ເວທີປາໄສໄດ້ນຳເອົາຜູ້ຕາງໜ້າບັນດາອົງການຄຸ້ມຄອງລັດ, ອົງການຈັດຕັ້ງສາກົນ, ນັກຊ່ຽວຊານດ້ານເຕັກໂນໂລຊີ ແລະ ບັນດາວິສາຫະກິດເຕັກໂນໂລຊີແຖວໜ້າຢູ່ ຫວຽດນາມ ແລະ ໃນໂລກ ເພື່ອແບ່ງປັນປະສົບຜົນສຳເລັດໃນການປະຕິບັດນະໂຍບາຍ Open RAN ໃນທົ່ວໂລກຢ່າງສຳເລັດຜົນ, ພ້ອມທັງຊຸກຍູ້ການຮ່ວມມືຄົ້ນຄວ້າ ແລະ ພັດທະນາລະຫວ່າງສອງປະເທດໃນຂົງເຂດພື້ນຖານໂຄງລ່າງຄົມມະນາຄົມເປີດ.

ພາບລວມຂອງເວທີສົນທະນາ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານ Alexander Botting, ຜູ້ອຳນວຍການສາກົນຂອງ Open RAN Policy Coalition (ORPC), ໃຫ້ຮູ້ວ່າ: ປະຈຸບັນ ORPC ໄດ້ເຕົ້າໂຮມບັນດາບໍລິສັດສະມາຊິກກ່ວາ 40 ບໍລິສັດຢູ່ຫຼາຍປະເທດ. ໃນໄລຍະ 5 ປີຜ່ານມາ, ພັນທະມິດໄດ້ຮ່ວມມືກັບລັດຖະບານຂອງ 50 ປະເທດ, ໃນນັ້ນມີ 15 ປະເທດໄດ້ນຳໃຊ້ Open RAN ໃນລະດັບທົດລອງ ຫຼື ການຄ້າ. “Open RAN ບໍ່ພຽງແຕ່ຊ່ວຍສ້າງຄວາມຫຼາກຫຼາຍຂອງຕ່ອງໂສ້ການສະໜອງ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍພື້ນຖານໂຄງລ່າງເທົ່ານັ້ນ, ຫາກຍັງເພີ່ມທະວີ ອະທິປະໄຕ ດ້ານດີຈີຕອນ, ເປີດກວ້າງການຮ່ວມມືພາກພື້ນ ແລະ ທົ່ວໂລກ. ຫວຽດນາມ ມີໂອກາດດີກາຍເປັນຈຸດທີ່ສົດໃສຂອງອາຊີຕາເວັນອອກສ່ຽງໃຕ້ໃນຂົງເຂດນີ້”.
ທ່ານ Alexander Botting ຕີລາຄາສູງວິໄສທັດຍຸດທະສາດຂອງ ລັດຖະບານ ຫວຽດນາມ ໃນການຊຸກຍູ້ບັນດານະໂຍບາຍເປີດກວ້າງ, ການຮ່ວມມືສາກົນ ແລະ ພັດທະນາພື້ນຖານໂຄງລ່າງໂທລະຄົມລຸ້ນໃໝ່. ຕາມທ່ານແລ້ວ, ຫວຽດນາມ ມີຈຸດໝາຍພິເສດເພື່ອກາຍເປັນສູນປະດິດສ້າງເຕັກໂນໂລຊີໂທລະຄົມໃນພາກພື້ນ, ປະກອບສ່ວນກໍ່ສ້າງຕາໜ່າງການເຊື່ອມຕໍ່ທີ່ຄ່ອງຕົວ, ໂປ່ງໃສ ແລະ ປອດໄພກວ່າໃນອະນາຄົດ.

ທ່ານ Alexander Botting, ຜູ້ອໍານວຍການສາກົນຂອງ Open RAN Policy Coalition (ORPC) ກ່າວໃນເວທີປາໄສ.
ຕາງໜ້າໃຫ້ຫວຽດນາມ, ທ່ານ ຫງວຽນແອງເກື່ອງ, ຮອງຫົວໜ້າກົມໂທລະຄົມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຢືນຢັນວ່າ ການຫັນປ່ຽນດີຈີຕອນແບບຍືນຍົງສາມາດບັນລຸໄດ້ເມື່ອພື້ນຖານໂຄງລ່າງດີຈີຕອນທັນສະໄໝ, ເຄື່ອນໄຫວ ແລະ ເປີດກວ້າງ. ຕາມນັ້ນແລ້ວ, Open RAN ແມ່ນທິດທາງຍຸດທະສາດເພື່ອຊ່ວຍໃຫ້ຫວຽດນາມ ຫັນຕ່ອງໂສ້ການສະໜອງ, ເພີ່ມທະວີການລົງທຶນ ແລະ ຊຸກຍູ້ການປະດິດສ້າງໃນຂະແໜງການຄົມມະນາຄົມ. ນີ້ບໍ່ພຽງແຕ່ແມ່ນທ່າອ່ຽງຂອງໂລກເທົ່ານັ້ນ, ຫາກຍັງແມ່ນທິດທາງອັນຍາວນານຂອງຫວຽດນາມ ເພື່ອສ້າງລະບົບນິເວດເຕັກໂນໂລຢີດີຈີຕອນທີ່ເປັນເອກະລາດ, ເປັນການແຂ່ງຂັນ ແລະ ເຊື່ອມໂຍງເຂົ້າກັບສາກົນ.
ທ່ານ ຫງວຽນແອງເກື່ອງ ເນັ້ນໜັກວ່າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມແລ້ວທີ່ຈະສົມທົບກັບປະຊາຄົມວິຊາການ, ວິສາຫະກິດໃນວິວັດການຄົ້ນຄວ້າ, ທົດສອບ ແລະ ພັດທະນາລະບົບນິເວດ Open RAN ຢູ່ ຫວຽດນາມ ຜ່ານການສ້າງແລວທາງທົດສອບ, ເຊື່ອມຕໍ່ບັນດາຄູ່ຮ່ວມມື ແລະ ຊຸກຍູ້ການຮ່ວມມືຄົ້ນຄວ້າ - ຖ່າຍທອດເຕັກໂນໂລຢີ.

ທ່ານ ຫງວຽນແອງເກື່ອງ, ຮອງຫົວໜ້າກົມໂທລະຄົມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ກ່າວຄຳເຫັນທີ່ເວທີປາໄສ.
ເວທີປາໄສລວມມີສອງກອງປະຊຸມ, ໂດຍສຸມໃສ່ບັນດາຫົວເລື່ອງເຕັກນິກຕົ້ນຕໍຄື: ຫ້ອງທົດລອງ; ການເຊື່ອມໂຍງ AI ເຂົ້າໄປໃນເຄືອຂ່າຍ Open RAN. ຢູ່ທີ່ນີ້, ບັນດານັກຊ່ຽວຊານຈາກ Qualcomm, ORPC, Viettel ແລະ DeepSig ໄດ້ສຸມໃສ່ປຶກສາຫາລືກ່ຽວກັບບົດບາດຂອງຫ້ອງທົດລອງ Open RAN (OTIC), ສິ່ງທ້າທາຍຂອງການພົວພັນລະຫວ່າງຜູ້ຂາຍຫຼາຍຝ່າຍ, ຊ່ອງຫວ່າງຂອງຕະຫຼາດ ແລະ ທິດທາງຂອງຫວຽດນາມ ໃນການກໍ່ສ້າງສູນທົດສອບພາກພື້ນ.
ບໍ່ພຽງແຕ່ຢຸດຕິການແບ່ງປັນຄວາມຮູ້ເຕັກໂນໂລຊີເທົ່ານັ້ນ, ເວທີປາໄສຍັງໄດ້ຮັບຖືວ່າແມ່ນບາດກ້າວຍຸດທະສາດໃນການເຄື່ອນໄຫວປະຕິບັດວິໄສທັດ “ສ້າງສາຫວຽດນາມ - ເຊື່ອມໂຍງເຂົ້າກັບໂລກ”, ຢືນຢັນບົດບາດບຸກເບີກຂອງຫວຽດນາມ ໃນການກໍ່ສ້າງພື້ນຖານໂຄງລ່າງດີຈີຕອນເປີດກວ້າງ, ຊຸກຍູ້ການປະດິດສ້າງ ແລະ ສ້າງອະນາຄົດຂອງເຄືອຂ່າຍໂທລະຄົມໂລກ.
ທີ່ມາ: https://mst.gov.vn/viet-nam-hoa-ky-tang-cuong-hop-tac-open-ran-mo-duong-cho-mang-vien-thong-thong-minh-va-tu-chu-197251028155918038.htm






(0)