Vietnam.vn - Nền tảng quảng bá Việt Nam

ຍູ້​ແຮງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ MICE ກັບ​ເກົາ​ຫຼີ

Việt NamViệt Nam08/08/2024


img_20240807_211356.jpg
ສາກ​ກອງ​ປະ​ຊຸມ. ພາບ: ຮສ

ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ 21 ຫົວໜ່ວຍ​ທີ່​ມາ​ຈາກ​ອົງການ​ສົ່ງ​ເສີມ ​ການທ່ອງທ່ຽວ ​ທ້ອງ​ຖິ່ນ, ບໍລິສັດ​ທ່ອງ​ທ່ຽວ​ສ.​ເກົາຫຼີ ​ແລະ ຜູ້​ແທນ​ປະມານ 150 ຄົນ​ທີ່​ຕາງໜ້າ​ໃຫ້​ອົງການ​ຄຸ້ມ​ຄອງ​ການທ່ອງທ່ຽວ, ສາຍ​ການບິນ, ບໍລິສັດ​ທ່ອງ​ທ່ຽວ ​ແລະ ທ່ອງ​ທ່ຽວ ຫວຽດນາມ...

ກອງ​ປະຊຸມ​ສຳ​ມະ​ນາ​ການທ່ອງທ່ຽວ MICE ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ໄດ້​ພົບ​ປະ ​ແລະ ​ໂຄສະນາ​ບັນດາ​ນັກ​ທ່ອງ​ທ່ຽວ MICE ຂອງ ຫວຽດນາມ ມາ​ຍັງ ສ.​ເກົາຫຼີ. ນີ້​ແມ່ນ​ເຫດການ​ປະຈຳ​ປີ​ເພື່ອ​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ​ໃນ​ຂະ​ແໜງ​ທ່ອງ​ທ່ຽວ​ລະຫວ່າງ 2 ປະ​ເທດ, ​ແນະນຳ​ການທ່ອງທ່ຽວ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຂອງ MICE ພ້ອມ​ທັງ​ໜູນ​ຊ່ວຍ​ບັນດາ​ນະ​ໂຍບາຍ​ຂອງ​ອົງການ​ທ່ອງ​ທ່ຽວ MICE ສ.​ເກົາຫຼີ.

ທ່ານ ຫວູ​ເທບ​ບີງ, ປະ​ທານ​ສະ​ມາ​ຄົມ​ທ່ອງ​ທ່ຽວ​ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ. ຮູບພາບ: H.Sg
ທ່ານ ຫວູ​ເທບ​ບີງ, ປະ​ທານ​ສະ​ມາ​ຄົມ​ທ່ອງ​ທ່ຽວ​ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ. ພາບ: ຮສ

​ໃນ​ປີ 2023, KTO ຫວຽດນາມ ​ໄດ້​ໜູນ​ຊ່ວຍ​ນັກ​ທ່ອງ​ທ່ຽວ ຫວຽດນາມ ​ໄປ ສ.​ເກົາຫຼີ ກ່ວາ 41.000 ຄົນ​ຜ່ານ​ໂຄງການ​ທ່ອງ​ທ່ຽວ​ຈູງ​ໃຈ (​ເທົ່າ​ກັບ 56% ​ເມື່ອ​ທຽບ​ໃສ່​ປີ 2019).

ດ້ວຍບັນດາການເຄື່ອນໄຫວສົ່ງເສີມ, ໃນ 6 ເດືອນຕົ້ນປີ 2024, ສ.ເກົາຫຼີ ໄດ້ຕ້ອນຮັບແຂກທ່ອງທ່ຽວຫວຽດນາມ ກວ່າ 293 ພັນຄົນ (ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ແລະ ບັນລຸເກືອບ 90% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019). ປະຈຸ​ບັນ, ຫວຽດນາມ ​ແມ່ນ​ຕະຫຼາດ​ນັກ​ທ່ອງ​ທ່ຽວ​ສາກົນ​ໃຫຍ່​ອັນ​ດັບ 6 ຂອງ ສ.​ເກົາຫຼີ ຖັດຈາກ ຈີນ, ຍີ່ປຸ່ນ, ໄຕ້​ຫວັນ, ອາ​ເມ​ລິ​ກາ ​ແລະ ຮົງ​ກົງ.

ຜູ້ຕາງໜ້າ​ສະຖານກົງສຸນ ສ.​ເກົາຫຼີ ປະຈຳ​ນະຄອນ ດ່າໜັງ ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ. ພາບ: H.S
ຜູ້ຕາງໜ້າ​ສະຖານກົງສຸນ ສ.​ເກົາຫຼີ ປະຈຳ​ນະຄອນ ດ່າໜັງ ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ. ພາບ: ຮສ

ຕາມທ່ານ Lee Jae Hoon - ຫົວໜ້າຜູ້ຕາງໜ້າອົງການທ່ອງທ່ຽວ ສ.ເກົາຫຼີ ປະຈຳ ຫວຽດນາມ ແລ້ວ, ຜ່ານກອງປະຊຸມ, KTO ຫວຽດນາມ ຫວັງວ່າ ຈະເຊື່ອມຕໍ່ບັນດາອົງການທ່ອງທ່ຽວ ຫວຽດນາມ ແລະ ສ.ເກົາຫຼີ ຢ່າງມີປະສິດທິຜົນທີ່ສຸດ, ພ້ອມກັນນັ້ນກໍ່ແນະນຳບັນດານະໂຍບາຍໜູນຊ່ວຍທີ່ດຶງດູດທີ່ສຸດຂອງ KTO ຫວຽດນາມ ສຳລັບແຂກທ່ອງທ່ຽວ ສ.ເກົາຫຼີ ເວົ້າລວມ ແລະ ການທ່ອງທ່ຽວ MICE ເວົ້າສະເພາະ.

​ໃນ​ໄລຍະ​ຈະ​ມາ​ເຖິງ, ໜ່ວຍ​ງານ​ຍັງ​ຈະ​ຕັ້ງໜ້າ​ຊຸກຍູ້ ​ແລະ ​ໂຄສະນາ​ການທ່ອງທ່ຽວ ສ.​ເກົາຫຼີ ຢູ່​ຕະຫຼາດ​ຫວຽດນາມ ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ແລກປ່ຽນ​ການທ່ອງທ່ຽວ​ລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ.



ທີ່ມາ: https://baoquangnam.vn/xuc-tien-phat-trien-du-lich-mice-den-han-quoc-3139196.html

(0)

No data
No data

ດອກ​ຕາ​ເວັນ​ປ່າ​ຍ້ອມ​ຕົວ​ເມືອງ​ພູ​ດອຍ​ເປັນ​ສີ​ເຫຼືອງ, ດ່າ​ລາດ ໃນ​ລະ​ດູ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ປີ
G-Dragon ໄດ້ລະເບີດຂຶ້ນກັບຜູ້ຊົມໃນລະຫວ່າງການສະແດງຂອງລາວຢູ່ຫວຽດນາມ
ແຟນເພດຍິງໃສ່ຊຸດແຕ່ງງານໄປຄອນເສີດ G-Dragon ທີ່ເມືອງ Hung Yen
ປະທັບໃຈກັບຄວາມງາມຂອງບ້ານ Lo Lo Chai ໃນລະດູການດອກໄມ້ buckwheat

ມໍລະດົກ

ຮູບ

ທຸລະກິດ

ປະທັບໃຈກັບຄວາມງາມຂອງບ້ານ Lo Lo Chai ໃນລະດູການດອກໄມ້ buckwheat

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