240530_Vingroup ເຊັນສັນຍາຮ່ວມມືກັບ Mitsubishi.jpg
ບັນດາ​ການ​ນຳ​ບໍລິສັດ Mitsubishi, ຜູ້ນຳ​ກຸ່ມ Vingroup ​ແລະ ບັນດາ​ບໍລິສັດ​ສະມາຊິກ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ.

ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ (MoU) ກ່ຽວ​ກັບ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ວິ​ສາ​ຫະກິດ Vingroup ​ແລະ ບໍລິສັດ Mitsubishi Corporation ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ພຶດສະພາ​ນີ້ ຢູ່​ນະ​ຄອນ ຮ່າ​ຢາງ.

ຕາມ​ນັ້ນ​ແລ້ວ, 5 ຂົງ​ເຂດ​ຮ່ວມ​ມື​ສຳຄັນ​ຄື: ພັດທະນາ​ຕົວ​ເມືອງ, ພັດທະນາ​ສູນ​ປຸງ​ແຕ່ງ​ຂໍ້​ມູນ, ພະລັງງານ​ທົດ​ແທນ, ນ້ຳມັນ​ປຸງ​ແຕ່ງ​ຄືນ​ໃໝ່ ​ແລະ ອຸດສາຫະກຳ​ລົດຍົນ.

ພິເສດ, ໃນຂົງເຂດພັດທະນາຕົວເມືອງ, ບໍລິສັດ Mitsubishi ຈະລົງທຶນຢ່າງແຮງຢູ່ Vinhomes ເພື່ອສ້າງບັນດາໂຄງການຕົວເມືອງອັດສະລິຍະຊັ້ນສູງຢູ່ ຫວຽດນາມ, ເພີ່ມທະວີການສະໜອງຄຸນນະພາບໃຫ້ແກ່ຕະຫຼາດ; ເຂົ້າຮ່ວມໃນການພັດທະນາເວທີການອອກແບບພາຍໃນແລະການກໍ່ສ້າງຄໍາຮ້ອງສະຫມັກ ເຕັກໂນໂລຊີດິຈິຕອນ ເພື່ອເພີ່ມປະສິດທິພາບຂອງການຄຸ້ມຄອງການກໍ່ສ້າງຂອງໂຄງການອະສັງຫາລິມະສັບ; ການນໍາໃຊ້ວັດສະດຸສີຂຽວເພື່ອກ້າວໄປສູ່ Net Zero, ຫຼຸດຜ່ອນການປ່ອຍອາຍພິດຄາບອນໃນທົ່ວປະເທດ.

​ໃນ​ຂົງ​ເຂດ​ພັດທະນາ​ສູນ​ຂໍ້​ມູນ, ສອງ​ຝ່າຍ​ຈະ​ຕີ​ລາຄາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ສ້າງ​ຕັ້ງ​ບໍລິສັດ​ຮ່ວມ​ມື​ພັດທະນາ​ສູນ​ປຸງ​ແຕ່ງ​ຂໍ້​ມູນ​ຢູ່​ຫວຽດນາມ ​ເພື່ອ​ໜູນ​ຊ່ວຍ​ສັງຄົມ​ເປັນ​ພື້ນຖານ​ໂຄງ​ລ່າງ​ດີ​ຈີ​ຕອນ, ​ເພີ່ມ​ທະວີ​ການ​ຫັນ​ເປັນ​ດີ​ຈີ​ຕອນ ​ແລະ ປະກອບສ່ວນ​ນຳ​ຜົນ​ປະ​ໂຫຍ​ດຂອງ​ສັງຄົມ​ຫວຽດນາມ.

ໃນຂົງເຂດພະລັງງານທົດແທນ, ສອງຝ່າຍຈະສຶກສາຄວາມເປັນໄປໄດ້ໃນການປະຕິບັດບັນດາໂຄງການພະລັງງານລົມຢູ່ຫວຽດນາມ, ແນໃສ່ສະໜອງພະລັງງານສະອາດໃຫ້ເໝາະສົມກັບບັນດາໂຄງການຕົວເມືອງຂອງ Vinhomes.

