ທ່ານນາຍົກລັດຖະມົນຕີ Pham Minh Chinh ແລະ ທ່ານປະທານາທິບໍດີ ອາຟຣິກາໃຕ້ Cyril Ramaphosa. (ພາບ: TRAN HAI)
ທ່ານນາຍົກ ລັດຖະມົນຕີ ຟ້າມບິ່ງມິງ ສະແດງຄວາມຍິນດີທີ່ໄດ້ພົບປະກັບທ່ານປະທານາທິບໍດີ Ciryl Ramaphosa ແລະຄະນະຜູ້ແທນຂັ້ນສູງ ອາຟຣິກາໃຕ້ ທີ່ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ຫວນຄືນຄວາມປະທັບໃຈອັນເລິກເຊິ່ງຕໍ່ປະເທດ ແລະ ປະຊາຊົນອາຟະລິກາໃຕ້ ໃນການຢ້ຽມຢາມອາຟະລິກາໃຕ້ ໃນປີ 2019, ທ່ານນາຍົກລັດຖະມົນຕີ ໄດ້ຊົມເຊີຍບັນດາຜົນງານອັນພົ້ນເດັ່ນທີ່ປະຊາຊົນ ອາຟຣິກາໃຕ້ ບັນລຸໄດ້ໃນການພັດທະນາປະເທດຊາດ, ກໍ່ຄືບົດບາດ ແລະ ການປະກອບສ່ວນອັນສຳຄັນຂອງ ອາຟຣິກາໃຕ້ ໃນບັນຫາພາກພື້ນ ແລະ ສາກົນ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ສະແດງຄວາມດີໃຈຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່າງສອງປະເທດໃນຫຼາຍຂົງເຂດທີ່ມີຄວາມໄວ້ເນື້ອເຊື່ອໃຈສູງ ແລະ ອາຟຣິກາໃຕ້ ສືບຕໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ ອາຟຣິກາ; ຢືນຢັນວ່າ 2 ປະເທດແມ່ນເພື່ອນມິດທີ່ດີ, ຄູ່ຮ່ວມມືທີ່ດີ, ສະເໝີຕົ້ນສະເໝີປາຍ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ດີໃຈທີ່ສອງປະເທດນັບມື້ນັບເພີ່ມທະວີບົດບາດ ແລະ ທີ່ຕັ້ງໃນເວທີສາກົນ.
ທ່ານນາຍົກ ລັດ ຖະມົນຕີ Pham Minh Chinh ຕ້ອນຮັບທ່ານປະທານາທິບໍດີ ອາຟະລິກາໃຕ້ Cyril Ramaphosa ທີ່ຫ້ອງວ່າການລັດຖະບານ. (ພາບ: TRAN HAI)
ທ່ານນາຍົກລັດຖະມົນຕີ ຖືວ່າ, 2 ປະເທດມີບັນດາຈຸດແຂງທີ່ສາມາດສົມທົບກັນພັດທະນາເຊິ່ງກັນ ແລະ ກັນ ແລະ ຍັງມີຫ້ອງ ແລະ ທ່າແຮງບົ່ມຊ້ອນອັນໃຫຍ່ຫຼວງເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ສືບຕໍ່ເປີດກວ້າງການຮ່ວມມືໃນຂົງເຂດຫັນເປັນສີຂຽວ, ຫັນເປັນດີຈີຕອນ, ເສດຖະກິດສ້າງສັນ, ພະລັງງານທົດແທນ, ຄົມມະນາຄົມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ແລະ ປາດຖະໜາວ່າ ອາຟຼິກາໃຕ້ ສະໜັບສະໜູນ ຫວຽດນາມ ໃນການດຳເນີນການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ແລະ ສະຫະພັນພາສີອາຟຼິກາໃຕ້ (SACU).
