ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Colombia Miguel Angel Rodriguez Melo, ທ່ານປະທານປະເທດ ໄດ້ຂອບໃຈລັດຖະບານ ແລະ ປະຊາຊົນ ໂກລົມບີ ທີ່ໄດ້ໃຫ້ຄວາມສາມັກຄີສາກົນ, ສະໜັບສະໜູນ ຫວຽດນາມ ໃນການເຄື່ອນໄຫວຮ່ວມມືສອງຝ່າຍ ກໍ່ຄືຢູ່ບັນດາເວທີປາໄສສາກົນ, ພິເສດແມ່ນໃນໄລຍະທີ່ຫວຽດນາມ ຕ້ອງຮັບມືກັບໂລກລະບາດ Covid-19.
ຢືນຢັນວ່າ ຫວຽດນາມ ຕີລາຄາສູງບົດບາດ ແລະ ທີ່ຕັ້ງຂອງ Colombia ຢູ່ພາກພື້ນ ອາເມລິກາລາຕິນ, ທ່ານປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນຂະບວນ ການສັນຕິພາບ ຢູ່ Colombia ຢ່າງແຂງແຮງ ແລະ ປາດຖະໜາຢາກພັດທະນາການຮ່ວມມືຮອບດ້ານໃນຂົງເຂດການເມືອງ - ການທູດ, ເສດຖະກິດ - ການຄ້າ, ການສຶກສາ ແລະ ການແລກປ່ຽນປະຊາຊົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢູ່ພາກພື້ນ.
ທ່ານປະທານາທິບໍດີ To Lam ຕ້ອນຮັບທ່ານ Eligio Salas III ເອກອັກຄະລັດຖະທູດ ປານາມາ
ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້, ທ່ານປະທານປະເທດ To Lam ໄດ້ສະເໜີໃຫ້ 2 ຝ່າຍສືບຕໍ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ການລົງທຶນ ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງວິສາຫະກິດ ເພື່ອແນໃສ່ສູ້ຊົນນຳວົງເງິນການຄ້າ 2 ຝ່າຍຂຶ້ນເຖິງ 1 ຕື້ USD ໃນໄລຍະຈະມາເຖິງ. ທ່ານປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ຊ່ວຍໃຫ້ ໂກລົມບີ ເປີດກວ້າງການພົວພັນກັບບັນດາປະເທດ ອາຊຽນ.
ທ່ານປະທານປະເທດກໍ່ໄດ້ສົ່ງຄວາມຊົມເຊີຍ ແລະ ເຊີນທ່ານປະທານປະເທດ Gustavo Petro ມາຢ້ຽມຢາມ ຫວຽດນາມ, ປະກອບສ່ວນເພີ່ມທະວີ ແລະ ສ້າງຂີດໝາຍໃໝ່ໃນການພົວພັນລະຫວ່າງ 2 ປະເທດ.
ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ປານາມາ ທ່ານ Eligio Alberto Salas, ທ່ານປະທານປະເທດ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາການປະກອບສ່ວນຂອງ ທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນ 2 ຝ່າຍໃນໄລຍະຈະມາເຖິງ ໂດຍຜ່ານບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພົບປະແລກປ່ຽນການຄ້າ 2 ຝ່າຍ, ຈັດຕັ້ງບັນດາເຫດການສົ່ງເສີມວັດທະນະທຳ ປານາມາ, ສົມທົບກັນໜູນຊ່ວຍເຊິ່ງກັນ ແລະ ກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ.
ທ່ານປະທານປະເທດຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນບົດບາດ ແລະ ທີ່ຕັ້ງສຳຄັນຂອງ ປານາມາ ຢູ່ພາກພື້ນ ອາເມລິກາລາຕິນ; ປາດຖະໜາຢາກສືບຕໍ່ພັດທະນາ ແລະ ຍົກສູງປະສິດທິຜົນຂອງການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ, ໃນຂົງເຂດການເມືອງ - ການທູດ, ເສດຖະກິດ - ການຄ້າ, ການເດີນທະເລ, ການເງິນ - ການທະນາຄານ, ການແລກປ່ຽນປະຊາຊົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງສອງພາກພື້ນ.
ທີ່ມາ: https://thanhnien.vn/vn-mong-muon-hop-tac-nhieu-mat-voi-colombia-panama-185240628221121264.htm






(0)