ຕາມນັກຂ່າວ VNA ຢູ່ ວໍຊິງຕັນ, ວັນທີ 16/10, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ຫງວຽນກວກຢຸງ ໄດ້ມີບົດກ່າວປາໄສເປີດກອງປະຊຸມສົນທະນາ Potomac ຄັ້ງທຳອິດໂດຍສູນຍຸດທະສາດ ອາຊີ - ປາ ຊີຟິກ ຈັດຕັ້ງ.
ກອງປະຊຸມ Potomac Dialogue 2025 ໂດຍມີຫົວຂໍ້ວ່າ “ການເຊື່ອມຕໍ່ຊ່ອງຫວ່າງ: ບົດບາດອັນສຳຄັນຂອງອາຊີ - ປາຊີຟິກ ໃນຄວາມໝັ້ນຄົງ ແລະ ສະຖຽນລະພາບດ້ານເສດຖະກິດໂລກ”, ເພື່ອແນໃສ່ຊຸກຍູ້ການເຈລະຈາຢ່າງເປີດກວ້າງ, ເປັນເອກະພາບ ແລະ ແທດຈິງລະຫວ່າງບັນດາພາກສ່ວນກ່ຽວຂ້ອງໃນພາກພື້ນ ອາຊີ - ປາຊີຟິກ, ເພີ່ມທະວີຄວາມເຂົ້າໃຈ, ຮ່ວມມື ແລະ ຄວາມຮັບຜິດຊອບຮ່ວມ, ຊຸກຍູ້ການຮ່ວມມືເພື່ອຕອບສະໜອງບັນດາກາລະໂອກາດຂອງພາກພື້ນ.
ເວທີປາໄສໄດ້ມີການເຂົ້າຮ່ວມຂອງຜູ້ແທນ 100 ກວ່າຄົນ, ໃນນັ້ນມີເອກອັກຄະລັດຖະທູດບັນດາປະເທດສະມາຊິກອົງການຮ່ວມມື ເສດຖະກິດ ອາຊີ - ປາຊີຟິກ (APEC), ນັກຊ່ຽວຊານຈາກບັນດາອົງການຄົ້ນຄວ້ານະໂຍບາຍຂອງອາເມລິກາ, ເອີລົບ ແລະ ອາຊີ, ອະດີດເຈົ້າໜ້າທີ່ລັດຖະບານ, ບັນດາວິສາຫະກິດອາເມລິກາ ແລະ ອາຊີ - ປາຊີຟິກ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນກວກຢຸງ ຢືນຢັນວ່າ: ພາກພື້ນ ອາຊີ - ປາຊີຟິກ ພວມປະເຊີນໜ້າກັບການປ່ຽນແປງຢ່າງເລິກເຊິ່ງໃນດ້ານການເມືອງ ແລະ ເສດຖະກິດໂລກ, ດ້ວຍບັນດາສິ່ງທ້າທາຍຄື: ການແຂ່ງຂັນຍຸດທະສາດ, ລັດທິປົກປັກຮັກສາ, ການຂັດແຍ້ງຂອງລະບົບສະໜອງ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມໝັ້ນຄົງບໍ່ເປັນແບບດັ້ງເດີມ.
ເຖິງຢ່າງໃດກໍຕາມ, ນີ້ຍັງແມ່ນຂົງເຂດທີ່ຂະຫຍັນຂັນເຄື່ອນ, ກວມເອົາກວ່າ 60% GDP ທົ່ວໂລກ ແລະ ມີບົດບາດສຳຄັນໃນການເຕີບໂຕ, ນະວັດຕະກຳ ແລະ ການເຊື່ອມໂຍງເສດຖະກິດສາກົນ.
ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ, ເພື່ອຜ່ານຜ່າບັນດາ “ທ່າອ່ຽງຫົວໜ້າ” ໃນປະຈຸບັນ, ບັນດາພື້ນຖານເສດຖະກິດຕ້ອງເພີ່ມທະວີການເຈລະຈາ, ການຮ່ວມມື ແລະ ເຄົາລົບກົດໝາຍສາກົນ, ເປັນເຈົ້າການນຳໜ້າໃນການຫັນເປັນດິຈິຕອລ, ນະວັດຕະກຳ, ສີຂຽວ ແລະ ການພັດທະນາລວມ.
ທ່ານຍັງໄດ້ຮັບຮູ້ບົດບາດສຳຄັນທີ່ສຸດຂອງ APEC ແລະ ອາຊຽນ ໃນການຊຸກຍູ້ການຮ່ວມມືຫຼາຍຝ່າຍ, ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ.
ທ່ານເອກອັກຄະລັດຖະທູດກ່າວວ່າ, ປີ 2027, ຫວຽດນາມຈະດຳລົງຕຳແໜ່ງເປັນປະທານ APEC ເປັນຄັ້ງທີ 3 ດ້ວຍຫົວຂໍ້ວ່າ “ເຊື່ອມໂຍງ, ກໍ່ສ້າງພື້ນຖານເສດຖະກິດແບບລວມ ແລະ ຢືດຢຸ່ນ” ຢູ່ເກາະ Phu Quoc, ແຂວງ An Giang.
ເມື່ອເປັນເຈົ້າພາບຈັດຕັ້ງປີ APEC 2027, ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສົມທົບກັນຢ່າງແໜ້ນແຟ້ນກັບອາເມລິກາ ແລະ ບັນດາປະເທດສະມາຊິກເພື່ອແກ້ໄຂບັນດາບັນຫາລວມ, ຊຸກຍູ້ການເຈລະຈາ ແລະ ເພີ່ມທະວີການຮ່ວມມືຫຼາຍຝ່າຍ, ມຸ່ງໄປສູ່ໂລກສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.
ພາຍຫຼັງວາລະເປີດກອງປະຊຸມ, ເວທີປາໄສໄດ້ສືບຕໍ່ດຳເນີນການສົນທະນາຢ່າງມີຊີວິດຊີວາ 4 ເທື່ອຂອງບັນດາຜູ້ເວົ້າກ່ຽວກັບບັນດາສິ່ງທ້າທາຍ, ກາລະໂອກາດ ແລະ ວິທີແກ້ໄຂສຳລັບພາກພື້ນອາຊີ - ປາຊີຟິກ./.
ທີ່ມາ: https://www.vietnamplus.vn/viet-nam-khang-dinh-vi-the-cua-chau-a-thai-binh-duong-trong-phat-trien-ben-vung-post1070828.vnp
(0)