ທ່ານລັດຖະມົນຕີ Bui Thanh Son ຫວັງວ່າ ທ່ານປະທານປະເທດ ໄອແລນ ຈະໜູນຊ່ວຍ 2 ຝ່າຍໃນການຊຸກຍູ້ການພົວພັນແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ແລະມີສຽງຮຽກຮ້ອງໃຫ້ລັດຖະສະພາໄອແລນໃຫ້ສັດຕະຍາບັນ EVIPA ໂດຍໄວ.

ໂດຍໄດ້ຮັບຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ປ້ອງກັນປະເທດ ໄອແລນ Michael Martin, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທງເຊີນ ພວມຢ້ຽມຢາມ ໄອແລນ ຢ່າງເປັນທາງການ. ວັນທີ 28 ກຸມພາ, ໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີ Bui Thanh Son ໄດ້ມີການພົບປະກັບທ່ານປະທານາທິບໍດີ ໄອແລນ Michael D. Higgins. ທີ່ການພົບປະ, ທ່ານປະທານາທິບໍດີ Michael D. Higgins ໄດ້ຊົມເຊີຍ ການຢ້ຽມຢາມ ໄອແລນ ຢ່າງເປັນທາງການ ຂອງທ່ານລັດຖະມົນຕີ ບຸ່ຍແທງເຊີນ, ເປັນການຢ້ຽມຢາມ ທຳອິດ ຂອງ ທ່ານລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ປະຈຳ ໄອແລນ ໃນຮອບ 20 ປີ, ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມ ຈະປະກອບສ່ວນ ຮັດແໜ້ນ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ຫຼາຍດ້ານ ລະຫວ່າງ ຫວຽດນາມ ແລະ ໄອແລນ ໃຫ້ເລິກເຊິ່ງກວ່າອີກ. ທ່ານປະທານປະເທດ ໄອແລນ ໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງທ່ານປະທານປະເທດ Vo Van Thuong, ຫວນຄືນບັນດາຄວາມປະທັບໃຈທີ່ດີຂອງການຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນປີ 2016 ແລະ ບັນດາການພົບປະກັບບັນດາການນຳຂັ້ນສູງ ຫວຽດນາມ ໃນໄລຍະຢ້ຽມຢາມ. ທ່ານປະທານປະເທດ ໄດ້ຊົມເຊີຍ ຫວຽດນາມ ໃນບັນດາຜົນງານທີ່ສຳຄັນໃນການພັດທະນາເສດຖະກິດ - ສັງຄົມ ໃນໄລຍະມໍ່ໆມານີ້, ແລະ ຢືນຢັນວ່າ ໄອແລນ ຖືເປັນສຳຄັນທີ່ຕັ້ງ ແລະ ບົດບາດຂອງ ຫວຽດນາມ ໃນຍຸດທະສາດພາກພື້ນ ອາຊີ - ປາຊີ ຟິກ. ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ຂອບໃຈທ່ານປະທານປະເທດ Higgins ທີ່ໄດ້ສະຫລະເວລາມາຕ້ອນຮັບຄະນະ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງທ່ານປະທານປະເທດ Vo Van Thuong. ທ່ານລັດຖະມົນຕີຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ໄອແລນ, ແລະ ເຊື່ອໝັ້ນວ່າ ຜ່ານການຢ້ຽມຢາມ, ພ້ອມກັບຝ່າຍ ໄອແລນ ຈະກວດກາ ແລະ ເຫັນດີນຳບັນດາທິດທາງ ແລະ ມາດຕະການໃຫຍ່ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຮອບດ້ານ ແລະ ເລິກເຊິ່ງກ່ວາອີກ, ຕາມຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນສອງປະເທດ. ທ່ານລັດຖະມົນຕີກໍ່ຫວັງວ່າ ທ່ານປະທານປະເທດ ໄອແລນ ຈະໜູນຊ່ວຍສອງຝ່າຍໃນການຊຸກຍູ້ການພົວພັນແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ແລະ ມີສຽງຮຽກຮ້ອງໃຫ້ລັດຖະສະພາໄອແລນ ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ - EU (EVIPA); ຍູ້ແຮງການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງລະຫວ່າງສອງປະເທດ, ກ່ອນອື່ນໝົດແມ່ນເພີ່ມທຶນສຶກສາໃຫ້ນັກສຶກສາຫວຽດນາມ, ຊຸກຍູ້ການເຊື່ອມຕໍ່ລະຫວ່າງມະຫາວິທະຍາໄລຂອງສອງປະເທດ, ເປີດກວ້າງການແລກປ່ຽນວັດທະນະທຳ, ສິລະປະ, ເຊື່ອມໂຍງ ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ... 
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຖ່າຍຮູບກັບຜູ້ຕາງໜ້າບັນດາສະມາຄົມ ແລະ ບັນດາກຸ່ມຊາວຫວຽດນາມ ອາໄສຢູ່ ໄອແລນ. (ພາບ: ຟອງຮ່າ/VNA) ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ Bui Thanh Son ປາດຖະໜາວ່າ ທ່ານປະທານປະເທດ ໄອແລນ ສືບຕໍ່ໜູນຊ່ວຍ ຫວຽດນາມ ເປັນຄູ່ຮ່ວມມືບຸລິມະສິດໃນນະໂຍບາຍຮ່ວມມືພັດທະນາໃນໄລຍະຈະມາເຖິງ, ໜູນຊ່ວຍ ຫວຽດນາມ ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ, ການຫັນເປັນດີຈີຕອນ, ກະສິກຳເຕັກໂນໂລຢີສູງ. ສະແດງຄວາມປະທັບໃຈຕໍ່ປະຫວັດສາດແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະ ໂຮມປະເທດຊາດເປັນເອກະພາບ ແລະ ດີໃຈຕໍ່ການພັດທະນາຢ່າງແຂງແຮງ ແລະ ກວ້າງຂວາງຂອງການພົວພັນຮ່ວມມື 2 ຝ່າຍ ຫວຽດນາມ - ໄອແລນ, ທ່ານປະທານປະເທດ Higgins ຮັບຮູ້ຄຳສະເໜີຂອງຝ່າຍຫວຽດນາມ ແລະ ເຫັນດີເພີ່ມທະວີການຮ່ວມມື ແລະ ການເຊື່ອມຕໍ່ລະຫວ່າງສອງປະເທດໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການແລກປ່ຽນປະຊາຊົນ, ການສຶກສາ ແລະ ບຳລຸງສ້າງຂອງຫວຽດນາມ. ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັງຄົມເຈົ້າພາບ, ຢືນຢັນວ່າ: ໄອແລນ ຈະສ້າງເງື່ອນໄຂໃຫ້ປະຊາຄົມຊາວ ຫວຽດນາມ ເຊື່ອມໂຍງ ແລະ ສຶກສາຢ່າງໝັ້ນຄົງ, ສືບຕໍ່ມີບົດບາດເປັນຂົວຕໍ່ໃນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ. ທ່ານປະທານປະເທດ ໄອແລນ ໄດ້ເຫັນດີກັບຂໍ້ສະເໜີຂອງທ່ານລັດຖະມົນຕີ Bui Thanh Son ໃຫ້ 2 ປະເທດເພີ່ມທະວີການສົມທົບ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ແກ້ໄຂຄວາມຂັດແຍ່ງກັນໂດຍ ສັນຕິວິ ທີ, ອີງຕາມກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ, ພ້ອມທັງຕອບສະໜອງບັນດາສິ່ງທ້າທາຍທົ່ວໂລກຄື: ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ ເພື່ອສົມທົບກັນປະກອບສ່ວນເຂົ້າໃນບັນດາຈຸດໝາຍພັດທະນາແບບຍືນຍົງຂອງແຕ່ລະປະເທດໃນຂົງເຂດສັນຕິພາບ ແລະ ການຮ່ວມມື. ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີ Bui Thanh Son ໄດ້ມີການພົບປະຢ່າງສະໜິດສະໜົມກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ໄອແລນ./.

(TTXVN/Vietnam+)






(0)