Vietnam.vn - Nền tảng quảng bá Việt Nam

ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ ສ.​ເກົາຫຼີ ຈະ​ຮັກສາ​ສະຖຽນ​ລະ​ພາບ​ໂດຍ​ໄວ.

Báo Tin TứcBáo Tin Tức05/12/2024

ຕອນ​ບ່າຍ​ວັນ​ທີ 5/12, ທີ່​ການ​ປະຊຸມ​ຂ່າວ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ, ຕອບ​ຄຳ​ຊັກ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ ​ດ້ານ​ການ​ເມືອງ ​ຂອງ ສ.​ເກົາຫຼີ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ແລະ ​ແຜນການ​ປົກ​ປັກ​ຮັກສາ​ພົນລະ​ເມືອງ​ເມື່ອ​ສະພາບ​ການ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Pham Thu Hang ​ໃຫ້​ຮູ້​ວ່າ:
ຄຳບັນຍາຍຮູບ

ໂຄສົກ​ກະຊວງ ​ການ​ຕ່າງປະ​ເທດ​ຫວຽດ ນາມ ຟ້າ​ມທູ​ຮັ່ງ ຕອບ​ຄຳ​ຖາມ​ຂອງ​ບັນດາ​ອົງການ​ຂ່າວ. ພາບ: ອານດັງ/VNA

ດ້ວຍ​ຖານະ​ເປັນ​ປະ​ເທດ​ທີ່​ມີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ສ.​ເກົາຫຼີ, ຫວຽດນາມ ພວມ​ຕິດຕາມ​ບັນດາ​ການ​ຜັນ​ຂະຫຍາຍ​ຂອງ ສ.​ເກົາຫຼີ ​ໃນ​ປະຈຸ​ບັນ. ທ່ານ​ນາງ Pham Thu Hang ​ເນັ້ນ​ໜັກ​ວ່າ: “ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ສ.​ເກົາຫຼີ ຈະ​ຮັກສາ​ສະຖຽນ​ລະ​ພາບ​ໃນ​ໄວໆ​ນີ້ ​ແລະ ສືບ​ຕໍ່​ພັດທະນາ​ຢ່າງ​ແຂງ​ແຮງ​ໃນ​ໄລຍະ​ຈະ​ມາ​ເຖິງ. ກ່ຽວ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ, ​ໂຄສົກ ​ກະຊວງ​ການ​ຕ່າງປະ​ເທດ ​ຫວຽດນາມ ​ໃຫ້​ຮູ້​ວ່າ: ຕາມ​ຂໍ້​ມູນ​ຂອງ​ສະຖານທູດ ຫວຽດນາມ ປະຈຳ ສ.​ເກົາຫຼີ ​ແລ້ວ, ບັນດາ​ການ​ຜັນ​ແປ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຂອງ ສ. ພາຍຫຼັງ​ໄດ້​ຮັບ​ຂໍ້​ມູນ​ກ່ຽວ​ກັບ​ສະພາບ​ການ​ຢູ່ ສ.​ເກົາຫຼີ ​ໃນ​ປະຈຸ​ບັນ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ຊີ້​ນຳ​ສະຖານທູດ ຫວຽດນາມ ປະຈຳ ສ.​ເກົາຫຼີ ​ເລັ່ງຕິດຕາມ​ບັນດາ​ການ​ຜັນ​ຂະຫຍາຍ​ທີ່​ກ່ຽວຂ້ອງ ​ແລະ ທັນ​ການ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ສະມາຄົມ​ຊາວ ຫວຽດນາມ ປະຈຳ ສ. ພ້ອມ​ກັນ​ນັ້ນ, ສະຖານທູດ​ຫວຽດນາມ ປະຈຳ ສ.​ເກົາຫຼີ ກໍ່​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ປະຊາ​ຄົມ​ຊາວ ຫວຽດນາມ ​ໃນ​ທັນທີ ​ແລະ ​ແນະນຳ​ພົນລະ​ເມືອງ​ປະຕິບັດ​ບັນດາ​ລະບຽບ​ການ ​ແລະ ຄຳ​ສັ່ງ​ຂອງ​ປະ​ເທດ​ເຈົ້າພາບ, ຫຼີກ​ລ້ຽງ​ການ​ເຕົ້າ​ໂຮມ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ແລະ ຮັກສາ​ການ​ພົວພັນ​ກັບ​ສະຖານທູດ ຫວຽດນາມ ປະຈຳ ສ.​ເກົາຫຼີ.
ໂຄສົກ​ໄດ້​ຢືນຢັນ​ອີກ​ເທື່ອ​ໜຶ່ງ​ວ່າ, ມາ​ຮອດ​ປະຈຸ​ບັນ, ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ ຍັງ​ຄົງ​ດຳລົງ​ຊີວິດ, ​ເຮັດ​ວຽກ ​ແລະ ຮ່ຳຮຽນ​ເປັນ​ປົກກະຕິ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Pham Thu Hang ​ໃຫ້​ຮູ້​ວ່າ: ບົນ​ຈິດ​ໃຈ​ຮັບ​ໃຊ້​ປະຊາຊົນ ​ແລະ ຖື​ການ​ປົກ​ປັກ​ຮັກສາ​ພົນລະ​ເມືອງ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ, ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ຕິດຕາມ​ສະພາບ​ການ​ກັບ​ສະຖານທູດ​ຫວຽດນາມ ປະຈຳ ສ.
ຫວຽດ​ນາມ (ສຳ​ນັກ​ຂ່າວ​ຫວຽດ​ນາມ)
ທີ່ມາ: https://baotintuc.vn/thoi-su/viet-nam-tin-tuong-han-quoc-se-som-on-dinh-tinh-hinh-20241205162318848.htm

(0)

ວິຫານ Notre Dame ຢູ່ນະຄອນ ໂຮ່ຈີມິນ ໄດ້ສະຫວ່າງສະໄຫວເພື່ອຕ້ອນຮັບບຸນຄຣິສມາສ 2025
ເດັກຍິງຮ່າໂນ້ຍ "ແຕ່ງຕົວ" ທີ່ສວຍງາມສໍາລັບລະດູການວັນຄຣິດສະມາດ
ຫລັງ​ຈາກ​ລົມ​ພາຍຸ​ແລະ​ນ້ຳ​ຖ້ວມ, ໝູ່​ບ້ານ Tet chrysanthemum ​ເມືອງ Gia Lai ຫວັງ​ວ່າ​ຈະ​ບໍ່​ມີ​ໄຟຟ້າ​ໃຊ້​ເພື່ອ​ຊ່ວຍ​ປະ​ຢັດ​ໂຮງງານ.
ນະຄອນຫຼວງຂອງຕົ້ນຫມາກໂປມສີເຫຼືອງໃນພາກກາງໄດ້ຮັບຄວາມເສຍຫາຍຢ່າງຫນັກຫຼັງຈາກໄພພິບັດທໍາມະຊາດສອງເທົ່າ

ມໍລະດົກ

ຮູບ

ທຸລະກິດ

ຟໍ 'ບິນ' 100.000 ດົ່ງ/ໂຖ ເຮັດໃຫ້ເກີດຄວາມຂັດແຍ້ງ, ລູກຄ້າຍັງແອອັດ

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