ທີ່ການເຮັດວຽກ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບໂຄງການຄົ້ນຄວ້າ, ປຶກສາຫາລືດ້ານນະໂຍບາຍ, ສົມທົບກັນຈັດຕັ້ງປະຕິບັດໂຄງການ, ແບ່ງປັນຂໍ້ມູນກ່ຽວກັບການພັດທະນາ ເສດຖະກິດ - ສັງຄົມ ຕິດພັນກັບການປັບປຸງການປ່ຽນແປງຂອງດິນຟ້າອາກາດ ແລະ ປົກປັກຮັກສາສິ່ງແວດລ້ອມ ແລະ ອື່ນໆ.
ກ່າວຄຳເຫັນທີ່ທ່ານລັດຖະມົນຕີ ດັ້ງກວກແຄ໋ງ, ທ່ານເອກອັກຄະລັດຖະທູດ Olivier Brochet ໃຫ້ຮູ້ວ່າ: ປະຈຸບັນ, ການນຳຂັ້ນສູງຂອງ 2 ປະເທດມີການພົບປະ ແລະ ແລກປ່ຽນຫຼາຍຄັ້ງ, ດັ່ງນັ້ນ ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ນີ້ແມ່ນໂອກາດເພື່ອໃຫ້ບັນດາອົງການພິເສດສົມທົບກັນສ້າງບັນດາໂຄງການເພີ່ມທະວີການພົວພັນ 2 ຝ່າຍລະຫວ່າງ ຝລັ່ງ - ຫວຽດນາມ.
ຕີລາຄາສູງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີ່ໃຫ້ຄຳແນະນຳລັດຖະບານ ແລະ ນາຍົກລັດຖະມົນຕີ ຕໍ່ກັບບັນດາຄຳໝັ້ນສັນຍາຢ່າງໜັກແໜ້ນໃນ COP 26 ເພື່ອນຳການປ່ອຍອາຍພິດສຸດທິ “0” ຮອດປີ 2050; ທ່ານເອກອັກຄະລັດຖະທູດ Olivier Brochet ໃຫ້ຮູ້ວ່າ: ລັດຖະບານ ຝະລັ່ງ ຈະໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ບັນລຸໄດ້ບັນດາຄາດໝາຍທີ່ວາງໄວ້, ເພື່ອແນໃສ່ແກ້ໄຂບັນດາບັນຫາສຳຄັນຂອງໂລກກ່ຽວກັບການປັບປຸງສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ບໍ່ເປັນການກີດຂວາງບັນດານະໂຍບາຍພັດທະນາຂອງຫວຽດນາມ ໃນບັນດານະໂຍບາຍພັດທະນາ.
ຄຽງຄູ່ກັບການໜູນຊ່ວຍຂອງ ລັດຖະບານ ຝະລັ່ງ, ປະຈຸບັນ ຜ່ານອົງການພັດທະນາຝຣັ່ງ AFD, ຍັງມີແຫຼ່ງກຳລັງໜູນຊ່ວຍຈຳນວນຫຼວງຫຼາຍເຖິງ 500 ລ້ານເອີໂຣ ເພື່ອໜູນຊ່ວຍ ຫວຽດນາມ ໃນການປະຕິບັດບັນດາໂຄງການປັບປຸງການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາຊີວະນາໆພັນ, ປ້ອງກັນມົນລະພິດທາງທະເລ ແລະ ອື່ນໆ.
ພ້ອມກັບບັນດາໂຄງການຮ່ວມມືທີ່ມີຢູ່ແລ້ວ, ລັດຖະບານ ຝະລັ່ງ ປາດຖະໜາຢາກມີບັນດາໂຄງການຮ່ວມມືກວ່າອີກກັບລັດຖະບານຫວຽດນາມ ເວົ້າລວມ ແລະ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເວົ້າສະເພາະໃນໄລຍະຈະມາເຖິງ, ໃນນັ້ນມີໂຄງການລະດົມແຫຼ່ງກຳລັງພຽງຢາງ (JETP); ໂຄງການສ້າງເຄື່ອງມືທາງດ້ານການເງິນໃນຕະຫຼາດກາກບອນ; ການຮ່ວມມືກ່ຽວກັບໂຄງການອະນຸລັກຊີວະນາໆພັນ; ການປົກປ້ອງມະຫາສະຫມຸດ; ການຄົ້ນຄວ້າ, ສຳຫຼວດ ແລະ ປະເມີນມົນລະພິດຕາມແມ່ນ້ຳຂອງ; ຂຸດຄົ້ນບໍ່ແຮ່ແບບຍືນຍົງ... ບົນຈິດໃຈວ່າ ຝລັ່ງ ຍາມໃດກໍ່ພ້ອມກັບຫວຽດນາມ ໃນການພັດທະນາ ແລະ ບໍ່ໃຫ້ຫວຽດນາມ ເສຍສະຫຼະບັນດາຈຸດໝາຍພັດທະນາທີ່ໄດ້ວາງອອກ.
