
ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະ, ທ່ານຫົວໜ້າຄະນະຜູ້ແທນຫວຽດນາມ ເນັ້ນໜັກເຖິງບັນດາສິ່ງທ້າທາຍທີ່ສັບສົນໃນ ໂລກ ປະຈຸບັນ; ຢືນຢັນວ່າ: ການປົກປ້ອງມາດຕະຖານມະນຸດສະທຳແມ່ນປົກປ້ອງກຽດສັກສີ ແລະ ຄຸນຄ່າອັນສັກສິດທີ່ສຸດຂອງມະນຸດ; ແມ່ນພັນທະທາງກົດໝາຍ, ສຽງຂອງຈິດສຳນຶກ ແລະຄວາມຮັບຜິດຊອບລວມຂອງມວນມະນຸດ. ເນັ້ນໜັກວ່າ ຈິດໃຈມະນຸດສະທຳແມ່ນຮີດຄອງປະເພນີຂອງຊາວ ຫວຽດນາມ, ແມ່ນບຸລິມະສິດໃນບັນດານະໂຍບາຍ ແລະ ທິດທາງພັດທະນາຂອງປະເທດ. ໃນທຸກໄລຍະແຫ່ງການພັດທະນາ, ຫວຽດນາມ ຍາມໃດກໍ່ຖືປະຊາຊົນເປັນໃຈກາງຂອງຍຸດທະສາດພັດທະນາ, ພິຈາລະນາຮັບປະກັນສິດທິມະນຸດ, ເອົາໃຈໃສ່ເຖິງຊີວິດທາງດ້ານວັດຖຸ ແລະ ຈິດວິນຍານຂອງປະຊາຊົນ ເປັນພື້ນຖານໃຫ້ສັງຄົມມີຄວາມໝັ້ນຄົງ ແລະ ກ້າວໜ້າ. ຕາມນັ້ນແລ້ວ, ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາຄວາມມານະພະຍາຍາມຂອງໂລກໃນການຕອບໂຕ້ວິກິດການດ້ານມະນຸດສະທຳ, ການປ່ຽນແປງຂອງດິນຟ້າອາກາດ, ປ້ອງກັນພະຍາດ, ປົກປັກຮັກສາບັນດາຜູ້ດ້ອຍໂອກາດ ແລະ ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ.
ປະກອບສ່ວນເຂົ້າກັບປະຊາຄົມໂລກໃນການຮັກສາມາດຕະຖານມະນຸດສະທຳ ແລະ ຊຸກຍູ້ການເຄື່ອນໄຫວດ້ານມະນຸດສະທຳຢ່າງມີປະສິດທິຜົນກວ່າໃນເວລາເກີດວິກິດການ, ຄະນະຜູ້ແທນຫວຽດນາມ ໄດ້ມີຂໍ້ສະເໜີຫຼາຍສະບັບ. ກ່ອນອື່ນໝົດ, ບັນດາລັດຖະສະພາຄວນສືບຕໍ່ປັບປຸງກອບກົດໝາຍແຫ່ງຊາດກ່ຽວກັບການປົກປ້ອງປະຊາຊົນໃນພາວະສຸກເສີນ ແລະ ວິກິດການ, ໃນນັ້ນມີການປະກາດໃຊ້ ແລະ ປັບປຸງກົດໝາຍກ່ຽວກັບການຄຸ້ມຄອງຄວາມສ່ຽງໄພພິບັດ, ໜູນຊ່ວຍຊາວອົບພະຍົບ, ປົກປ້ອງແມ່ຍິງ ແລະ ເດັກນ້ອຍ, ຜູ້ປະສົບເຄາະຮ້າຍ ແລະ ອື່ນໆ. ອັນທີສອງ, ຕ້ອງຈັດສັນຊັບພະຍາກອນໃຫ້ເໝາະສົມກັບໂຄງການບັນເທົາທຸກ, ຟື້ນຟູ ແລະ ກໍ່ສ້າງຄືນໃໝ່ພາຍຫຼັງໄພພິບັດ; ຊຸກຍູ້ການມີສ່ວນຮ່ວມຂອງອົງການຈັດຕັ້ງທາງສັງຄົມ, ທຸລະກິດ ແລະຊຸມຊົນທ້ອງຖິ່ນ. ທີສາມ, ຕ້ອງເພີ່ມທະວີການຕິດຕາມກວດກາການປະຕິບັດບັນດາຄຳໝັ້ນສັນຍາດ້ານມະນຸດສະທຳສາກົນ. ສຸດທ້າຍ, ບັນດາລັດຖະສະພາຕ້ອງເພີ່ມທະວີການຮ່ວມມືເຊິ່ງກັນ ແລະ ກັນ, ຕັ້ງໜ້າຊຸກຍູ້ການເຈລະຈາ ແລະ ແລກປ່ຽນບົດຮຽນເພື່ອຍົກສູງປະສິດທິຜົນຂອງການເຄື່ອນໄຫວມະນຸດສະທຳຂ້າມຊາຍແດນ, ພ້ອມທັງຮັບປະກັນບັນດາການເຄື່ອນໄຫວບັນເທົາທຸກດຳເນີນດ້ວຍຈິດໃຈມະນຸດສະທຳ.
