
ເວທີຖານຂໍ້ມູນແຂວງວິ້ງລອງ (GIS) - ແມ່ນໜຶ່ງໃນລະບົບຍ່ອຍຂອງສູນຕິດຕາມ ແລະ ປະຕິບັດອັດສະລິຍະ (IOC) ໃຫ້ແກ່ 12 ຂົງເຂດຄື: ຊົນເຜົ່າ ແລະ ສາສະໜາ, ວຽກງານພາຍໃນ, ຍຸຕິທຳ, ການເງິນ, ອຸດສາຫະກຳ ແລະ ການຄ້າ, ກະສິກຳ ແລະ ສິ່ງແວດລ້ອມ, ກໍ່ສ້າງ, ວິທະຍາສາດ ແລະ ເຕັກໂນໂລຊີ, ວັດທະນະທຳ-ກິລາ ແລະ ທ່ອງທ່ຽວ, ການສຶກສາ ແລະ ບຳລຸງສ້າງ, ສາທາລະນະສຸກ ແລະ ຄະນະບໍລິຫານເຂດ ເສດຖະກິດ .
ປັດຈຸບັນລະບົບທັງໝົດມີ 282 ບັນຊີທີ່ມອບໃຫ້ຜູ້ໃຊ້ ແລະ 99 ຊັ້ນຂໍ້ມູນທີ່ຖືກສ້າງ ແລະປັບປຸງຈາກພະແນກການ, ສາຂາ ແລະ ຂະແໜງການຂອງແຂວງ. ການເຊື່ອມຕໍ່ເວທີ: https://hatang.vinhlong.gov.vn/map-vinh-long

ເວທີຖານຂໍ້ມູນຂອງແຂວງ ວິ້ງລອງ ໄດ້ຮັບການກໍ່ສ້າງດ້ວຍຂໍ້ມູນທີ່ປະສານສົມທົບ, ສ້າງລະບົບນິເວດຂໍ້ມູນດີຈີຕອນທີ່ທັນສະໄໝ, ປອດໄພ, ໜູນຊ່ວຍວຽກງານຄຸ້ມຄອງ ແລະ ດຳເນີນງານ.
ຜ່ານນັ້ນ, ຊ່ວຍໃຫ້ບັນດາອົງການ, ຫົວໜ່ວຍຂຸດຄົ້ນຂໍ້ມູນຢ່າງມີປະສິດທິຜົນໃນການຮັບໃຊ້ປະຊາຊົນ, ວິສາຫະກິດ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງແຂວງ.
ທີ່ມາ: https://nhandan.vn/vinh-long-ra-mat-nen-tang-co-so-du-lieu-nen-gis-post923747.html






(0)