ກ່າວຄຳເຫັນທີ່ທ່ານເອກອັກຄະລັດຖະທູດຝະລັ່ງ Olivier Brochet ແລະ ທ່ານ Hervé Conan, ຫົວໜ້າອົງການພັດທະນາຝະລັ່ງ, ທ່ານລັດຖະມົນຕີ ດັ້ງກວກແຄ໋ງ ໃຫ້ຮູ້ວ່າ: ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມແມ່ນຫຼາຍຂະແໜງການທີ່ມີ 9 ຂົງເຂດຄຸ້ມຄອງ, ໃນນັ້ນ ການອະນຸລັກທຳມະຊາດ ແລະ ການຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດແມ່ນບັນດາຂົງເຂດສຳຄັນໃນສະພາບການໂລກປະຈຸບັນ. ທ່ານລັດຖະມົນຕີໄດ້ຂອບໃຈລັດຖະບານ ຝະລັ່ງ ຜ່ານອົງການພັດທະນາຝຣັ່ງ AFD ຍາມໃດກໍ່ແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ໃນຂົງເຂດປົກປັກຮັກສາສິ່ງແວດລ້ອມ ແລະ ການຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ.
ຕາມທ່ານລັດຖະມົນຕີ ດັ້ງກວາງແຄງ ແລ້ວ, ລັດຖະບານ ຫວຽດນາມ ບໍ່ພຽງແຕ່ໃຫ້ຄຳໝັ້ນສັນຍາເທົ່ານັ້ນ, ຫາກຍັງປະຕິບັດບັນດາໂຄງການດຳເນີນງານຕາມແຜນທີ່ກຳນົດທິດເພື່ອແນໃສ່ມຸ່ງໄປເຖິງເປົ້າໝາຍການພັດທະນາແບບຍືນຍົງ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ.
ທ່ານລັດຖະມົນຕີໄດ້ເຫັນດີກັບຄຳເຫັນຂອງທ່ານເອກອັກຄະລັດຖະທູດ Olivier Brochet ກ່ຽວກັບໂຄງການຮ່ວມມືສາກົນໃນສະພາບການໃໝ່, ພິເສດແມ່ນບັນດາປະເທດພັດທະນາຕ້ອງມີຄວາມຮັບຜິດຊອບຕໍ່ບັນດາປະເທດພວມພັດທະນາເພື່ອຮັບປະກັນ “ຄວາມຍຸດຕິທຳ” ແລະ ມຸ່ງໄປເຖິງບັນດາຈຸດໝາຍຮ່ວມ. ສະນັ້ນ, ທ່ານລັດຖະມົນຕີ ຫວັງວ່າ ຜ່ານອົງການ AFD, ລັດຖະບານ ຝະລັ່ງ ຈະໜູນຊ່ວຍ ຫວຽດນາມ ກ່ວາອີກໃນບັນດານະໂຍບາຍ, ແຫຼ່ງກຳລັງ, ແລກປ່ຽນວິທະຍາສາດ ແລະ ເຕັກໂນໂລຊີ ແລະ ອື່ນໆ.
