ໃນຂະນະນັ້ນ, ບັນດາສະໜາມບິນຄື: ດ້ຽນບຽນ, ຫວິງ, ດົ່ງໂຮ້ຍ, ຝູ໋ບ໋າຍ, ດ່າໜັງ, ຈູລາຍ, ຝູແຄດ, ເປກູ ລ້ວນແຕ່ເຝົ້າລະວັງບັນດາການພັດທະນາທີ່ບໍ່ປົກກະຕິເມື່ອພາຍຸມາເຖິງ. ກະຊວງການກໍ່ສ້າງ ແລະ ອົງການການບິນພົນລະເຮືອນຫວຽດນາມ ໄດ້ຊີ້ນຳບັນດາສາຍການບິນຕິດຕາມສະພາບອາກາດຢູ່ເຂດປະສົບໄພພາຍຸຢ່າງໃກ້ຊິດ ເພື່ອດັດປັບຕາຕະລາງ ແລະ ຮັບປະກັນຄວາມປອດໄພຢ່າງແທ້ຈິງຂອງການບິນ.
ເນື່ອງຈາກໄດ້ຮັບຜົນກະທົບຈາກພະຍຸເລກ 3 ຢູ່ເຂດຮົງກົງ (ຈີນ), ບໍລິສັດການບິນຫວຽດນາມ ໄດ້ປັບປ່ຽນແຜນການເຄື່ອນໄຫວຂອງຖ້ຽວບິນຈຳນວນໜຶ່ງໄປແລະຈາກຮົງກົງໃນວັນທີ 20 ກໍລະກົດນີ້.
ສະເພາະຖ້ຽວບິນ VN592 ຈາກ ຮ່າໂນ້ຍ ຫາ ຮົງກົງ ມີເວລາອອກບິນເກົ່າ 10:30 ໂມງ, ເວລາອອກໃໝ່ແມ່ນ 17:00 ໂມງ. ຖ້ຽວບິນ VN593 ຈາກຮົງກົງຫາ ຮ່າໂນ້ຍ ມີເວລາອອກບິນເກົ່າ 14:30 ໂມງ, ເວລາອອກໃໝ່ແມ່ນ 21:00 ໂມງຂອງວັນດຽວກັນ.
ຖ້ຽວບິນ VN594 ຈາກນະຄອນໂຮ່ຈິມິນ ຫາ ຮົງກົງ ໄດ້ເລື່ອນເວລາອອກເດີນທາງຈາກ 13:45 ເປັນ 16:20 ໂມງຂອງວັນດຽວກັນ. ຖ້ຽວບິນ VN595 ຈາກຮົງກົງໄປນະຄອນໂຮ່ຈີມິນມີເວລາອອກເດີນທາງໃໝ່ 21:00 ໂມງ (ຕາມເວລາທ້ອງຖິ່ນຢູ່ຈຸດທີ່ອອກເດີນທາງ).
ນອກຈາກນັ້ນ, ບາງຖ້ຽວບິນພາຍໃນ ແລະ ຕ່າງປະເທດໃນວັນທີ 20 ກໍລະກົດຂອງສາຍການບິນອາດຈະໄດ້ຮັບຜົນກະທົບຈາກພະຍຸເລກ 3. ກ່ອນໜ້ານີ້, ວັນທີ 19 ກໍລະກົດ, ຍ້ອນອາກາດບໍ່ດີຢູ່ສະໜາມບິນ ໂນຍບ໋າ ແລະ ເຕີນເຊີນ, ຫຼາຍຖ້ຽວຕ້ອງຢຸດການເຄື່ອນໄຫວຊົ່ວຄາວ, ຫັນໄປສະໜາມບິນອື່ນ ຫຼື ລໍຖ້າສະພາບການເຄື່ອນໄຫວຢູ່ສະໜາມບິນປາຍທາງເພື່ອຮັບປະກັນຄວາມປອດໄພ.
ທີ່ມາ: https://www.sggp.org.vn/4-cang-hang-khong-nam-trong-vung-anh-huong-truc-tiep-cua-bao-so-3-post804553.html
(0)