ຜູ້ອອກສະໝັກຮັບເລືອກຕັ້ງ 4 ທ່ານລວມມີປະທານາທິບໍດີ Vladimir Putin ທີ່ກຳອຳນາດ; ທ່ານ Leonid Slutsky - ຜູ້ສະໝັກຂອງພັກຝ່າຍຂວາເສລີປະຊາທິປະໄຕ (LDPR), ທ່ານ Vladislav Davankov - ຜູ້ສະໝັກຂອງພັກປະຊາຊົນໃໝ່ ແລະ ທ່ານ Nikolai Kharitonov, ຜູ້ສະໝັກຂອງພັກກອມມູນິດສະຫະພັນລັດເຊຍ.
ປະທານາທິບໍດີຣັດເຊຍຄົນປັດຈຸບັນ ທ່ານ Vladimir Putin. (ພາບ: Ria Novosti)
ລາຍຊື່ຜູ້ສະໝັກ 4 ຄົນໄດ້ຖືກເປີດເຜີຍໂດຍຄະນະກໍາມະການເລືອກຕັ້ງສູນກາງຂອງລັດເຊຍ ໃນກອງປະຊຸມໃນຕອນເຊົ້າວັນທີ 8 ກຸມພາ. ຄະນະກໍາມະການເລືອກຕັ້ງສູນກາງລັດເຊຍ ຍັງປະຕິເສດການລົງທະບຽນຜູ້ສະໝັກທີ່ຍັງເຫຼືອ, ລວມທັງທ່ານ Boris Nadezhdin, Sergei Malinkovich, Anatoly Batashev ແລະ Rada.
ສະພາສະຫະພັນຣັດເຊຍໄດ້ກຳນົດການເລືອກຕັ້ງປະທານາທິບໍດີຣັດເຊຍໃນວັນທີ 17 ມີນານີ້. ການປ່ອນບັດຈະແກ່ຍາວເປັນເວລາ 3 ວັນ ຄື: ວັນທີ 15, 16 ແລະ 17 ມີນາ.
Thu Ha (VOV - ມົດສະກູ)
ທີ່ມາ
(0)