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແນະນຳໃຫ້ປະທານາທິບໍດີ ອາຟຣິກາໃຕ້ Cyril Ramaphosa ວາງສະແດງຮູບພາບກ່ຽວກັບການພົວພັນລະຫວ່າງ 2 ປະເທດ. (ພາບ: TRAN HAI)
ຂອບໃຈທ່ານປະທານາທິບໍດີ Cyril Ramaphosa ທີ່ໄດ້ເຊື້ອເຊີນເຂົ້າຮ່ວມກອງປະຊຸມສຸດຍອດ G20 ໃນປີ 2025, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງເຫດການສຳຄັນນີ້, ພິເສດແມ່ນໃນບັນດາຂົງເຂດບູລິມະສິດຂອງ 2 ປະເທດຄື: ຫຼຸດຜ່ອນຄວາມທຸກຍາກ ແລະ ຄວາມບໍ່ສະເໝີພາບ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຊຸກຍູ້ການພັດທະນາແບບຍືນຍົງ, ລະບົບການປົກຄອງທົ່ວໂລກ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: TRAN HAI)
ທ່ານປະທານາທິບໍດີ ອາຟະລິກາໃຕ້ Cyril Ramaphosa ໄດ້ສະແດງຄວາມຍິນດີມາຢ້ຽມຢາມ ຫວຽດນາມ ອີກຄັ້ງໜຶ່ງ, ພົບປະກັບທ່ານນາຍົກລັດຖະມົນຕີ Pham Minh Chinh, ເພື່ອນມິດທີ່ສະໜິດສະໜົມ, ແລະ ເປັນສັກຂີພິຍານຕໍ່ບັນດາຜົນງານອັນດີເດັ່ນ ແລະ ປະຫວັດສາດຂອງຫວຽດນາມ ພາຍຫຼັງເກືອບ 40 ປີແຫ່ງການປັບປຸງ, ຊຸກຍູ້ບັນດາປະເທດ ອາຟຼິກາໃຕ້ ແລະ ບັນດາປະເທດພວມພັດທະນາ.
ປະທານາທິບໍດີ ສາທາລະນະລັດ ອາຟຣິກາໃຕ້ Cyril Ramaphosa ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: TRAN HAI)
ທ່ານປະທານາທິບໍດີ ອາຟະລິກາໃຕ້ ຢືນຢັນວ່າ ຫວຽດນາມ ແມ່ນເພື່ອນມິດທີ່ສະໜິດສະໜົມ ແລະ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງອາຟຼິກາໃຕ້ໃນພາກພື້ນ ອາຊີ; ຕີລາຄາສູງບັນດາຮູບແບບການພັດທະນາຢ່າງມີປະສິດທິຜົນ ແລະ ນະໂຍບາຍການຕ່າງປະເທດທີ່ເປີດ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ປະຊາຄົມໂລກ; ແລະເຊື່ອໝັ້ນວ່າສອງປະເທດມີກຳລັງແຮງທີ່ສາມາດເສີມຂະຫຍາຍເຊິ່ງກັນແລະກັນເພື່ອພັດທະນາຮ່ວມກັນແລະຍົກສູງທີ່ຕັ້ງໃນເວທີສາກົນ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ພ້ອມດ້ວຍການນຳບັນດາກະຊວງ, ສາຂາເຂົ້າຮ່ວມ. (ພາບ: TRAN HAI)
ທ່ານປະທານາທິບໍດີ ອາຟະລິກາໃຕ້ ຫວັງວ່າ 2 ຝ່າຍຈະເພີ່ມທະວີການພົວພັນຮ່ວມມືດ້ານທຸລະກິດໃນຂົງເຂດບໍ່ແຮ່, ຜະລິດ, ກະສິກຳ, ລົດໄຟຟ້າ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ການເດີນທະເລ...
