຳຄັນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເລເຊຍ ພັດທະນາຢ່າງໝັ້ນຄົງ, ຍືນຍົງ ແລະ ຍາວນານ. ທ່ານນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍ ປາດຖະໜາວ່າ, ເຖິງວ່າຈະມີບັນດາການຜັນແປຢ່າງສັບສົນໃນໂລກ ແລະ ພາກພື້ນ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ຍັງພັດທະນາຢ່າງດີງາມ, ຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ ນັບມື້ນັບພັດທະນາ, ການຮ່ວມມືໃນບັນດາຂົງເຂດຄື: ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ ແລະ ການພົວພັນແລກປ່ຽນປະຊາຊົນນັບມື້ນັບພັດທະນາ. ພິເສດ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດລ້ວນແຕ່ບັນລຸໄດ້ບັນດາໝາກຜົນທີ່ໜ້າປະທັບໃຈ. ມາເລເຊຍແມ່ນນັກລົງທຶນໃຫຍ່ອັນດັບສອງຂອງອາຊຽນຢູ່ຫວຽດນາມ, ຢືນອັນດັບທີ 10 ໃນຈຳນວນ 140 ປະເທດ ແລະ ເຂດແຄວ້ນທີ່ລົງທຶນເຂົ້າຫວຽດນາມ ດ້ວຍຍອດຈຳນວນທຶນ 13 ຕື້ USD. ປະຈຸບັນ ຫວຽດນາມ ມີ 21 ໂຄງການລົງທຶນຢູ່ມາເລເຊຍ ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 850 ລ້ານ USD; ວົງເງິນການຄ້າສອງຝ່າຍໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງໃນຊຸມປີມໍ່ໆມານີ້, ເຖິງວ່າຈະໄດ້ຮັບຜົນກະທົບຈາກໂລກລະບາດ Covid-19, ບັນລຸເກືອບ 15 ຕື້ USD ໃນປີ 2022, ເພີ່ມຂຶ້ນ 17% ເມື່ອທຽບໃສ່ປີ 2021.![]() |
ທ່ານນາຍົກລັດຖະມົນຕີ Pham Minh Chinh ແລະ ທ່ານ Dato' Seri Utama Haji Mohamad Bin Haji Hasan ລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍ. (ພາບ: TRAN HAI)
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ປາດຖະໜາຢາກສືບຕໍ່ລົງເລິກການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ມາເລເຊຍ ໃນທຸກຂົງເຂດຄື: ການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ການລົງທຶນ, ການຄ້າ, ວັດທະນະທຳ, ການສຶກສາ ແລະ ຝຶກອົບຮົມ, ທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ. ທ່ານນາຍົກລັດຖະມົນຕີ ມາເລເຊຍ ສະໜັບສະໜູນຫວຽດນາມ ໃນການຍົກອອກ “ບັດເຫຼືອງ” ຂອງຄະນະກຳມະການເອີລົບ ກ່ຽວກັບ IUU, ສະໜັບສະໜູນຫວຽດນາມ ໃນການພັດທະນາອຸດສາຫະກຳ Halal , ແລະ ເປີດປະຕູໃຫ້ ບັນດາຜະລິດຕະພັນ Halal ຂອງຫວຽດນາມ ເຂົ້າມາ ມາເລເຊຍ. ແຈ້ງໃຫ້ຊາບກ່ຽວກັບນະໂຍບາຍການຕ່າງປະເທດຂອງຫວຽດນາມ ແລະ ນະໂຍບາຍປ້ອງກັນປະເທດ “4 ບໍ່ມີ”, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ການຮ່ວມມືລະຫວ່າງ ກະຊວງປ້ອງກັນ ປະເທດ 2 ປະເທດພັດທະນາຢ່າງໝັ້ນຄົງກ່ວາອີກ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍໄດ້ຝາກຄວາມຢື້ຢາມຖາມຂ່າວຂອງທ່ານນາຍົກລັດຖະມົນຕີມາເລເຊຍ Anwar Ibrahim ແລະ ໄດ້ເຊື້ອເຊີນທ່ານນາຍົກລັດຖະມົນຕີ Pham Minh Chinh ມາຢ້ຽມຢາມມາເລເຊຍໃນເວລາທີ່ເໝາະສົມ; ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງມາເລເຊຍໃນພາກພື້ນ, ແລະ ແມ່ນປະເທດດຽວໃນ ອາຊຽນ ທີ່ມາເລເຊຍ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.![]() |
ສາກການຕ້ອນຮັບ. (ພາບ: TRAN HAI)
