
ໃຫ້ກຽດເຂົ້າຮ່ວມມີ ທ່ານ ຈັນທະວົງ ບົວສີສະຫວັດ ເອກອັກຄະລັດຖະທູດລາວ ປະຈໍາ ອົດສະຕຣາລີ.
ຕາມນັກຂ່າວ VNA ຢູ່ ອົດສະຕາລີ ແລ້ວ, ທີ່ການພົບປະ, ທ່ານ Anthony McFarlane ໄດ້ແຈ້ງໃຫ້ທ່ານເອກອັກຄະລັດຖະທູດ ຟ້າມຮົ່ງທາມ ກ່ຽວກັບສະພາບການເຄື່ອນໄຫວ ແລະ ບັນດາໂຄງການຮ່ວມມືຂອງກຸ່ມ SunRice ຢູ່ ຫວຽດນາມ. ໃນຊຸມປີມໍ່ໆມານີ້, ກຸ່ມບໍລິສັດ SunRice ໄດ້ສົມທົບກັນຢ່າງຕັ້ງໜ້າກັບສູນຄົ້ນຄວ້າ ກະເສດ ສາກົນອົດສະຕາລີ (ACIAR) ເພື່ອດຳເນີນການຄົ້ນຄ້ວາ ແລະ ພັດທະນາແນວພັນເຂົ້າໃໝ່ໃຫ້ຜົນດີສູງຢູ່ຫວຽດນາມ. ຜະລິດຕະພັນດັ່ງກ່າວບໍ່ພຽງແຕ່ຕອບສະໜອງຕະຫຼາດພາຍໃນເທົ່ານັ້ນ, ຫາກຍັງສົ່ງອອກໄປຍັງຕະຫຼາດສາກົນຄື: ອົດສະຕາລີ, ນິວຊີແລນ ແລະ ຕາເວັນອອກກາງ.
ກຸ່ມບໍລິສັດ SunRice ຍັງສຸມໃສ່ການສ້າງຈິດສໍານຶກໃຫ້ແກ່ຊາວກະສິກອນກ່ຽວກັບລະບົບຕ່ອງໂສ້ມູນຄ່າການຜະລິດເຂົ້າ ແລະ ຫຼຸດຜ່ອນການຕົກຄ້າງຂອງຢາປາບສັດຕູພືດ. ຕາມນັ້ນແລ້ວ, ໂຄງການຫຼ້າສຸດຂອງກຸ່ມໄດ້ຮ່ວມມືກັບ ACIAR ມີຊື່ວ່າ “ຕ່ອງໂສ້ມູນຄ່າການຜະລິດເຂົ້າແບບຍືນຍົງຂອງຊາວກະສິກອນຂະໜາດນ້ອຍໃນເຂດທົ່ງພຽງແມ່ນ້ຳຂອງ”. ໂຄງການ SunRice ACIAR ມີຈຸດປະສົງເພື່ອສ້າງຕັ້ງລະບົບຕ່ອງໂສ້ມູນຄ່າເຂົ້າເຂດຮ້ອນທີ່ມີຜົນຜະລິດສູງ, ຍືນຍົງ, ສາມາດຕິດຕາມໄດ້ ແລະ ຮັບປະກັນຄຸນນະພາບ (ມີລັກສະນະພິເສດ) ໃນເຂດທົ່ງພຽງແມ່ນ້ຳຂອງ, ນໍາເອົາຜົນປະໂຫຍດມາສູ່ຊາວກະສິກອນ ແລະ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ SunRice.
ການຜະລິດເຂົ້າແບບຍືນຍົງ ແລະ ການດຳເນີນງານຕ່ອງໂສ້ມູນຄ່າແມ່ນມີຄວາມຈຳເປັນສຳລັບຜູ້ປູກເຂົ້າຂະໜາດນ້ອຍຢູ່ຫວຽດນາມ. ທ່ານ McFarlane ຍັງປະກາດແຜນການສະເຫຼີມສະຫຼອງ 75 ປີຂອງກຸ່ມ SunRice ແລະ 100 ປີຂອງການປູກເຂົ້າການຄ້າໃນອົດສະຕາລີໃນເດືອນຫນ້າ.
ສ່ວນທ່ານເອກອັກຄະລັດຖະທູດ ຟ້າມຮົ່ງທາມ ໄດ້ຕີລາຄາສູງບັນດາການປະກອບສ່ວນ ແລະ ການເຄື່ອນໄຫວຢ່າງມີປະສິດທິຜົນຂອງກຸ່ມບໍລິສັດ SunRice ຢູ່ ຫວຽດນາມ, ຊົມເຊີຍກຸ່ມບໍລິສັດດັ່ງກ່າວໄດ້ມີບັນດາບາດກ້າວພັດທະນາທີ່ໜ້າຈົດຈຳ ແລະ ປາດຖະໜາວ່າ ກຸ່ມບໍລິສັດຈະສືບຕໍ່ມີບັນດາໂຄງການທີ່ຄ້າຍຄືກັນຕື່ມອີກ ເພື່ອແນໃສ່ຊາວກະສິກອນ.
ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຟ້າມຮົ່ງທາມ ຍັງໄດ້ແນະນໍາທ່ານ Anthony ເອກອັກຄະລັດຖະທູດລາວ ປະຈໍາ ອົດສະຕຣາລີ ເພື່ອໃຫ້ສອງຝ່າຍສາມາດເຊື່ອມຕໍ່ ແລະ ຄົ້ນຫາກາລະໂອກາດຮ່ວມມືໃນການຜະລິດສິນຄ້າກະສິກຳ ແລະ ເຂົ້າໄດ້ມາດຕະຖານ Halal, ເປີດໂອກາດການຮ່ວມມືລະຫວ່າງກຸ່ມບໍລິສັດ SunRice ແລະ ລາວ ເວົ້າສະເພາະ, ພ້ອມທັງປະກອບສ່ວນຊຸກຍູ້ການຮ່ວມມືດ້ານກະສິກຳລະຫວ່າງ ອົດສະຕຣາລີ ແລະ ລາວ.
ທີ່ມາ: https://baotintuc.vn/kinh-te/viet-nam-va-australia-day-manh-hop-tac-phat-trien-lua-gao-20251029153209572.htm






(0)