ການທ່ອງທ່ຽວ ຫວຽດນາມ ບັນລຸສັນຍານໃນແງ່ດີກ່ຽວກັບການໄຫຼເຂົ້າຂອງນັກທ່ອງທ່ຽວສາກົນໃນຕົ້ນປີ - ພາບ: NGUYEN HIEN
ກປ.ອອນໄລ - ວັນທີ 26 ກຸມພາ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ໄດ້ອອກແຜນການຈັດຕັ້ງປະຕິບັດມະຕິເລກທີ 11/NQ-CP ລົງວັນທີ 15 ມັງກອນ 2025 ຂອງລັດຖະບານ ແລະແຜນງານກະຕຸ້ນການທ່ອງທ່ຽວປີ 2025 ດ້ວຍຫົວຂໍ້ “ຫວຽດນາມ - ໄປຮັກ”.
ຕາມນັ້ນແລ້ວ, ນະໂຍບາຍຍົກເວັ້ນວີຊາໃຫ້ພົນລະເມືອງ ໂປໂລຍ, ເຊັກໂກ ແລະ ສະວິດ ເດີນທາງມາຫວຽດນາມ ຈະດຳເນີນແຕ່ວັນທີ 1 ມີນາ 2025 – 31 ທັນວາ 2025. ໄລຍະພັກເຊົາຊົ່ວຄາວແມ່ນ 45 ວັນນັບແຕ່ວັນເຂົ້າ.
ນັກທ່ອງທ່ຽວທີ່ເປັນພົນລະເມືອງຂອງ 3 ປະເທດທີ່ກ່າວມາຂ້າງເທິງນີ້ເຂົ້າຫວຽດນາມ ຕ້ອງມີເງື່ອນໄຂເຂົ້າອອກພາຍໃຕ້ການຍົກເວັ້ນວີຊາຝ່າຍດຽວຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການເຂົ້າ, ອອກ, ຜ່ານແດນ ແລະ ທີ່ຢູ່ອາໄສຂອງຄົນຕ່າງປະເທດຢູ່ຫວຽດນາມ.
ໜັງສືຜ່ານແດນທີ່ມີອາຍຸນຳໃຊ້ຢ່າງໜ້ອຍ 6 ເດືອນ ແລະ ເດີນທາງພາຍໃຕ້ໂຄງການທີ່ຈັດໂດຍທຸລະກິດບໍລິການທ່ອງທ່ຽວສາກົນຂອງຫວຽດນາມ, ມີໃບຢັ້ງຢືນການເຂົ້າຮ່ວມໂຄງການທ່ອງທ່ຽວ.
ວິສາຫະກິດທີ່ມີໃບອະນຸຍາດດຳເນີນທຸລະກິດການທ່ອງທ່ຽວສາກົນ ຕ້ອງຍື່ນສະໝັກຈັດຕັ້ງບັນດາໂຄງການທ່ອງທ່ຽວໃຫ້ພົນລະເມືອງ 3 ປະເທດດັ່ງກ່າວຕໍ່ອົງການທ່ອງທ່ຽວແຫ່ງຊາດຫວຽດນາມ.
ນະໂຍບາຍນີ້ໄດ້ຮັບການປະຕິບັດດ້ວຍຄວາມປາດຖະໜາຢາກປະກອບສ່ວນດຶງດູດນັກທ່ອງທ່ຽວສາກົນຈາກບັນດາຕະຫຼາດເທິງນີ້ມາຫວຽດນາມ; ເພີ່ມທະວີຄວາມສາມາດແກ່ງແຍ້ງຂອງການທ່ອງທ່ຽວຫວຽດນາມ ໃນຕະຫຼາດສາກົນໂດຍຜ່ານບັນດານະໂຍບາຍບຸລິມະສິດ, ລະບຽບການເຂົ້າອອກສະດວກ ແລະ ບັນດາຄຸນຄ່າປະສົບການການທ່ອງທ່ຽວທີ່ເປັນເອກະລັກສະເພາະ.
ເພື່ອຊຸກຍູ້ການທ່ອງທ່ຽວຢູ່ບັນດາຕະຫຼາດດັ່ງກ່າວ, ຫວຽດນາມ ຈະຈັດຕັ້ງການເຄື່ອນໄຫວຫຼາຍຢ່າງຄື: ບັນດາລາຍການແນະນຳແຫຼ່ງທ່ອງທ່ຽວ ຫວຽດນາມ ຢູ່ ໂປໂລຍ, ສາທາລະນະລັດ ເຊັກ ແລະ ສະວິດ, ອາທິດວັດທະນະທຳ - ທ່ອງທ່ຽວ ຫວຽດນາມ ຢູ່ ໂປໂລຍ ແລະ ສ.ເຊັກໂກ ເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ ; ໂຄງການສື່ສານຊຸກຍູ້ການພັດທະນາການທ່ອງທ່ຽວໃນປີ 2025...
ຮອດປີ 2025, ຂະແໜງການທ່ອງທ່ຽວຫວຽດນາມ ມຸ່ງໄປເຖິງການຕ້ອນຮັບນັກທ່ອງທ່ຽວສາກົນ 22-23 ລ້ານເທື່ອຄົນ ແລະ ນັກທ່ອງທ່ຽວພາຍໃນປະເທດ 120 – 130 ລ້ານເທື່ອຄົນ.
Tuoitre.vn
ທີ່ມາ: https://tuoitre.vn/mien-thi-thuc-cho-du-khach-ba-lan-czech-va-thuy-si-20250227191927424.htm
(0)