ທ່ານນາຍົກລັດຖະມົນຕີ Pham Minh Chinh ແລະ ທ່ານປະທານາທິບໍດີ Costa Rican Rodrigo Chaves. (ພາບ: VGP/Nhat Bac)
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ Pham Minh Chinh ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ Costa Rica, ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ຢູ່ພາກພື້ນ ອາເມລິກາກາງ ແລະ Caribbean.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີໃຫ້ 2 ປະເທດສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ ໂດຍຜ່ານການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ປຶກສາຫາລືດ້ານການເມືອງ; ເປີດກວ້າງການຮ່ວມມືດ້ານເສດຖະກິດ, ຊຸກຍູ້ການຄ້າສອງຝ່າຍ, ການພົບປະແລກປ່ຽນວັດທະນະທຳ ແລະ ການພົວພັນລະຫວ່າງປະຊາຊົນ.
ທ່ານນາຍົກລັດຖະມົນຕີ Pham Minh Chinh ຂອບໃຈ Costa Rica ໄດ້ຮັບຮູ້ ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດ ແລະ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການຮ່ວມມືດ້ານເສດຖະກິດ - ການຄ້າ ຫວຽດນາມ - Costa Rica ຈະພັດທະນາກ່ວາອີກ.
ການນຳສອງປະເທດເຫັນດີເປັນເອກະສັນຊີ້ນຳບັນດາກະຊວງ, ສາຂາທີ່ກ່ຽວຂ້ອງຂອງສອງປະເທດສົມທົບກັນຊອກຫາທິດທາງ ແລະ ມາດຕະການໃໝ່ເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນຂອງສອງປະເທດຕາມຄວາມສາມາດບົ່ມຊ້ອນ ແລະ ຄວາມຕ້ອງການຂອງສອງຝ່າຍ.
ຕີລາຄາສູງຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ ຫວຽດນາມ ແລະ Costa Rica ໃນຂົງເຂດກະສິກຳ, ການທ່ອງທ່ຽວ, ຜະລິດສິນຄ້າອຸປະໂພກບໍລິໂພກ, ອຸດສາຫະກຳຊອບແວ ແລະ ການຫັນເປັນດີຈີຕອນ, ການນຳສອງປະເທດເຫັນດີເປັນເອກະສັນກັນເພີ່ມທະວີການຮ່ວມມືໃນຂົງເຂດດັ່ງກ່າວ.
ທ່ານປະທານາທິບໍດີ Costa Rican Rodrigo Chaves ມີຄວາມຍິນດີທີ່ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ Pham Minh Chinh ທີ່ເຫດການນີ້ ແລະ ຕີລາຄາສູງບັນດາໝາກຜົນແຫ່ງການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.
ທ່ານປະທານປະເທດ Rodrigo Chaves ໄດ້ສະແດງຄວາມຮັກແພງ ແລະ ຄວາມເຄົາລົບນັບຖືຕໍ່ປະເທດຊາດ ແລະ ປະຊາຊົນ ຫວຽດນາມ ດ້ວຍຄວາມກ້າຫານ, ນ້ຳໃຈບໍ່ຍອມແພ້, ແຕ່ຍັງມີຄວາມເຄົາລົບນັບຖືສັນຕິພາບ, ຄວາມຮັກສັນຕິພາບ, ຖືທຸງເອກະລາດແຫ່ງຊາດ ໃນການຕໍ່ສູ້ຍາດເອົາເອກະລາດ, ເປັນເຈົ້າຕົນເອງໃນການກໍ່ສ້າງປະເທດໃນທຸກວັນນີ້.
ທ່ານປະທານາທິບໍດີ Costa Rica ໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ 2 ປະເທດ ແລະ ຖືວ່າ ຍັງມີຊ່ອງຫວ່າງຫຼາຍຢ່າງເພື່ອຊຸກຍູ້. ທ່ານມີຄວາມສົນໃຈເປັນພິເສດແມ່ນຂະແໜງທ່ອງທ່ຽວຫວຽດນາມ, ສະແດງຄວາມປະທັບໃຈເມື່ອຮູ້ວ່າ, ປີ 2024, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນປະມານ 20 ລ້ານເທື່ອຄົນ.
ທ່ານນາຍົກລັດຖະມົນຕີ Pham Minh Chinh ແລະພັນລະຍາກັບປະທານາທິບໍດີ ຝຣັ່ງ Emmanuel Macron ແລະ ພັນລະຍາ, ທ່ານປະທານາທິບໍດີ Costa Rican Chaves Robles ແລະ ພັນລະຍາ. ຝະລັ່ງ ແລະ Costa Rica ເປັນປະທານຮ່ວມຂອງກອງປະຊຸມມະຫາສະໝຸດສະຫະປະຊາຊາດຄັ້ງທີ 3 (UNOC 3) ຢູ່ຝະລັ່ງ. (ພາບ: VGP/Nhat Bac)
ດ້ວຍຄວາມຄ້າຍຄືກັນໃນການເປັນປະເທດທີ່ມີຊາຍແດນຍາວນານ, ການນຳສອງປະເທດຢືນຢັນວ່າ ຫວຽດນາມ ແລະ Costa Rica ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືໃນຂົງເຂດເສດຖະກິດທະເລ, ໃນນັ້ນມີການປົກປັກຮັກສາມະຫາສະໝຸດ, ພັດທະນາແບບຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມທາງທະເລ.
ການນຳ 2 ທ່ານ ເນັ້ນໜັກເຖິງຄວາມຈຳເປັນໃນການເພີ່ມທະວີການຮ່ວມມືສາກົນໃນການປົກປັກຮັກສາມະຫາສະໝຸດ, ສຸມໃສ່ເຂົ້າໃນບັນດາບັນຫາຄື: ຕ້ານສິ່ງເສດເຫຼືອປລາສຕິກ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ພິເສດແມ່ນຍົກສູງຄວາມຮັບຮູ້ຂອງປະຊາຊົນຜ່ານການສຶກສາ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ເຊື້ອເຊີນ Costa Rica ສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມພິທີລົງນາມໃນສົນທິສັນຍາສະຫະປະຊາຊາດ ຕ້ານອາດຊະຍາກຳທາງອິນເຕີແນັດ ທີ່ຈະຈັດຂຶ້ນຢູ່ຮ່າໂນ້ຍ ໃນເດືອນ 10/2025, ໂດຍຫວຽດນາມ ເປັນປະທານ, ພ້ອມທັງໄດ້ຮຽກຮ້ອງໃຫ້ປະທານາທິບໍດີ Rodrigo Chaves ມາຢ້ຽມຢາມ ຫວຽດນາມ ໂດຍໄວ.
ທ່ານປະທານາທິບໍດີ Rodrigo Chaves ໄດ້ເຊື້ອເຊີນທ່ານນາຍົກລັດຖະມົນຕີ Pham Minh Chinh ໄປຢ້ຽມຢາມ Costa Rica ໂດຍໄວເທົ່າທີ່ຈະໄວໄດ້. ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຮັບເອົາຄຳເຊື້ອເຊີນ. 2 ຝ່າຍເຫັນດີມອບໝາຍໃຫ້ກະຊວງການຕ່າງປະເທດ 2 ປະເທດສົມທົບກັນກະກຽມໃຫ້ແກ່ການຢ້ຽມຢາມຢ່າງຮີບດ່ວນ.
ທີ່ມາ:
(0)