ປະທານາທິບໍດີ Cyril Ramaphosa ແລະຄະນະຜູ້ແທນອາຟຣິກາໃຕ້ ເຂົ້າຮ່ວມກອງປະຊຸມ. (ພາບ: TRAN HAI)
ທ່ານປະທານປະເທດ Ramaphosa ໄດ້ຂອບໃຈທ່ານນາຍົກລັດຖະມົນຕີ Pham Minh Chinh ທີ່ໄດ້ຮັບຄຳເຊີນເຂົ້າຮ່ວມກອງປະຊຸມສຸດຍອດ G20, ໄດ້ສະແດງໃຫ້ເຫັນການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ ເຂົ້າໃນການຊຸກຍູ້ການພັດທະນາແບບຍືນຍົງ ແລະ ປະຕິຮູບບັນດາກົນໄກບໍລິຫານທົ່ວໂລກ. ທ່ານປະທານປະເທດ Ramaphosa ຊົມເຊີຍ ແລະ ເຊື່ອໝັ້ນວ່າ ຫວຽດນາມ ຈະຈັດຕັ້ງພິທີລົງນາມໃນສົນທິສັນຍາສະຫະປະຊາຊາດ ຕ້ານອາດຊະຍາກຳທາງອິນເຕີແນັດຢ່າງສຳເລັດຜົນ, ສະໜັບສະໜູນບົດບາດນຳໜ້າຂອງ ຫວຽດນາມ ໃນບັນດາຄວາມມານະພະຍາຍາມຫັນເປັນດີຈີຕອນ ແລະ ຄຸ້ມຄອງເຕັກໂນໂລຊີໂລກ.
ທັດສະນະຂອງກອງປະຊຸມ. (ພາບ: TRAN HAI)
ໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະສັນຈະຊຸກຍູ້ການເປີດກວ້າງຕະຫຼາດໃຫ້ແກ່ສິນຄ້າ ແລະ ການຄ້າຂອງແຕ່ລະຝ່າຍ ແລະ ໄດ້ລົງນາມໃນເອກະສານຮ່ວມມືທີ່ສຳຄັນຕື່ມອີກ ເພື່ອແນໃສ່ຊຸກຍູ້ການເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ ເຊັ່ນ: ສັນຍາວ່າດ້ວຍການຊ່ວຍເຫຼືອດ້ານຕຸລາການ, ສັນຍາການຫຼີກລ້ຽງການເສຍພາສີອາກອນສອງເທົ່າ, ການຍົກເວັ້ນພາສີ ແລະ ອື່ນໆ.
ການນຳສອງທ່ານໄດ້ເຫັນດີຈະຜັນຂະຫຍາຍບັນດາລະບຽບການພາຍໃນໂດຍໄວ ເພື່ອຍົກລະດັບຂອບການພົວພັນລະຫວ່າງສອງປະເທດຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດ” ໃນປີ 2025, ເຮັດໃຫ້ສາຍພົວພັນຫວຽດນາມ - ອາຟຣິກາໃຕ້ ເປັນແບບຢ່າງການຮ່ວມມືລະຫວ່າງບັນດາປະເທດພາກໃຕ້.
ທ່ານນາຍົກລັດຖະມົນຕີ Pham Minh Chinh ໄດ້ພົບປະກັບປະທານາທິບໍດີ ອາຟຣິກາໃຕ້ Cyril Ramaphosa. (ພາບ: TRAN HAI)
ກ່ຽວກັບການຮ່ວມມືຫຼາຍຝ່າຍ, 2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີການສົມທົບ, ສະໜັບສະໜູນເຊິ່ງກັນແລະກັນໃນບັນດາບັນຫາພາກພື້ນ ແລະ ສາກົນຢູ່ບັນດາເວທີປາໄສສາກົນ, ສົມທົບກັນຊຸກຍູ້ຫຼາຍຝ່າຍ ແລະ ການຮ່ວມມືໃຕ້ໃຕ້, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ແຕ່ລະພາກພື້ນ ແລະ ໃນໂລກ.
ຮ່າແທງຢາງ
ທີ່ມາ: https://nhandan.vn/viet-nam-la-ban-be-gan-gui-than-thiet-doi-tac-tin-cay-cua-nam-phi-tai-chau-a-post917271.html
(0)