ວັນທີ 11 ມິຖຸນານີ້, ໄດ້ມີຂໍ້ມູນລົງໃນເຟສບຸກວ່າ, ໃນຂະນະທີ່ຂຸດຮາກຖານສ້າງເຮືອນ, ຄອບຄົວໜຶ່ງໄດ້ພົບເຫັນຫີນທີ່ມີຮູບຄືເຕົ່າ. ຫຼັງຈາກໄດ້ຖືກເຜີຍແຜ່, ຮູບພາບນີ້ໄດ້ເຮັດໃຫ້ເກີດຄວາມວຸ້ນວາຍໃນຄວາມຄິດເຫັນຂອງສາທາລະນະ.
ຜ່ານການສືບສວນ, ສອງສາມມື້ຜ່ານມາ, ຜູ້ຊາຍຄົນໜຶ່ງຢູ່ໝູ່ບ້ານ ດົ່ງຮ່ວາງ (ຕາແສງ ດົ່ງວັນ, ເມືອງ ເຕີນກີ, ແຂວງ ເງ້ອານ ) ໃນຂະນະທີ່ຂຸດດິນເພື່ອສ້າງພື້ນຖານເຮືອນໄດ້ຄົ້ນພົບຫີນກ້ອນໜຶ່ງທີ່ມີຮູບຮ່າງແປກປະຫລາດຄືເຕົ່າ. ຫີນກ້ອນນີ້ໄດ້ຖືກຊື້ໂດຍຜູ້ຢູ່ໃນທ້ອງຖິ່ນຕໍ່ມາ. ລາຄາຊື້ເບື້ອງຕົ້ນບໍ່ໄດ້ຖືກເປີດເຜີຍ.
ຫລັງຈາກນັ້ນ, ກ້ອນຫີນດັ່ງກ່າວໄດ້ຊື້ໂດຍ ທ້າວ LH (ເກີດໃນປີ 1976, ຢູ່ເມືອງ ເຕີນກີ) ແລະ ໝູ່ເພື່ອນຂອງລາວ ໃນມູນຄ່າ 100 ລ້ານດົ່ງ.
“ພວກຂ້າພະເຈົ້າຊື້ຫີນຮູບເຕົ່າຢູ່ຕາແສງ ດົ່ງວັນ ດ້ວຍລາຄາ 100 ລ້ານດົ່ງ, ບາງຄົນຢູ່ທາງທິດເໜືອກໍ່ຮ້ອງໃຫ້ຊື້ດ້ວຍລາຄາປະມານ 1 ຕື້ດົ່ງ, ແຕ່ທຸກຄົນບໍ່ຍອມຂາຍ,” ທ່ານ ຮ.
ກ່າວຄຳເຫັນຜ່ານທາງໂທລະສັບ, ທ່ານປະທານຄະນະກຳມະການປະຊາຊົນຕາແສງ ດົ່ງວັນ ຫງວຽນວັນແທ່ງ ໃຫ້ຮູ້ວ່າ: ທ້ອງຖິ່ນຍັງບໍ່ທັນຮູ້ຈຸດພິເສດຂອງຫີນຮູບເຕົ່າທີ່ປະຊາຊົນຂຸດຄົ້ນ. ປັດຈຸບັນ, ເຈົ້າໜ້າທີ່ກຳລັງກວດສອບຂໍ້ມູນ.
ທີ່ມາ






(0)