ຜູ້ຕາງໜ້າຂອງຄະນະຜູ້ແທນຫວຽດນາມ ກໍ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາກອງປະຊຸມຂອງຄະນະກຳມະ ການສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ແລະ ຄະນະກຳມະການພັດທະນາແບບຍືນຍົງ. ຖະແຫຼງການຂອງຄະນະຜູ້ແທນ ຫວຽດນາມ ໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ຕີລາຄາສູງຈາກບັນດາປະເທດ ແລະ ໄດ້ຮັບການຄັດເລືອກໂດຍກອງເລຂາ IPU ເພື່ອນຳເຂົ້າໃນເອກະສານສະເພາະຂອງກອງປະຊຸມໃຫຍ່.
ຄາດວ່າໃນຊຸມມື້ທີ່ຍັງເຫຼືອຂອງ IPU-151, ຄະນະຜູ້ແທນຫວຽດນາມ ຈະສືບຕໍ່ເຂົ້າຮ່ວມກອງປະຊຸມຄົບຄະນະ, ຄະນະບໍລິຫານງານ, ຄະນະກຳມະການພັດທະນາແບບຍືນຍົງ, ຄະນະກຳມະການສະຫະປະຊາຊາດ ແລະ ກອງປະຊຸມປຶກສາຫາລືບັນດາຫົວເລື່ອງຮີບດ່ວນ.
ໃນຂອບເຂດກອງປະຊຸມຂອງສະມາຄົມເລຂາທິການໃຫຍ່ລັດຖະສະພາ (ASGP) ທີ່ຈັດຂຶ້ນຂະໜາດກັບ IPU-151, ຕອນເຊົ້າວັນທີ 21/10, ທ່ານຮອງຫົວໜ້າຫ້ອງ ວ່າການສະພາແຫ່ງຊາດ ຫວຽດນາມ Le Thu Ha ໄດ້ຮັບເລືອກຕັ້ງເປັນຄະນະບໍລິຫານງານ ASGP ໄລຍະ 2025-2028 ດ້ວຍຄະແນນສຽງສູງສຸດໃນບັນດາຜູ້ສະໝັກ. ນີ້ແມ່ນຄັ້ງທຳອິດທີ່ສະພາແຫ່ງຊາດຫວຽດນາມ ໄດ້ຮັບເລືອກຕັ້ງເປັນການນຳຂອງ ASGP, ແມ່ນບາດກ້າວບຸກທະລຸສຳຄັນໃນຂະບວນການຕັ້ງໜ້າ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບລັດຖະສະພາສາກົນ; ພ້ອມກັນນັ້ນ, ຢືນຢັນຄວາມໄວ້ເນື້ອເຊື່ອໃຈ ແລະ ຕີລາຄາສູງບົດບາດ, ກຽດສັກສີ ແລະ ການປະກອບສ່ວນຂອງສະພາແຫ່ງຊາດ ຫວຽດນາມ ໃນບັນດາການເຄື່ອນໄຫວຂອງລັດຖະສະພາຫຼາຍຝ່າຍໃນໄລຍະມໍ່ໆມານີ້.
ນອກນັ້ນ, ຢູ່ນອກກອງປະຊຸມໃຫຍ່, ຄະນະຜູ້ແທນຫວຽດນາມ ໄດ້ມີການພົບປະສອງຝ່າຍເພື່ອປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງລັດຖະສະພາ ແລະ ກະກຽມໃຫ້ແກ່ການພົບປະແລກປ່ຽນຄະນະຜູ້ແທນທີ່ຈະມາເຖິງ.
ທີ່ມາ: https://baotintuc.vn/thoi-su/viet-nam-tham-du-nhieu-hoat-dong-tai-ipu151-20251023082848680.htm
(0)