​ໃນ​ຂົງ​ເຂດ​ນຳ​ໃຊ້​ນ້ຳມັນ​ປຸງ​ແຕ່ງ​ຄືນ​ໃໝ່, ຄູ່​ຮ່ວມ​ມື​ຍີ່ປຸ່ນ​ຈະ​ສ້າງ​ຕັ້ງ​ຄະນະ​ປະຕິບັດ​ງານ​ເກັບ​ກຳ​ນ້ຳມັນ​ປຸງ​ແຕ່ງ​ທີ່​ໃຊ້​ແລ້ວ​ຢູ່​ບັນດາ​ໂຄງການ Vinhomes ​ແລະ Vinpearl ​ເພື່ອ​ນຳ​ມາ​ໃຊ້​ຄືນ​ເປັນ​ນ້ຳມັນ​ຊີວະ​ພາບ​ເພື່ອ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຂອງ​ຊຸມ​ຊົນ​ມຸ່ງ​ໄປ​ເຖິງ​ວິຖີ​ຊີວິດ​ສີຂຽວ​ໃນ​ຕົວ​ເມືອງ.

ໃນ​ຂົງ​ເຂດ​ອຸດສາຫະກຳ​ລົດຍົນ, ບໍລິສັດ Mitsubishi ຈະ​ພິຈາລະນາ​ການ​ສະໜອງ​ການ​ບໍລິການ​ຫຼັງ​ການ​ຂາຍ​ໃຫ້ VinFast ​ໃນ​ຕະຫຼາດ​ສາກົນ, ຜ່ານ​ນັ້ນ​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ຍີ່ຫໍ້ລົດ​ໄຟຟ້າ VinFast ​ໃນ​ບັນດາ​ຕະຫຼາດ​ໃໝ່.

ດ້ວຍປະສົບການອັນອຸດົມສົມບູນໃນຂົງເຂດດຳເນີນງານຢູ່ ຍີ່ປຸ່ນ, ຫວຽດນາມ ແລະ ຕະຫຼາດໂລກ, ບໍລິສັດ Mitsubishi ແລະ ບໍລິສັດ Vingroup ຊຸກຍູ້ການສ້າງຕັ້ງບັນດາຄະນະປະຕິບັດງານຢ່າງໄວ, ປະຕິບັດບັນດາເປົ້າໝາຍຂອງບົດບັນທຶກຄວາມເຂົ້າໃຈ, ນຳມາສູ່ຕະຫຼາດສິນຄ້າ ແລະ ການບໍລິການຕາມມາດຕະຖານສາກົນ, ປະກອບສ່ວນເຂົ້າໃນຂະບວນການຊຸກຍູ້ການພັດທະນາແບບຍືນຍົງ.

ທ່ານ Takuya Kuga, ຜູ້ອໍານວຍການໃຫຍ່ຝ່າຍພັດທະນາຕົວເມືອງ ແລະ ພື້ນຖານໂຄງລ່າງ - ບໍລິສັດ Mitsubishi ໃຫ້ຮູ້ວ່າ: ບໍລິສັດ Mitsubishi ພວມປະຕິບັດຫຼາຍການເຄື່ອນໄຫວທຸລະກິດ ດ້ວຍພາລະກິດຍົກສູງຄຸນນະພາບຊີວິດຂອງຊາວ ຫວຽດນາມ, ດ້ວຍບັນດາວິສາຫະກິດ Vingroup ແລະ Mitsubishi ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຂ້າພະເຈົ້າຄາດວ່າ 2 ບໍລິສັດຈະມີບັນດາບາດກ້າວພັດທະນາຢ່າງແຮງ, ໃນໄລຍະຈະມາເຖິງ.

ຄູເຟືອງ