ສົນທະນາກັບທ່ານເອກອັກຄະລັດຖະທູດກ່ຽວກັບທັດສະນະຂອງຫວຽດນາມກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ດ້ວຍການປົກປັກຮັກສາສິ່ງແວດລ້ອມ; ການປົກປັກຮັກສາຊີວະນາໆພັນ, ຫຼຸດຜ່ອນມົນລະພິດທາງທະເລ... ທ່ານລັດຖະມົນຕີ ດັ້ງກວກແຄ໋ງ ໃຫ້ຮູ້ວ່າ: ດ້ວຍທັດສະນະຂອງລັດຖະບານບໍ່ການຄ້າເພື່ອສິ່ງແວດລ້ອມ ແລະ ການພັດທະນາເສດຖະກິດ - ສັງຄົມ ຕ້ອງຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ແລະ ການປັບຕົວກັບການປ່ຽນແປງຂອງດິນຟ້າອາກາດ, ໃນໂຄງການກົດໝາຍທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສ້າງ ແລະ ຮັບຮອງເອົາສະພາແຫ່ງຊາດເມື່ອບໍ່ດົນມານີ້ ເຊັ່ນ: ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ກົດໝາຍວ່າດ້ວຍຊັບພະຍາກອນນ້ຳ. ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈອັນໃຫຍ່ຫຼວງຂອງລັດຖະບານຫວຽດນາມ ໃນການອະນຸລັກຊີວະນາໆພັນ ແລະ ຟື້ນຟູລະບົບນິເວດທຳມະຊາດທົ່ວຫວຽດນາມ ແລະ ປາດຖະໜາຢາກບັນລຸເປົ້າໝາຍ 30% ເນື້ອທີ່ແຜ່ນດິນໃຫຍ່ ແລະ 30% ເຂດທະເລໄດ້ຮັບການປົກປັກຮັກສາ... ພ້ອມທັງຖືໂອກາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອຫັນປ່ຽນຮູບແບບການເຕີບໂຕ, ປັບປຸງຄວາມຢືດຢຸ່ນ ແລະ ຄວາມສາມາດແກ່ງແຍ້ງຂອງເສດຖະກິດ.
ເຖິງຢ່າງໃດກໍຕາມ, ເພື່ອບັນລຸເປົ້າໝາຍດັ່ງກ່າວ, ການໜູນຊ່ວຍສາກົນແມ່ນຈຳເປັນ, ໃນນັ້ນມີລັດຖະບານຝລັ່ງ. ທ່ານລັດຖະມົນຕີ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ລາຍງານຕໍ່ລັດຖະບານ ຝະລັ່ງ ແລະ ປຶກສາຫາລືກັບບັນດາກະຊວງ, ສາຂາຂອງ ຝະລັ່ງ ເພື່ອມີບັນດາການໜູນຊ່ວຍດ້ານເຕັກນິກ, ການເງິນ ເພື່ອໜູນຊ່ວຍຫວຽດນາມ ໃນການແກ້ໄຂມົນລະພິດສິ່ງແວດລ້ອມ, ພິເສດແມ່ນວຽກງານຕ້ານມົນລະພິດທາງທະເລ ແລະ ມົນລະພິດທາງອາກາດ; ການຄຸ້ມຄອງຊັບພະຍາກອນນ້ໍາ; ໜູນຊ່ວຍຫວຽດນາມ ປະຕິບັດ JETP; ການຂຸດຄົ້ນ ແລະ ປຸງແຕ່ງຊັບພະຍາກອນແຮ່ທາດແບບຍືນຍົງ...
ທີ່ການພົບປະ, ທ່ານລັດຖະມົນຕີ ດັ້ງກວກແຄ໋ງ ໃຫ້ຮູ້ວ່າ: ເນື່ອງໃນໂອກາດທີ່ທ່ານເອກອັກຄະລັດຖະທູດ Olivier Brochet ມາປະຕິບັດໜ້າທີ່ຢູ່ ຫວຽດນາມ ໃນປີ 2023, 2 ປະເທດຈະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ແມ່ນຂີດໝາຍສຳຄັນທີ່ສຸດໃນການພົວພັນແບບພິເສດ ຫວຽດນາມ - ຝລັ່ງ. ສະນັ້ນ, ທ່ານລັດຖະມົນຕີ ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ ແລະ ຄອບຄົວປະສົບຜົນສຳເລັດໃນໄລຍະຈະມາເຖິງ, ຜ່ານນັ້ນ ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ຝະລັ່ງ ບັນລຸໄດ້ບັນດາຜົນງານທີ່ແທດຈິງ, ເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະ ການພົວພັນທາງປະຫວັດສາດພິເສດລະຫວ່າງ 2 ປະເທດ.
ທີ່ມາ
(0)