ເຫັນດີເປັນຢ່າງສູງຕໍ່ຄຳເຫັນຂອງທ່ານນາຍົກລັດຖະມົນຕີ Pham Minh Chinh; ແຈ້ງໃຫ້ທ່ານນາຍົກລັດຖະມົນຕີຊາບກ່ຽວກັບໝາກຜົນການເຈລະຈາລະຫວ່າງລັດຖະມົນຕີປ້ອງກັນປະເທດສອງປະເທດ, ທ່ານລັດຖະມົນຕີ Dato’ Seri Utama Haji Mohamad Bin Haji Hasan ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຈະເພີ່ມທະວີການພົວພັນ ແລະ ແລກປ່ຽນຄະນະຜູ້ແທນ; ໂດຍໄວສ້າງກົນໄກປຶກສາຫາລື-ເຈລະຈາ; ເພີ່ມທະວີການຮ່ວມມືລະຫວ່າງສາຂາການທະຫານ ແລະການບໍລິການ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຮ່ວມມືທີ່ສອງຝ່າຍມີກຳລັງແຮງ ແລະ ຄວາມຕ້ອງການຄື: ການຝຶກອົບຮົມ, ອຸດສາຫະກຳປ້ອງກັນຊາດ, ການຂົນສົ່ງ, ການແພດທະຫານ, ຄົ້ນຫາ ແລະ ກູ້ໄພ...; ປຶກສາຫາລື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຄວາມໝັ້ນຄົງພາກພື້ນ ແລະ ສາກົນ. ຕີລາຄາສູງໝາກຜົນແຫ່ງການເຈລະຈາ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອຂອງການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ, ປະກອບສ່ວນພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ປາດຖະໜາວ່າ ສອງກະຊວງປ້ອງກັນປະເທດສືບຕໍ່ເພີ່ມທະວີການຮ່ວມມື, ປະກອບສ່ວນເຂົ້າໃນ ສັນຕິພາບ , ການຮ່ວມມື ແລະ ພັດທະນາຂອງແຕ່ລະປະເທດ, ຢູ່ພາກພື້ນ ແລະ ໃນໂລກ. 2 ຝ່າຍຕ້ອງສືບຕໍ່ຜັນຂະຫຍາຍບັນດາເອກະສານຮ່ວມມືທີ່ໄດ້ລົງນາມຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ແທດຈິງ; ເພີ່ມທະວີການຮ່ວມມືໃນຂົງເຂດທີ່ທັງສອງຝ່າຍມີທ່າແຮງ ແລະ ມີຄວາມສາມາດບົ່ມຊ້ອນ; ສະໜັບສະໜູນບັນດາອົງການປະຕິບັດກົດໝາຍທາງທະເລຂອງ 2 ປະເທດເພີ່ມທະວີການສົມທົບກັນໃນການແລກປ່ຽນຂໍ້ມູນຂ່າວສານ, ສະກັດກັ້ນ ແລະ ຄວບຄຸມອາດຊະຍາກຳ; ຮ່ວມມືໃນການຝຶກອົບຮົມ; ຊ່ວຍເຫຼືອກຳປັ່ນຫາປາແລະຊາວປະມົງທີ່ປະສົບກັບຄວາມຫຍຸ້ງຍາກຢູ່ທະເລ; ຄົ້ນຄວ້າ ແລະ ເປີດກວ້າງບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃນການຮ່ວມມືຄື: ອຸດສາຫະກຳປ້ອງກັນປະເທດ, ການຂົນສົ່ງ ແລະ ການແພດການທະຫານ... ທ່ານນາຍົກລັດຖະມົນຕີ ຫວັງວ່າ, ໃນຖານະທີ່ເປັນສະມາຊິກສອງປະເທດ ອາຊຽນ, ມາເລເຊຍ ແລະ ຫວຽດນາມ ສືບຕໍ່ສະໜັບສະໜູນ ແລະ ສະເໜີບັນດາຂໍ້ລິເລີ່ມ ແລະ ການກະທຳທີ່ແທດຈິງ ເພື່ອຊຸກຍູ້ຄວາມສາມັກຄີພາຍໃນ ແລະ ບົດບາດໃຈກາງຂອງ ອາຊຽນ ໃນໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ; ພິເສດ, ຊຸກຍູ້ການປະຕິບັດ DOC ຢ່າງມີປະສິດທິຜົນ, ໂດຍໄວ, ລົງນາມໃນ COC ຢ່າງມີເນື້ອແທ້, ມີປະສິດທິຜົນ ແລະ ເໝາະສົມ; ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະເສລີພາບໃນການບິນ ແລະ ການເດີນເຮືອ; ແກ້ໄຂການພິພາດໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 ແລະ ຜົນປະໂຫຍດຂອງທຸກຝ່າຍ, ປະກອບສ່ວນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ທະເລຕາເວັນອອກ. ເນື່ອງໃນໂອກາດນີ້, ຜ່ານທ່ານລັດຖະມົນຕີ Dato' Seri Utama Haji Mohamad Bin Haji Hasan, ທ່ານນາຍົກລັດຖະມົນຕີ Pham Minh Chinh ໄດ້ສົ່ງຄຳຂອບໃຈ, ຊົມເຊີຍ ແລະ ອວຍພອນທ່ານນາຍົກລັດຖະມົນຕີ Anwar Ibrahim ແລະ ບັນດາການນຳຂັ້ນສູງມາເລເຊຍ.Thanh Giang
Nhandan.vn








(0)