ຄະນະກຳມະບານ ກວ໋າງນິງ ມີຊື່ວ່າ “ອ່າວຮ່າລອງ, ຫວຽດນາມ” ໂດຍທ່ານ ໂຈຊ ສະຕິກແລນ ນາຍເຮືອອັງກິດ ນຳໜ້າ.
ນັກແລ່ນເຮືອທີ່ເຂົ້າຮ່ວມທີມແຂ່ງເຮືອໄດ້ຮັບການຝຶກອົບຮົມວິຊາຊີບໃນການແລ່ນເຮືອແລະພ້ອມດ້ວຍເຄື່ອງນຸ່ງທີ່ມີໂລໂກ້ເຊີດຊູຮ່າໂນ້ຍ, ກວາງນິງ.
ຄະນະແຂ່ງຂັນເຮືອຢອດ “ອ່າວຮ່າລອງ, ຫວຽດນາມ” ສິ້ນສຸດລົງໃນການແຂ່ງຂັນທີ 7, ຂາທີ 5 ຂອງການແຂ່ງຂັນ Clipper ຮອບ ໂລກ ລະດູການ 2023 – 2024. ທີມນັກແຂ່ງຂັນຈົບການແຂ່ງຂັນຢູ່ໃນອັນດັບທີ 5 ແລະ ເຂົ້າຈອດຢູ່ທ່າກຳປັ່ນທ່ອງທ່ຽວສາກົນ ຮ່າລອງ.
ໃນການແຂ່ງຂັນ Clipper ລະດູການຜ່ານມາ, ເຖິງວ່າໄດ້ເຂົ້າຮ່ວມເປັນຄັ້ງທຳອິດ, ແຕ່ເຮືອໃບ ຮ່າລອງ - ກວາງນິງ ຫວຽດນາມ ໄດ້ເອົາຊະນະເລີດກວ່າຫຼາຍທິມແຂ່ງ, ຍາດໄດ້ທີ 3 ໂດຍລວມ.
ມີ 11 ລຳເຂົ້າຮ່ວມລະດູການ 2023-2024, ໃນນັ້ນ, ເຮືອແຂ່ງຂອງຄະນະກວາງນິງ ໄດ້ຊື່ວ່າ “ອ່າວຮ່າລອງ, ຫວຽດນາມ” ດ້ວຍຄຳຂວັນ “ຊອກຄົ້ນບໍ່ໄດ້ທີ່ສິ້ນສຸດ”. ກ່ອນໜ້ານັ້ນ, ໃນການແຂ່ງຂັນຄັ້ງທີ 4, ເຮືອແຂ່ງຂັນ “ອ່າວຮ່າລອງ, ຫວຽດນາມ” ຍາດໄດ້ໄຊຊະນະ. ປະຈຸບັນທີມແມ່ນຢູ່ອັນດັບທີ 6 ໃນອັນດັບສຸດທ້າຍ.
ແຂວງກວາງນິງ ແລະບັນດາຫົວໜ່ວຍທີ່ກ່ຽວຂ້ອງ ພວມສືບຕໍ່ສົມທົບກັນ ແລະ ສົມທົບກັບຄະນະຈັດຕັ້ງການແຂ່ງ ຂັນຢ່າງສຸດຄວາມສາມາດ, ພ້ອມທັງສ້າງເງື່ອນໄຂສະດວກ, ໜູນຊ່ວຍສູງສຸດໃຫ້ແກ່ບັນດານັກແລ່ນເຮືອທີ່ເຂົ້າຮ່ວມການແຂ່ງເຮືອຊື່ງອ່າວຮ້າລອງ - ຫວຽດນາມ.
ພາຍຫຼັງລົງຈອດ, ບັນດາລູກເຮືອທັງໝົດຈະມີເວລາເກືອບ 2 ອາທິດ ເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວໂຄສະນາຈຸດໝາຍປາຍທາງ, ປະສົບການ ແລະ ຄົ້ນຫາການທ່ອງທ່ຽວ, ທຳມະຊາດ ແລະ ວັດທະນະທຳຢູ່ແຂວງ ຮ່າລອງ, ກ່ອນທີ່ຈະສືບຕໍ່ເດີນທາງໃນວັນທີ 2 ມີນາ.
ການເຂົ້າຮ່ວມຂອງງານມະຫາກຳກິລາສາກົນຄືການແຂ່ງຂັນ Clipper Round The World (Clipper Race) ໃນລະດູການ 2023-2024 ແມ່ນໂອກາດດີເພື່ອໃຫ້ແຂວງ ກວາງນິງ, ຫວຽດນາມ ໂຄສະນາຮູບພາບການທ່ອງທ່ຽວອອກສູ່ໂລກ, ພ້ອມທັງດຶງດູດນັກລົງທຶນສາກົນ.
ທີ່ມາ
(0)